Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປຶກສາຫາລື ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ

Posted on 24/09/202024/09/2020 By News No Comments on ປຶກສາຫາລື ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ

ໃນວັນທີ 23 ກັນຍາ 2020, ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ເພື່ອຫລຸດຜ່ອນຜົນກະທົບ ຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດລາວໄດ້ຈັດກອງປະຊຸມປຶກສາຫາລືເພື່ອຊຸກຍູ້ ແລະ ຕິດຕາມສະພາບການຜັນຂະຫຍາຍມາດຕະການແກ້ໄຂມາຮອດປັດຈຸບັນ ພ້ອມຄົ້ນຄວ້າລົງເລິກເພື່ອກໍານົດທິດທາງ ແລະ ນະໂຍບາຍແກ້ໄຂ ແລະ ຟື້ນຟູເສດຖະກິດໃນ 3 ເດືອນທ້າຍປີນັບທັງໃນປີ 2021 ໃຫ້ເປັນຮູບປະທໍາ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງໄວ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ. ຜົນຂອງກອງປະຊຸມໃນຄັ້ງນີ້, ຈະໄດ້ສັງລວມເພື່ອລາຍງານຕໍ່ລັດຖະບານ ເພື່ອພິຈາລະນາໃນຂັ້ນຕໍ່ໄປ. ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຍັງສືບຕໍ່ເພີ່ມທະວີຮຸນແຮງຂຶ້ນໃນແຕ່ລະໄລຍະ ເຊິ່ງໄດ້ສືບຕໍ່ສົ່ງຜົນກະທົບຕໍ່ສະພາບເສດຖະກິດ ກໍຄື ການດໍາລົງຊີວິດຂອງປະຊາຊົນໃນທົ່ວໂລກ ແລະ ພາກພື້ນ, ທັງເປັນສິ່ງທ້າທາຍໃຫ້ແກ່ການພັດທະນາເສດຖະກິດ-ສັງ ຄົມຢູ່ໃນ ສປປ ລາວ ເຖິງແມ່ນວ່າພວກເຮົາຈະສາມາດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ໂດຍປັດຈຸບັນມີພຽງແຕ່ 23 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.

ນັບແຕ່ເດືອນເມສາ 2020, ລັດຖະບານ ກໍໄດ້ກໍານົດ ແລະ ຈັດຕັ້ງປະຕິບັດ 10 ມາດຕະການແລະ 9 ນະໂຍບາຍຕາມຂໍ້ຕົກລົງເລກທີ 31/ນຍ ແລະ ຫລັງຈາກນັ້ນກໍໄດ້ສືບຕໍ່ອອກນະໂນບາຍ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ຫລຸດຜ່ອນຜົນກະທົບທາງດ້ານເສດ ຖະກິດຂອງການລະບາດພະຍາດໂຄວິດ-19. ໃນໄລຍະຜ່ານມາ, ມາດຕະການ ແລະ ນະໂຍບາຍດັ່ງກ່າວ ໄດ້ຊ່ວຍແກ້ໄຂຫລາຍບັນຫາທີ່ເກີດຂຶ້ນເປັນຕົ້ນ: ການຜ່ອນຜັນເລື່ອນໄລຍະການຊໍາລະພາສີ-ອາກອນ, ຕົ້ນທຶນ ແລະ ດອກເບ້ຍສິນເຊື່ອ, ຄຸ້ມຄອງການສະໜອງສິນຄ້າ, ຮັກສາລະດັບລາຄາສິນຄ້າ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ໃນການຈໍລະຈອນສິນຄ້າ, ອຸດໜູນເງິນຫວ່າງງານໃຫ້ແກ່ແຮງງານທີ່ໄດ້ຮັບຜົນກະທົບ ແລະ ຫລຸດຄ່າບໍລິການສາທາລະນຸປະໂພກ.

ເຖິງຢ່າງໃດກໍຕາມ, ການລະບາດພະຍາດໂຄວິດ-19 ຍັງສືບຕໍ່ສົ່ງຜົນກະທົບຕໍ່ເສດຖະກິດຂອງພວກເຮົາ ໂດຍສະເພາະບາງຂະແໜງການ ເຊັ່ນ: ການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ ເຊິ່ງເຫັນວ່າຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ລັດຖະ ບານ ຈະໄດ້ປະເມີນຄືນບັນດາມາດຕະການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ຄົ້ນຄວ້າອອກບາງມາດຕະການເພີ່ມເຕີມເພື່ອແກ້ໄຂສະພາບຜົນກະທົບດັ່ງກ່າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ
Next Post: ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ

Related Posts

ກຽມສ້າງຕັ້ງສູນກູ້ໄພສຸກເສີນຢູ່ເຂດຕີນພູເກົ້າຫລັກ ເມືອງກາສີ ຂ່າວສານບ້ານເມືອງ
ລັດຖະບານ ຈະບໍ່ອະນຸຍາດໃຫ້ເອົາລົດປະຈໍາຕໍາແໜ່ງໄປພ້ອມເມື່ອອອກຮັບບໍານານ ຂ່າວສານບ້ານເມືອງ
ພົບສົບຍິງສາວໄຫຼນໍ້າຂອງຄ້າງທີ່ທ່າບ້ານສາຍລົມ ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ແຈ້ງການ! ປິດທາງຮ່ອມບ້ານ ໂຄມຂວາງ, ທາງຮ່ອມບ້ານ ພັນຫຼວງ ແລະ ບ້ານ ເມືອງງາ, ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ສຶກສາອົບຮົມໄວລຸ້ນ 6 ຄົນຂີ່ລົດກວນເມືອງ ຫາກຍັງສືບຕໍ່ເຮັດຜິດ ຈະຖືກດຳເນີນຄະດີ ໂດຍບໍ່ມີຂໍ້ຍົກເວັ້ນ ຂ່າວສານບ້ານເມືອງ
ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme