Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາຍຸໂນອຶນ ສ້າງຄວາມເສຍຫາຍໃຫ້ແກ່ເມືອງກະລຶມ ເກືອບ 2 ຕື້ກີບ

Posted on 24/09/202024/09/2020 By News No Comments on ພາຍຸໂນອຶນ ສ້າງຄວາມເສຍຫາຍໃຫ້ແກ່ເມືອງກະລຶມ ເກືອບ 2 ຕື້ກີບ

ນັກຂ່າວເມືອງກະລຶມແຂວງເຊກອງ ລາຍງານວ່າ: ຫລັງພາຍຸໂນອຶນ ພັດຜ່ານເມືອງ ໃນວັນທີ 18-20 ກັນຍານີ້ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊິວິດ, ທີ່ຢູ່ອາໄສຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຫລາຍສົມຄວນ ໂດຍສະເພາະຢູ່ 10 ບ້ານລຽບຊາຍແດນລາວ-ຫວຽດນາມທີ່ໄດ້ຮັບຜົນກະທົບໜັກໜ່ວງຄື ລະບົບເສັ້ນທາງຄົມມະນາຄົມ, ຂົວ, ເນື້ອທີ່ການຜະລິດ, ເຮືອນ ແລະ ປະຊາຊົນບ້ານໂກຣ 1 ຄົນຖືກນ້ຳຫ້ວຍອາຣາງ ຊັດໄຫລສູນຫາຍ. ຂະນະທີ່ປັດຈຸບັນ, ເຈົ້າໜ້າທີ່ ຍັງສືບຕໍ່ຄົ້ນຫາຢ່າງຕໍ່ເນື່ອງ.

ທ່ານ ວັນໄຊ ຈັນທະຍັບ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງກະລຶມ, ຮອງປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດເມືອງລາຍງານໃນວັນທີ 22 ກັນຍານີ້ ວ່າ: ວັນທີ 18-20 ກັນຍາ ເກີດຝົນຕົກໜັກຕິດຕໍ່ກັນກໍ່ໃຫ້ເກີດເຫດການນ້ຳໄຫລຊຸ, ນໍ້າຫລາຍສາຍເພີ່ມຂຶ້ນກະທັນຫັນ ແລະ ໄຫລຖ້ວມທັງຊຸເອົາເຮືອນ, ການຜະລິດ ແລະ ເສັ້ນທາງຄົມມະນາຄົມເສຍຫາຍຢ່າງຫລວງຫລາຍໂດຍສະເພາະຢູ່ບັນດາບ້ານເຂດຊາຍແດນລາວ-ຫວຽດນາມ.

ແນວໃດກໍ່ດີ, ດັ່ງນັ້ນອົງການປົກຄອງເມືອງ ແລະ ຄະນະກຳມະການ ຄພບ ເມືອງ ໄດ້ແຕ່ງຕັ້ງພະນັກງານໄປຊ່ວຍເຫລືອປະຊາຊົນທີ່ຖືກກະທົບທັງເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ຊຶ່ງພົບວ່າ: ປະຊາຊົນບ້ານໂກຣ ຖືກນ້ຳຫວຍອາຣາງ ຊັດໄຫລສູນຫາຍ 1 ຄົນ. ຂະນະທີ່ນ້ຳຫ້ວຍປະຍາງໄຫລເຂົ້າຖ້ວມ ແລະ ຊຸເຮືອນປະຊາຊົນ ບ້ານປະນອນ ໄຫລ 2 ຫລັງ, ຖຽງນາ 5 ຫລັງ, ເຮືອນເພ 5 ຫລັງ, 22 ຄອບຄົວ ແລະ ປະຊາຊົນເດືອດຮ້ອນ 120 ຄົນ, ຍິງ 45 ຄົນ. ນອກນີ້ເຫດການດັ່ງກ່າວຍັງກະທົບຕໍ່ການຜະລິດໂດຍສະເພາະເນື້ອທີ່ນາເສຍຫາຍ 7 ເຮັກຕາ, ຊົນລະປະທານ 12 ແຫ່ງ, ນ້ຳລິນ 1 ບໍ່, ໂຮງຮຽນ 1 ຫລັງລວມມູນຄ່າເສຍຫາຍ 1,9 ຕື້ກວ່າກີບ. ຂະນະທີ່ຂົວຫ້ວຍອາຈິງ, ຫ້ວຍອາຣາງ ບ້ານໂກຣ ແຕກ ແລະ ຫັກ, ຂົວບ້ານຕະລ໋ອງ ເພ ແລະ ເສັ້ນທາງ 7511 ແຕ່ເມືອງຫາບ້ານໂກຣ ຖືກດິນເຊາະເຈື່ອນຖົມ ຊຶ່ງບໍ່ສາມາດສັນຈອນທາງລົດໄດ້.

ແນວໃດກໍ່ດີຈາກເຫດການດັ່ງກ່າວ, ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ເມືອງກະ ລຶມ ຮ່ວມກັບອົງການປົກຄອງທຸກຂັ້ນ ໄດ້ວາງແຜນຟື້ນຟູຫລັງໄພພິບັດ ແລະ ໄດ້ເຂົ້າໄປຊ່ວຍເຫລືອປະຊາຊົນທີ່ຖືກກະທົບຢ່າງເລັ່ງດ່ວນເພື່ອປົວແປງສະພາບຈິດໃຈໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ: ອັດສະວິນ ແສງສີຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ (ຄສ 2020 )ທີ່ນະຄອນຫລວງພຣະບາງ
Next Post: ໄຂກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ

Related Posts

ກະຊວງການຕ່າງປະເທດ ແຈ້ງຂ່າວ ການລະງັບອອກ VISA ໃຫ້ຄົນລາວ ໄປ ອາເມຣິກາ ຂ່າວສານບ້ານເມືອງ
ລົດຈັກຕໍາຫຼັກຂ້າງທາງຮຸນແຮງ ເສຍຊີວິດຄາທີ່ 1 ສາຫັດ 1 ທາງບ້ານໜອງໂກ່ນ ຂ່າວສານບ້ານເມືອງ
ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່” ຂ່າວສານບ້ານເມືອງ
ເກີດແທ້! ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ໄຊສົມບູນ-ຊຽງຂວາງ-ຫົວພັນ ອອກສູ່ ຊາຍແດນລາວຫວຽດນາມ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອຍົກລະດັບການດໍາເນີນຄະດີສືບສວນ-ສອບສວນກ່ຽວກັບຊັບພະຍາກອນປ່າໄມ້. ຂ່າວສານບ້ານເມືອງ
ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme