Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ

Posted on 24/09/202024/09/2020 By News No Comments on ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ

ເມືອງສູນກາງພັກ ປະທານສູນກາງ ແນວລາວສ້າງຊາດ, ທ່ານເຈົ້າ ແຂວງສະຫວັນນະເຂດ ແລະ ພາກສ່ວນພະແນກການຕ່າງໆ ໄດ້ລົງຕິດຕາມເບິ່ງຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດກອງ ທຶນບ້ານດົງຄຳໝື່ນເມືອງຈຳພອນ ແຂວງສະຫວັນນະເຂດ ໃນວັນທີ 19 ກັນຍາ 2020, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນ ພ້ອມຄະນະກອງທຶນບ້ານດົງຄຳໝື່ນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16 ມິຖຸນາ 2019, ກອງທຶນແມ່ນໄດ້ຮັບການຊຸກຍູ້ສົ່ງເສີມຈາກກຸ່ມບໍລິສັດພົງສະຫວັນ ໄດ້ຮັບອະນຸມັດວົງເງິນທັງໝົດ 1 ຕື້ກີບ

ໃນເບື້ອງຕົ້ນໃຫ້ກອງທຶນນຳໄປພັດທະນາໂດຍປະຕິບັດຕາມກົດລະບຽບຂອງກອງທຶນແມ່ນ ເລີ່ມຈາກປະຊາຊົນມີແຜນໃນການພັດທະນາຜະລິດເປັນສິນຄ້າຊຸກຍູ້ສົ່ງເສີມໃຫ້ເປັນວັດຖຸມີດອກເບ້ຍຕໍ່າ 0,88% ຕໍ່ເດືອນ, ໄລຍະເວລາກູ້ຢືມອີງຕາມສະພາບຕົວຈິງ: ມີໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຕາມຄວາມສາມາດທີ່ເໝາະສົມ, ພາຍຫຼັງທີ່ໄດ້ຈັດຕັ້ງກອງທຶນຂຶ້ນແລ້ວ, ຄະນະບໍລິຫານກອງທຶນກໍ່ໄດ້ປະຕິບັດຕາມຈິດໃຈຂອງໂຄງການ ຄອບຄົວ ແລະບ້ານສາມັກຄອງປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກ, ຊຸກຍູ້ໃຫ້ປະຊາຊົນຜະລິດເປັນສິນຄ້າຕິດພັນກັບການທ່ອງທ່ຽວໃຫ້ນັບມື້ນັບຫຼາຍ ໂດຍສະເພາະແມ່ນສຸມໃສ່ຜະລິດກະສິກຳການປູກເຂົ້າ, ໝາກໄມ້ກິນໝາກເຊິ່ງໄດ້ຮັບການຊຸກຍູ້ສົ່ງເສີມຈາກໂຄງການຄື: ສ້າງສາງມ້ຽນເຂົ້າ 1 ຫຼັງ, ໂຮງອົບເຂົ້າ 1 ຫຼັງ, ຫ້ອງການກອງທຶນ 1 ຫຼັງ, ເຮືອນຮົ່ມ ປູກໝາກໄມ້ 6 ຫຼັງ, ໂຮງປູກເຫັດພ້ອມການປູກ, ແນວພັນໝາກມັງກອນ, ຕິດຕັ້ງໄຟຟ້າ ໂຄງການ ແລະນ້ຳບາດານ, ນອກນັ້ນຍັງມີລົດໄຖນາ, ລົດ ກ່ຽວເຂົ້າ, ລົດດຳນາ, ລວມມູນຄ່າໃຊ້ຈ່າຍທັງໝົດ 3 ຕື້ 645 ລ້ານກວ່າກີບ.

ຜ່ານມາໄດ້ຂາຍ ຜົນຜະລິດເປັນຕົ້ນ: ໝາກເມ ລອນ, ໝາກເລັ່ນນ້ອຍ, ເຫັດຂາວ, ເຫັດບົດ, ຮັບຈາກການບຸກ ເບີກເນື້ອທີ່ນາ ແລະຮັບການຂາຍປຸ໋ຍຊີວະພາບ ລວມທັງໝົດ 289,96 ລ້ານກວ່າກີບ.

ໃນໂອກາດນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ກໍ່ໄດ້ ໃຫ້ກຽດໂອ້ລົມຕໍ່ຄະນະນຳຂອງ ກອງທຶນ, ພ້ອມທັງແນະນຳໃຫ້ ເອົາໃຈໃສ່ປັບປຸງແກ້ໄຂໃຫ້ການດຳເນີນງານຂອງກອງໄດ້ຮັບຜົນກຳໄລ, ໃຫ້ເອົາໃຈໃສ່ຕື່ມໃນດ້ານເຕັກນິກວິຊາການ ແລະ ບັນຫາອື່ນໆທີ່ຕິດພັນກັບການພັດທະນາກອງທຶນໃຫ້ມີຄວາມ ກ້າວໜ້າ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ
Next Post: ປຶກສາຫາລື ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ

Related Posts

ນາຍົກ ໄດ້ເຂົ້າຢ້ຽມຢາມ ສະຖານທີ່ຮອງຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດCoVid-19. ຂ່າວສານບ້ານເມືອງ
ສປປ ລາວ ກະກຽມຊື້ອຸປະກອນການແພດເພີ່ມເພື່ອຮັບໃຊ້ວຽກງານຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຄະນະສະເພາະກິດຢືນຢັນ! ຍັງມີຕຽງພຽງພໍເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ ຂ່າວສານບ້ານເມືອງ
ເລີ່ມແລ້ວ! ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກຊີນປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ເກີດເຫດ! ຄົນຈົມນໍ້າ ເ ສ ຍ ຊີ ວ ິດ ທີ່ຄອງນ້ຳບຶງທາດຫລວງ ຂ່າວສານບ້ານເມືອງ
ແຂວງວຽງຈັນ ຈູດທຳລາຍຢານະລົກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme