Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້ອງການ ການເງິນເມືອງອາດສະພອນ ປະກາດຫົວໜ້າສ່ວຍສາອາກອນຄົນໃໝ່

Posted on 23/09/202023/09/2020 By News No Comments on ຫ້ອງການ ການເງິນເມືອງອາດສະພອນ ປະກາດຫົວໜ້າສ່ວຍສາອາກອນຄົນໃໝ່

ໃນວັນທີ 21 ກັນຍາ 2020 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການການເງິນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີ ປະກາດການຈັດຕັ້ງຫົວໜ້າສ່ວຍສາອາກອນປະຈຳເມືອງຄົນໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກເມືອງ, ທ່ານ ພູຄຳອານົນທະວົງ ຄະນະພະແນກການເງິນແຂວງສະຫວັນນະເຂດ,ທ່ານເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນປະຈຳແຂວງສະຫວັນນະເຂດ, ມີບັນດາທ່ານຫົວໜ້າຫ້ອງການ, ຄະນະຫ້ອງການອ້ອມຂ້າງເມືອງພ້ອມທັງພະນັກງານຫ້ອງການເງິນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

Image may contain: 3 people, people sitting, table and indoor

ທ່່ານ ນ. ບົວວັນ ລຽນປະດິດ ຫົວໜ້າຈັດຕັ້ງພະແນກການເງິນແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງຫົວໜ້າສ່ວຍສາອາກອນປະຈຳເມືອງຂອງແຂວງສະຫວັນນະເຂດ, ໄດ້ຕົກລົງເຫັນດີ ຍົກຍ້າຍ ແລະແຕ່ງຕັ້ງ ທ່ານ ພິມມະສອນ ລ້ອມວິໄລວົງ ຫົວໜ້າສ່ວຍສາອາກອນປະຈຳເມືອງອາດສະພອນໄປເປັນຫົວໜ້າ ສ່ວຍສາອາກອນປະຈຳເມືອງອາດສະພັງທອງ, ແຕ່ງຕັ້ງທ່ານ ໄຊສະຫວັນ ກັນຕິຍະລາດ ຮອງຫົວໜ້າສ່ວຍສາອາກອນປະຈຳເມືອງອາດສະພອນເປັນຫົວໜ້າສ່ວຍສາອາກອນປະຈຳເມືອງອາດສະພອນ.

Image may contain: 2 people, people sitting, table and indoor

ໃນຕອນທ້າຍຂອງພິທີ ທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກເມືອງ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳໆພາແກ່ຄະນະສ່ວຍສາອາກອນເມືອງຄົນໃໝ່ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງການຂອງຕົນເປັນຢ່າງດີ, ການຈັດພິທີປະກາດການຈັດຕັ້ງຄັ້ງນີ້ມັນສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງຄະນະນຳຫ້ອງການທີ່ເຫັນໄດ້ຄວາມສຳຄັນຂອງວຽກງານຊີ້ນຳໆພາ ແລະ ຄວາມຈຳເປັນຂອງວຽກງານໃນໄລຍະປະຈຸບັນເພື່ອສຸມທຸກກຳລັງແຮງ ແລະ ສະຕິປັນຍາເຂົ້າໃນການສ້າງສາພັດທະນາບ້ານເມືອງຂອງພວກເຮົາຢ່າງເປັນຂະບວນ.

ຂ່າວສານບ້ານເມືອງ

Post navigation

Previous Post: ພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງຫຼວງນໍ້າທາ ມອບເງິນອຸດໜູນໃຫ້ຄອບຄົວຜູ້ທີ່ເສຍສະລະຊີວິດໃນປາງສົງຄາມ
Next Post: ປະຊາຊົນບ້ານນາຫລວງ ນະຄອນຫລວງພະບາງສາມັກຄີສ້າງທາງເບຕົງຍາວ 97 ແມັດ ມູນຄ່າ 61.080.000 ກວ່າກີບ

Related Posts

ຕັ້ງດ່ານກວດກາພາຫະນະ ກວດພົບຜູ້ຂັບຂີ່ມີຢ າ ເ ສ ບ ຕິ ດ 3 ຄົນ  ຂ່າວສານບ້ານເມືອງ
ຂ່າວດ່ວນ! ເລື່ອງນໍ້າມັນ ປັບຂຶ້ນ ປັບລົງ ລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ ຜົນກວດວິເຄາະທັງໝົດ ບໍ່ພົບເຊື້ອໃໝ່ ຂ່າວສານບ້ານເມືອງ
ປີ2021 ລັດຖະບານມີນະໂຍບາຍສະເໜີອະໄພຍະ ໂ ທ ດ ໃຫ້ແກ່ ນັ ກ ໂທ ດ ຜູ້ທີ່ມີຜົນງານດີຈຳນວນ 2.017 ຄົນ ຂ່າວສານບ້ານເມືອງ
ໄຊຍະບູລີແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວກາງເດິກ ໃນບໍລິເວນ ເມືອງວຽງທອງ ແຂວງບໍລິຄໍາໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme