Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານນາຫລວງ ນະຄອນຫລວງພະບາງສາມັກຄີສ້າງທາງເບຕົງຍາວ 97 ແມັດ ມູນຄ່າ 61.080.000 ກວ່າກີບ

Posted on 23/09/202023/09/2020 By News No Comments on ປະຊາຊົນບ້ານນາຫລວງ ນະຄອນຫລວງພະບາງສາມັກຄີສ້າງທາງເບຕົງຍາວ 97 ແມັດ ມູນຄ່າ 61.080.000 ກວ່າກີບ

ໃນວັນທີ 18 ກັນຍາ 2020 ປະຊາຊົນບ້ານນາຫລວງ ນະຄອນຫລວງພະບາງ ໄດ້ສາ ມັກຄີຮ່ວມກັນສ້າງເສັ້ນທາງເບຕົງ ທາງເຂົ້າຮ່ອມ 4 ຂອງບ້ານ ເພື່ອໃຫ້ມີຄວາມສະດວກໃນການໄປມາຫາ ສູ່ກັນ ສະດວກສະບາຍຍິ່ງຂຶ້ນ.

ທ່ານ ອຸດອນ ນາຍບ້ານ ໄດ້ໃຫ້ສໍາພາດວ່າ: ບ້ານນາຫລວງ ມີ 371 ຄອບຄົວ, 2.345 ຄົນ, ຍິງ 175 ຄົນ, ພາຍໃນບ້ານມີທາງຮ່ອມ 11 ຮ່ອມ, ສຳລັບການສ້າງເສັ້ນທາງເບຕົງ ໄດ້ລີເລີມສ້າງຮ່ອມ 4, ໂດຍການປະກອບສ່ວນທຶນຮອນ ແລະ ແຮງງານ ຂອງປະຊາຊົນພາຍໃນບ້ານ ຜູ້ທີ່ຊົມໃຊ້ເສັ້ນທາງ 70% ແລະ ທຶນສົມທົບຂອງພາກລັດ 30%, ລວມມູນທັງໝົດ 61.080.000 ກີບ, ເສັ້ນທາງທີ່ກໍ່ສ້າງມີລວງຍາວ 97 ເມັດ, ລວງກ້ວາງ 5 ເມັດ, ຄາດວ່າຈະໃຊ້ເວລາ 5 ວັນຈຶ່ງຈະສໍາເລັດ. ພາຍຫລັງສໍາເລັດຮ່ອມ 4 ແລ້ວ ຈະສຶບຕໍ່ສ້າງທາງເບຕົງຮ່ອມ 7 ແລະ ຮ່ອມອີກ 9 ຮ່ອມພາຍໃນບ້ານ ເພື່ອໃຫ້ການໄປມາຫາສູ່ກັນສະດວກສະບາຍຍິ່ງຂຶ້ນ.

ນອກຈາກບ້ານນາຫລວງແລ້ວ ອົງການປົກຄອງ ແລະ ປະຊາຊົນ ບ້ານປ່ອງຄຳ ໄດ້ສ້າງເສັ້ນທາງເຂົ້າຮ່ອມນໍ້າດື່ມລາວີ ຫລັງໂຮງຮຽນມັດທະຍົມ ສົມບູນປ່ອງຄໍາ ມີລວງຍາວ 350 ເມັດ, ລວງກ້ວາງ 5 ເມັດ, ລວມມູນຄ່າ 195.000.000 ກີບ ແລະ ບ້ານນາສໍາພັນ ໄດ້ສ້າງເສັ້ນທາງຮ່ອມ 3 ຂອງບ້ານ ມີລວງຍາວ 315 ເມັດ, ລວງກ້ວາງ 5 ເມັດ, ລວມມູນຄ່າ 194.000.000 ກີບ. ການສ້າງເສັ້ນທາງຮ່ອມເຂົ້າບ້ານພາຍໃນ ນະຄອນຫລວງພະບາງຄັ້ງນີ້, ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 8 ຂອງຜູ້ແທນອົງຄະນະພັກ ແຂວງຫລວງພະບາງພະບາງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ຂ່າວ: ສົມແກ້ວ ຈົ່ວຈູ່ລີ

ຂ່າວສານບ້ານເມືອງ

Post navigation

Previous Post: ຫ້ອງການ ການເງິນເມືອງອາດສະພອນ ປະກາດຫົວໜ້າສ່ວຍສາອາກອນຄົນໃໝ່
Next Post: ເກີດເຫດ! ມີຄົນເສຍຊີວິດໂດຍບໍ່ຮູ້ສາຍເຫດ ເປັນຊາຍນິລະນາມ ບໍ່ຮູ້ຂໍ້ມູນສ່ວນຕົວຂອງຜູ້ກ່ຽວ

Related Posts

ບ້ານຕະກອຍເມືອງນອງ ເປີດນຳໃຊ້ໂຮງຮຽນປະຖົມສົມບູນຫຼັງໃໝ່ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວແຈ້ງການ! ປິດຕະຫຼາດສົດມ່ວງແກ້ວ ແລະ ຕະຫຼາດວັງວິວເປັນການຊົ່ວຄາວ ຂ່າວສານບ້ານເມືອງ
ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ ຂ່າວສານບ້ານເມືອງ
ກອງທັບ ລາວ-ຣັດເຊຍ ສຳເລັດການຮ່ວມມືວຽກງານ ກວດກູ້ ແລະ ທໍາລາຍ ລ ະ ເ ບີ ດ ບໍ່ ທັ ນ ແຕ ກ ເພື່ອມະນຸດສະທຳ ຂ່າວສານບ້ານເມືອງ
ໃຊ້ເຮືອນເປັນບ່ອນຂາຍ ຢ າ ເ ສ ບ ຕ ິ ດ ຖືກກັກໂຕ ພ້ອມພັກພວກຮ່ວມຂະບວນການ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 251ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme