Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV

Posted on 23/09/202023/09/2020 By News No Comments on ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV

ກອງປະຊຸມໃຫຍ່ຄະນະພັກ ຮາກຖານໂຮງງານປະສານເຫຼົ່າ ຫຼວງພະບາງ ຄັ້ງທີ IV ໄດ້ສຳເລັດ ລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 18 ກັນຍານີ້, ຢູ່ທີ່ສະໂມ ສອນຂອງໂຮງງານປະສານເຫຼົ່າ ຫຼວງພະບາງ ໂດຍການເປັນປະທານຂອງສະຫາຍ ພັນເອກ ສາຍສະໝອນ ໄຊພູບານ ຄະນະພັກອົງ ການກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງງານພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ, ຜ່ານ. ຮ່າງບົດສຳຫຼວດການນຳພາຂອງຄະນະ ພັກຮາກຖານ ໂຮງ ງານປະສານເຫຼົ່າຫຼວງ ພະບາງ ສະໄໝທີ III ຜູ້ແທນເຂົ້າຮ່ວມ ກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນຕໍ່ຮ່າງບົດລາຍງານການເມືອງຢ່າງກົງໄປກົງມາ ແລະ ມີເນື້ອໃນໜັກແໜ້ນຄົບຖ້ວນ ແລະ ກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາບົດ ລາຍງານການເມືອງ ແລະ ບົດ ສຳຫຼວດການນຳພາຂອງຄະນະ ພັກຮາກຖານສະໄໝທີ III ຕໍ່ ກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ. ໃນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນ ບັດເລືອກເອົາຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງ ພະບາງຊຸດໃໝ່ຈຳນວນ 5 ສະຫາຍ ຄື: ສະຫາຍ ພັນເອກ ເພັດ ລະຄອນ ມະນີຈັນ, ສະຫາຍພັນໂທ ຈັນທາ ສີປະເສີດ, ສະຫາຍ ພັນໂທ ແສງອາລຸນ ທຳມະສຸດສະດາ, ສະຫາຍ ພັນຕີ ພະນົມ ໄພ ວົງລັດສະໝີ, ສະຫາຍ ພັນຕີ ຄຳແພວ ສາມະວົງ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາສະຫາຍພັນເອກ ເພັດລະຄອນມະນີຈັນເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ແສງອາລຸນ ທຳມະສຸດສະດາ ຮອງເລຂາ ຄະ ນະພັກຮາກຖານ, ສະຫາຍ ພັນຕີ ພະນົມໄພ ວົງລັດສະໝີ ເປັນກຳມະການກວດກາ, ສະຫາຍ ພັນໂທ ຈັນທາ ສີປະເສີດ ເປັນ ຄະນະຮັບຜິດຊອບຄັງເງິນ, ສະຫາຍ ພັນຕີ ຄຳແພວ ສາມະວົງ ເປັນຄະນະຮັບຜິດຊອບໂຄສະນາ.

