Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພົນລະເມືອງດີຊ່ວຍກັນກັກຕົວຜູ້ກໍ່ເຫດຢັນລົດຈັກມາແລ້ວ 9 ຄັນ

Posted on 22/09/202022/09/2020 By News No Comments on ພົນລະເມືອງດີຊ່ວຍກັນກັກຕົວຜູ້ກໍ່ເຫດຢັນລົດຈັກມາແລ້ວ 9 ຄັນ

ໃນວັນທີ 18 ກໍລະກົດ 2020 ພົນລະເມືອງດີຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຊ່ວຍກັນກັກຕົວ ທ້າວ ຫຼ້າຕຸ້ຍ ອາຍຸ 37 ປີ ອາຊີບກໍາມະກອນ ພັກເຊົາຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ກໍ່ເຫດຈັບກ້ອນຫີນດຶກໃສ່ລົດກະບະທີ່ສັນຈອນໄປ-ມາຕາມເສັ້ນທາງເຂດບ້ານໂພນສະຫວ່າງໄວ້ໄດ້ທັນເຫດ ເຊິ່ງປະຫວັດຜ່ານມາ ຜູ້ກ່ຽວໄດ້ກໍ່ເຫດຢັນລົດຈັກຂອງປະຊາຊົນທີ່ສັນຈອນຕາມເສັ້ນທາງມາແລ້ວ 9 ຄັນ, ປັດຈຸບັນ ອໍານາດການປົກຄອງບ້ານໂພນສະຫວ່າງ ໄດ້ມອບຕົວຜູ້ກ່ຽວໃຫ້ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອດໍາເນີນການສືບສວນ-ສອບສວນຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊເສດຖາ ໄດ້ເປີດເຜີຍວ່າ: ທ້າວ ຫຼ້າຕຸ້ຍ ໄດ້ໃຫ້ການຍອມຮັບວ່າ: ສາເຫດທີ່ຈັບກ້ອນຫີນດຶກໃສ່ລົດກະບະຄັນດັ່ງກ່າວ. ຍ້ອນຄິດວ່າເປັນລົດຂອງເຈົ້າໜ້າທີ່ຕໍາຫຼວດຂັບຂີ່ໄລ່ຕິດຕາມນໍາຈັບຕົນເອງເພາະວ່າຕົນເອງເສບຢາບ້າເຂົ້າໄປ 3 ເມັດ, ພາຍຫຼັງກໍ່ເຫດແລ້ວກໍມີຜູ້ທີ່ຢູ່ໃກ້ຄຽງທີ່ເຫັນເຫດການໄດ້ເຂົ້າມາຈັບຕົນເອງໄວ້.

ທ້າວ ຫຼ້າຕຸ້ຍ ໄດ້ໃຫ້ການສາລະພາບອີກວ່າ: ຕົນເອງໄດ້ເສບຢາບ້າມາແຕ່ປີ 1999 ມາໂດຍເສບມື້ລະ 2-3 ເມັດ, ຈິ່ງເປັນສາເຫດເຮັດໃຫ້ຕົນເອງມີແນວຄິດຢ້ານທຸກຄັ້ງທີ່ເຫັນລົດນໍາຫຼັງມາເພາະຄິດວ່າເປັນລົດຂອງເຈົ້າໜ້າທີ່ຕໍາຫຼວດ ແລະ ໄລຍະຜ່ານມາຕົນເອງໄດ້ກໍ່ເຫດຢັນລົດຈັກຜູ້ໃຊ້ລົດ-ໃຊ້ຖະໜົນຕາມເສັ້ນທາງມາແລ້ວ 9 ຄັ້ງລວມມີ 9 ຄັນ ເພາະຄິດວ່າເປັນລົດຂອງເຈົ້າໜ້າທີ່ຕໍາຫຼວດຂັບຂີ່ຕິດຕາມນໍາຈັບຕົນເອງຄື: ຄັ້ງທີ 1 ກໍ່ເຫດ ຢູ່ເຂດບ້ານໂຊກໃຫຍ່, ຄັ້ງທີ 2 ກໍ່ເຫດ ຢູ່ເຂດບ້ານໜອງໜ່ຽງ, ຄັ້ງທີ 3 ກໍ່ເຫດຢູ່ເຂດບ້ານວັງຊາຍ, ຄັ້ງທີ 4 ກໍ່ເຫດ ຢູ່ເຂດບ້ານໂພນພະເນົາ, ຄັ້ງທີ 5 ກໍ່ເຫດ ຢູ່ເຂດບ້ານໂພນຕ້ອງ, ຄັ້ງທີ 6 ກໍ່ເຫດຢູ່ເຂດບ້ານສິວິໄລ, ຄັ້ງທີ 7 ກໍ່ເຫດ ຢູ່ເຂດບ້ານດົງໂດກ, ຄັ້ງທີ 8 ກໍ່ເຫດຢູ່ເຂດເສັ້ນທາງ 450 ປີ, ຄັ້ງທີ 9 ກໍ່ເຫດຢູ່ເຂດບ້ານຊຽງດາ.

ຂ່າວສານບ້ານເມືອງ

Post navigation

Previous Post: Launching of Saola Foundation
Next Post: ແຈ້ງການ! ປິດຕະຫຼາດກາງຄືນຊົ່ວຄາວເພື່ອກຽມງານບຸນຊ່ວງເຮືອ ທີ່ນະຄອນຫຼວງວຽງຈັນ ປີນີ້

Related Posts

ນອນເສຍຊີວິດທີ່ຕູບແຄມທົ່ງນາໂດຍບໍ່ຮູ້ສາເຫດທີ່ເມືອງທຸລະຄົມ ຂ່າວສານບ້ານເມືອງ
ຊົມເຊີຍອ້າຍນ້ອງ ອພຕ ນະຄອນຫຼວງ ໃນພາລະກິດ ແກ້ໄຂບັນຫາ ນໍ້າຖ້ວມຂັງ ຂ່າວສານບ້ານເມືອງ
ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ ຂ່າວສານບ້ານເມືອງ
ດ່ວນຊ່ວຍແຊສ! ຫາຍາດພີ່ນ້ອງຂອງນ້ອງທັງສອງ ເກີດອຸປະຕິເຫດຢູ່ ຫລັກ 28 ເມືອງໄຊທານີ ຂ່າວສານບ້ານເມືອງ
ຄົນລາວ ໄດ້ຮັບການຊ່ວຍເຫຼືອຄືນປະເທດ ຫຼັງຕິດຄ້າງຢູ່ຕ່າງປະເທດ ຍ້ອນ ໂຄວິດ-19 ຂ່າວສານບ້ານເມືອງ
ໝາກອຶ ທີ່ເມືອງນາໝໍ້ 3267 ໂຕ່ນ ຕົກຄ້າງສົ່ງໄປຂາຍ ສປ.ຈີນ ບໍ່ທັນໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme