ລາຍງານຈາກນັກຂ່າວແຂວງວຽງຈັນ ເຊົ້າວັນທີ 23 ກັນຍາ 2020 ໃຫ້ຮູ້ເຖິງສະພາບຫຍຸ້ງຍາກ ຂອງທາງ 13 ເໜືອ ຈິ່ງແຈ້ງເຕືອນເຖິງ ຜູ່ຂັບຂີ່ ແລະ ນຳໃຊ້ລົດເສັ້ນທາງ 13 ເໜືອຕ້ອງໄດ້ມີສະຕິ ແລະ ເພີ່ມຄວາມລະມັດລະວັງ ຍ້ອນສະພາບເສັ້ນທາງເປ່ເພຫລາຍຈຸດ.
ຄລິບສະພາບທາງ
.

ປະຈຸບັນສະພາບເສັ້ນທາງ 13 ເໜືອ ຫລາຍຈຸດແມ່ນໄດ້ເປ່ເພ ເປັນຂຸມເປັນບວກ, ຍ້ອນສະພາບດິນຟ້າອາກາດມີພາຍຸພັດຜ່ານ ເຮັດໃຫ້ຝົນຕົກຫລາຍນ້ຳລະບາຍບໍ່ທັນ, ມີການກໍ່ສ້າງ ແລະ ກຳລັງສ້ອມແປງເສັ້ນທາງ, ບວກໃສ່ກັບມີລົດບັນທຸກໜັກແລ່ນຜ່ານ.

ຈິ່ງເຮັດໃຫ້ເສັ້ນທາງ 13 ເໜືອ ແຕ່ໄລຍະເມືອງ ໂພນໂຮງ ແຂວງວຽງຈັນ – ຊາຍແດນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປ່ເພ ເປັນຕົ້ນແມ່ນເຂດບ້ານໃໝ່, ຫລັກ 46, 47 ແລະ 48 ເສັ້ນທາງເປັນຂຸມເປັນບວກຫລາຍ. ຮຽກຮ້ອງໃຫ້ຜູ້ຂັບຂີ່, ຜູ້ນຳໃຊ້ພາຫານະຕາມເສັ້ນທາງເຂດດັ່ງກ່າວ ຈົ່ງມີສະຕິ ແລະ ເພີ່ມຄວາມລະມັດລະວັງໃຫ້ຫລາຍຂຶ້ນຕື່ມອີກ.

ນັກຂ່າວ ແຂວງວຽງຈັນ

ສະພາບເສັ້ນທາງ

ສະພາບເສັ້ນທາງ

ສະພາບເສັ້ນທາງ

ສະພາບເສັ້ນທາງ
