Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ

Posted on 23/09/202023/09/2020 By News No Comments on ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ

ເຈົ້າໜ້າທີ່ກອງຕໍາຫຼວດຈະລາຈອນພະແນກຕໍາຫຼວດ ປກສ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ສຶກສາອົບຮົມກຸ່ມແກ້ງທີ່ດັດແປງສະພາບເຕັກນິກລົດຈັກ ແລະ ຂັບຂີ່ລົດໃຊ້ສຽງເນືອງນັນກວນເມືອງ ຂຶ້ນເມື່ອບໍ່ດົນຜ່ານມານີ້ໂດຍມີພະນັກງານວິຊາການທີ່ກ່ຽວຂ້ອງພ້ອມດ້ວຍນັກຂັບຂີ່ ແລະ ພໍ່ – ແມ່ຜູ້ປົກຄອງເຂົ້າຮ່ວມ.

ສະຫາຍ ພັທ ທິບທະຈັນ ລາດມົນຕີ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງໄຊຍະບູລີໄດ້ຍົກໃຫ້ເຫັນບາງມາດຕາ ຂອງ ກົດໝາຍວ່າດ້ວຍການສັນຈອນທາງບົກ, ກ່ຽວກັບມາດຕະການຕໍ່ຜູ້ລະເມີດກົດລະບຽບການສັນຈອນທີ່ດັດແປງສະພາບເຕັກນິກ – ໃຊ້ສຽງດັງກວນເມືອງເກີນຂອບເຂດ, ບໍ່ໃສ່ໝວກກັນກະທົບ, ບໍ່ມີແວ່ນສ່ອງຫຼັງ, ໃຊ້ເສັ້ນທາງຫຼວງທີ່ບໍ່ຖືກຕ້ອງ ແລະ ບັນຫາອື່ນໆ ທີ່ຜິດຕໍ່ລະບຽບຈະລາຈອນໃຫ້ຜູ້ທີ່ລະເມີດໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຂັບຂີ່ແຕ່ລະຄົນຈົ່ງພ້ອມກັນນໍາໄປປະຕິບັດຢ່າງເຂັ້ມງວດຊຶ່ງລົດທີ່ເຈົ້າໜ້າທີ່ກັກມາໄດ້ໃນຄັ້ງນີ້ມີຈໍານວນ 14 ຄັນໃນນັ້ນດັດແປງສະພາບເຕັກນິກປະກອບຢາງນ້ອຍ ດັດເບາະມີ 2 ຄັນ, ໃຊ້ສຽງດັງເກີນຂອບເຂດໃສ່ທໍ່ສູບ ຈໍານວນ 12 ຄັນ. ພ້ອມນີ້, ເຈົ້າໜ້າທີ່ຍັງໄດ້ເນັ້ນໃຫ້ພໍ່ແມ່ຜູ້ປົກຄອງເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກຫຼານຂອງຕົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈກົດລະບຽບຈະລາຈອນໃຫ້ຫຼາຍຂຶ້ນ ແລະ ນໍາໄປຈັດຕັ້ງປະຕິບັດເຂົ້າໃນຊີວິດປະຈໍາວັນ ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນການສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມແນໃສ່ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

(ຂ່າວ-ພາບ: ແສງທອງ ທອງສະໄໝ)

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການເດີນທາງ 13 ​ເໜືອ ເຂດນາຊາຍທອງຫາໂພນໂຮງ ມີການສ້ອມແປງທາງ
Next Post: ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV

Related Posts

ນາຍົກ ໄດ້ເຂົ້າຢ້ຽມຢາມ ສະຖານທີ່ຮອງຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດCoVid-19. ຂ່າວສານບ້ານເມືອງ
ເຕືອນໄພ! ລະດັບນໍ້າຮຸ່ງເພີ່ມສູງຂຶ້ນ ເຂົ້າຖ້ວມເຮືອນປະຊາຊົນ ໄຊຍະບູລີ ຂ່າວສານບ້ານເມືອງ
ຮຸນແຮງ ນໍ້າປ່າໄຫຼນອງທີ່ເມືອງໂພນໄຊ (ມີຄລິບ) ຂ່າວສານບ້ານເມືອງ
ມອບເຄື່ອງຊ່ວຍເຫຼືອໃຫ້ພະນັກງານປະຕິວັດທີ່ເສຍອົງຄະ ທີ່ສູນເຊ 17 ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2021 ປກສ ໄຊຍະບູລີ ມ້າງຄະດີ ຢ າ ເ ສ ບ ຕິ ດ ໄດ້ 130 ລາຍ ຂ່າວສານບ້ານເມືອງ
ພະຍາດຖອກທ້ອງຊໍາເຮື້ອເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍລາວເຕ້ຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme