ຂໍຈະເຣີນພອນ ມາຍັງອອກຕົນຍາດໂຍມ ພຸດທະບໍລິສັດທັງຫຼາຍ ອາຕະມາພາບ ສາທຸ ອ່ອນແກ້ວ ກິຕຕິພັທໂທ ເຈົ້າອະທິການ ວັດຜາໂອ, ເຈົ້າຄະນະ ອ.ພ.ສ ແຂວງຫລວງພຣະບາງ ໃນນາມປະທານພິທີບຸນ ພ້ອມດ້ວຍພຣະສົງ-ສາມະເນນ ຮ່ວມກັບແນວລາວສ້າງຊາດ ນະຄອນຫລວງພຣະບາງ ແລະອົງການຈັດຕັ້ງ ບ້ານປ່າຂາມ ແລະບ້ານຂາມຢ່ອງໄດ້ພ້ອມພຽງກັນຈັດຕັ້ງບຸນນະມັດສະການພຣະທາດຈອມສີ ປະຈຳປີ ຄສ 2020.ພສ 2563 ດັ່ງມີລາຍລະອຽດລຸ່ມນີ້ :

– ວັນພະຫັດ ຂຶ້ນ 14 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 01 ຕຸລາ 2020.

• ເວລາ 08:30 ໂມງ ຫ້າງຫາກະກຽມປະດັບປະດາສະຖານທີ.
• ເວລາ 13:00 ໂມງ ເລິ່ມສູດປະຣິຕະມຸງຄຸນ (ພຣະ 9 ອົງ), ເທສະໜາ 4 ກັນ, ແລ້ວສູດເບິກ 3 ຄູ່.
– ວັນສຸກ ຂຶ້ນ 15 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 02 ຕຸລາ ຄສ 2020.
• ເວລາ 10:30 ໂມງ ເລິ່ມສູດຊັກອະນິຈາ.
• ເວລາ 11:00 ໂມງ ຖວາຍພັດຕາຫານເພນ ແດ່ພຣະສົງ-ສາມະເນນ ແລ້ວອຸທິດສ່ວນບຸນກຸສົນໄປຫາບັນພະບູຣຸດທັງຫຼາຍ…
• ເວລາ 12:30 ໂມງ ເທສະໜາ 3 ກັນ ( ເທດທັສສະພອນ, ສັກກະບັນ ແລະນະຄອນ )

ອາຕະພາບ ຈິ່ງໄດ້ແຈ້ງຂ່າວບຸນນີ້ ມາຍັງພຸດທະບໍລິສັດທັງຫຼາຍ ຮ່ວມອະນຸໂມທະນາເປັນສັດທານຳພວກອາຕະມາດ້ວຍເທີ້ນ.
---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------