ສະຫາຍ ພັນເອກ ສາຍສະໝອນ ໄຊພູບານ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງຄະນະພັກຮາກຖານສະໄໝທີ III ຕະຫຼອດສະໄໝທີ່ຜ່ານມາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານປະກອບສ່ວນເຂົ້າໃນການພັດທະນາກົມກອງ ແລະ ກອງທັບພ້ອມນັ້ນສະຫາຍຍັງໄດ້ ເນັ້ນໜັກໃຫ້ເຊີດ ຊູຄວາມຮັບຜິດຊອບ, ຕິດຕາມ ກວດກາ ແລະ ຊີ້ນຳ-ນຳພາ ຢ່າງ ໃກ້ຊິດໃນການປະຕິບັດໜ້າທີ່ ວຽກງານຂອງພະນັກງານ-ນັກຮົບ, ສືບຕໍ່ເສີມຂະຫຍາຍຜົນ ງານດ້ານຕັ້ງໜ້າ ແລະ ແກ້ໄຂ ຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະ ຜ່ານມາ ເປັນຕົ້ນສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ບັນດາ ໜ່ວຍພັກ-ຮາກຖານພັກ ແລະ ຮຽກຮ້ອງມາຍັງຄະນະພັກຮາກ ຖານຊຸດໃໝ່ ( ສະໄໝ IV ) ຈົ່ງ ເອົາໃຈໃສ່ໃນການກໍ່ສ້າງ ແລະ ປັບປຸງພັກ, ສືບຕໍ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ດີກວ່າເກົ່າ ໂດຍສະເພາະໃຫ້ກົມກອງປັບປຸງສະພາບການຜະລິດ ແລະ ສ້ອມແປງໃຫ້ທັນຍຸກສະໄໝ ໃນປັດຈຸບັນ, ຮັກສາສະຖຽນລະ ພາບທາງດ້ານການຜະລິດ ແລະ ສ້ອມແປງ ເຮັດໃຫ້ກົມກອງເປັນ ທີ່ເຊື່ອໝັ້ນ ແລະ ຍອມຮັບຂອງສັງຄົມ ໂດຍສະເພາະແມ່ນກອງທັບ ຕ້ອງຕິດພັນກັບການຜະລິດ ແລະ ສ້ອມແປງທີ່ມີຄຸນນະພາບໃຫ້ ແທດເໝາກັບສະພາບຕົວຈິງ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ຕິດພັນກັບມູນ ເຊື້ອພິລາດອາດຫານ ສືບຕໍ່ປະຕິ ບັດແນວທາງນະໂຍບາຍຂອງ ພັກ, ຂອງກອງທັບເອົາໃຈໃສ່ ເສີມຂະຫຍາຍຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ເສີມຂະຫຍາຍການພົວພັນກັບຕ່າງປະ ເທດ, ເອົາໃຈໃສ່ວຽກງານກວດ ກາພັກ ແລະ ພ້ອມກັນບຸກທະລຸຫັນເອົາມະຕິກອງປະຊຸມໃຫຍ່ຄັ້ງນີ້ເປັນແຜນງານ, ໂຄງການ ແລະ ຕັ້ງໜ້າປຸກລະດົມຖັນແຖວສະມາຊິກພັກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານທົ່ວພະແນກ, ຂະແໜງການຂອງກົມກອງເຂົ້າ ຮ່ວມຈັດຕັ້ງປະຕິບັດໃຫ້ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້.

ໂດຍ: ອຸ່ນຄຳ ດວງປະເສີດ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ
Next Post: ພະແນກແຮງງານ ແລະ ສະຫວັດດີການ – ສັງຄົມແຂວງຫຼວງນໍ້າທາ ມອບເງິນອຸດໜູນໃຫ້ຄອບຄົວຜູ້ທີ່ເສຍສະລະຊີວິດໃນປາງສົງຄາມ

Related Posts

ກັກຕົວຕິດຕາມ 16 ຄົນ ຜູ່ພົວພັນ ກັບຜູ່ຕິດເຊື້ອທີ່ 11 ພະນັກງານ ພູເບ້ຍ ມາຍນິ່ງ ຂ່າວສານບ້ານເມືອງ
ແຂວງຫຼວງພະບາງຢືນຢັນ 100% ຍັງບໍ່ພົບຜູ້ຕິດເຊື້ອໄວຣັດສາຍພັນໃໝ່ໂຄໂຣນາ ຂ່າວສານບ້ານເມືອງ
ເປັນຕາອີຕົນແທ້ໆ! ໄດ້ແຕ່ແນມເບິ່ງນໍ້າພັດເຮືອນຫາຍໄປໃນພິບຕາ ຂ່າວສານບ້ານເມືອງ
ເມືອງບົວລະພາຊ່ວຍຊ້າງປ່າຂື້ນຈາກໜອງນໍ້າໄດ້ສຳເລັດ ແລະ ປອດໄພເປັນຢ່າງດີ ຂ່າວສານບ້ານເມືອງ
ເຈົ້າແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ ສຳຫຼວດເບິ່ງສະຖານທີ່ ຈະນຳໃຊ້ເປັນໂຮງຫມໍສະໜາມປົວ ໂ ຄ ວິ ດ ຢູ່ແຂວງຈໍາປາສັກ ຂ່າວສານບ້ານເມືອງ
ຊ໊ອກໃນວົງການສິລະປິນລາວ…!! ອາຈານ ກິດາວເພັດ ຫນູຫ່ວງ ຈາກໄປແບບກະທັນຫັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme