Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນ! ເມືອງຊຽງຮ່ອນ ການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ

Posted on 22/09/202023/09/2020 By News No Comments on ຂ່າວດ່ວນ! ເມືອງຊຽງຮ່ອນ ການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ

ດ່ວນ ວັນທີ 21 ກັນຍາ 2020 ຫ້ອງວ່າການປົກຄອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ອອກແຈ້ງການ ສະບັບເລກທີ 1074/ຈມ.ຊຮ ໄດ້ອອກຄຳສັ່ງວ່າດ້ວຍການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ. ເຊິ່ງໃນທ້າຍເດືອນສິງຫາ 2020 ຜ່ານມາເມືອງຊຽງຮ່ອນໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ເຂດບ້ານນໍ້າກອກ, ບ້ານສາມັກຄີໄຊ, ບ້ານຫົວນາ, ບ້ານນາອອນ, ລາວສະໂນ, ດອນເຟືອງ, ບ້ານແກ່ນ, ບ້ານຂີ່ງ, ບ້ານດົງ, ບ້ານນໍ້າຄ່ອມ ແລະ ບ້ານຫ້ວຍຮາກ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດທີ່ຮ້າຍແຮງ ແລະ ແຜ່ລາມໄວ ສຳລັບໝູທຸກຊະນິດ ທຸກປະເພດ, ແລະ ປະຈຸບັນຍັງບໍ່ທັນມີຢາປິ່ນປົວ ແລະ ບໍ່ທັນມີວັກຊິນປ້ອງກັນພະຍາດນີ້ເທື່ອ.

ໝູເປັນອະຫິວາ

ດັ່ງນັ້ນເຈົ້າເມືອງໆຊຽງຮ່ອງຈຶ່ງອອກຄຳສັ່ງ ດັ່ງນີ້: 1. ປະກາດທົ່ວເມືອງຊຽງຮ່ອນ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ

2.ບ້ານໃດທີ່ມີໝູເຈັບ ຫຼື ຕາຍ ອົງການປົກຄອງບ້ານຕ້ອງແຈ້ງໃຫ້ຫ້ອງການກະສິິກຳ ແລະ ປ່າໄມ້ ໂດຍດ່ວນ ເພື່ອລົງຕິດຕາມກວດກາ ແລະ ກຳຈັດທຳລາຍຢ່າງຖືກວິທີ

3. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບອຳນາດການປົກຄອງບ້ານລົງນຳພາປະຊາຊົນທຳການອະນາໄມຄອກສັດດ້ວຍວິທີການຂ້າເຊື້ອດ້ວຍຢາຂ້າເຊື້ອ ຫຼື ໂຮຍປູນຂາວໃນບ່ອນທີ່ຢູ່ຂອງສັດທີ່ຕິດເຊື້ອ ຫຼື ສັດຕາຍຢ່າງທົ່ວເຖິງ

4. ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ສີ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກຊະນິດ ເຂົ້າ-ອອກເຂດທີ່ເກີດພະຍາດຈົນກວ່າຈະໄດ້ຮັບການຢັ້ນຢືນວ່າເປັນເຂດປອດພະຍາດ.

ໝູເປັນອະຫິວາ

5. ຫ້າມທຸກພາກສ່ວນນຳເອົາໝູທີ່ເຈັບ, ຕິດເຊື້ອ ຫຼື ຕາຍຍ້ອນພະຍາດໄປຂ້າໄປຄົວ ເພື່ອບໍລິໂພກ ແລະ ຈຳໜ່າຍຕາມສະຖານທີ່ຕ່າງໆຢ່າງເດັດຂາດ

ແຈ້ງການ

6. ຫ້າມຄອບຄົວຜູ້ລ້ຽງໝູນຳເອາສັດຕາຍຖີ້ມລົງໜອງນໍ້າ, ຫ້ວຍຮ່າງຄອງບຶງ ຢ່າງເດັດຂາດ ເມື່ອມີສັດຕາຍຕ້ອງຂໍຄຳແນະນຳຈາກເຈົ້າໜ້າທີ່ສັດຕະວະແພດເມືອງເພື່ອກຳຈັດ ແລະ ທຳລາຍໂດຍການຂຸດຂຸມຝັງໃຫ້ເລິກປະມານ 1-2 ແມັດແລ້ວໃຊ້ປູນຂາວ ຫຼື ຢາຂ້າເຊື້ອໃຫ້ຖືກຕ້ອງຕາມຫຼັກວິຊາດການ.

ແຈ້ງການ

7. ໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ຄ້າຊາຍຂາຍຈົ່ງໃຫ້ການຮ່ວມມືກັບທີມງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ລົງຄວບຄຸມພະຍາດຕິດຕໍ່ຂອງໝູໃນຄັ້ງນີ້ເປັນຢ່າງດີ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂໃຫ້ທັນການ

8. ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງສຶກສສາອົບຮົມໂຄສະນາເຜີຍແຜ່ພາຍໃນບ້ານທີ່ເຫັນວ່າມີຄວາມສ່ຽງໃຫ້ຮັບຮູ້ ແລະ ເຂົ້າໃນເຖິງຜົນຮ້າຍຂອງພະຍາດອະຫິວາໝູ ອາຟຣິກາ ດ້ວຍການເອົາໃຈໃສ່ດູແລຢ່າງໃກ້ຊິດ.

9. ເມື່ອໄດ້ຮັບຄວາມສັ່ງສະບັບນີ້ແລ້ວໃຫ້ຮີບຮ້ານນຳໄປເຜີຍແຜ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ພ້ອມທັງລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ.

10. ຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ກົດນີ້ເລີຍເພື່ອຮັບສ່ວນຫຼຸດ 50%
ຂ່າວສານບ້ານເມືອງ

Post navigation

Previous Post: ມີຄົນເສຍຊີວິດຍ້ອນໄຂ້ຍຸງອີກ 1 ຄົນ ລວມເປັນ 12
Next Post: Launching of Saola Foundation

Related Posts

ຄະນະປະຈໍາສະພາແຫ່ງຊາດ ປຶກສາຫາລືບັນຫາສຳຄັນຂອງຊາດ ຂ່າວສານບ້ານເມືອງ
ພາບການໄປໃຫ້ບໍລິການວັກຊິນຢູ່ເຂດຫ່າງໃກ ຂ່າວສານບ້ານເມືອງ
ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ ຂ່າວສານບ້ານເມືອງ
ພະແນກອຸດສາຫະກຳ ແລະ ການຄ້າ ນວ ທຳລາຍ ຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ໄປຊື້ນໍ້າກ້ອນ ແລ້ວລັກ ເອົາມືຖື ກ້ອງວົງຈອນບັນທຶກໄວ້! ຂໍໃຫ້ເຈົ້າໜ້າທີ່ຈັບມາລົງໂທດ (ຊົມຄລິບ) ຂ່າວສານບ້ານເມືອງ
ທ່ານ ຟ້າມ ມິງຈິງ ສືບຕໍ່ເປັນນາຍົກລັດຖະມົນຕີ ຫວຽດນາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme