ຈາກການລາຍງານຂອງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ຍັງໄດ້ເອົາໃຈໃສ່ເຝົ້າລະວັງ ພະຍາດໄຂ້ຍຸງລາຍຕື່ມອີກ ສະເພາະວັນທີ 21 ກັນຍາ 2020 ສ ປປ ລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມຂຶ້ນ 54 ກໍລະນີ ແລະເສຍຊີວິດ 1 ຄົນ; ເປັນເພດຊາຍ ອາຍຸ 40 ປີ, ຢູ່ບ້ານຫຍໍ້, ເມືອງບຸນເໜືອ, ແຂວງຜົ້ງສາລີ.
ວັນທີ 4 ກັນຍາ 2020 ຜູ້ກ່ຽວມີອາການ ໄຂ້, ເຈັບຫົວ, ປວດຕົນໂຕ, ມີຈຸດຈ້ຳເລືອດຕາມຕົນໂຕ. ວັນທີ 6 ກັນຍາ 2020 ໄດ້ມາກວດຢູ່ໂຮງໝໍແຂວງອຸດົມໄຊ, ແພດໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດ ຜົນກວດແມ່ນພົບເຊື້ອ ພະຍາດໄຂ້ຍຸງລາຍ, ທ່ານໝໍໄດ້ແນະນຳໃຫ້ນອນຕິດຕາມອາການ ແຕ່ຜູ້ກ່ຽວບໍ່ຍອມນອນ ແລະ ໄດ້ກັບເມືອບ້ານ.
ວັນທີ 8 ກັນຍາ 2020 ຜູ້ກ່ຽວໄດ້ກັບມາປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊ ຍ້ອນ ເລືອດດັງອອກ, ເຈັບທ້ອງ, ຮາກອອກເລືອດ, ມີອາການຊ໋ອກ ແລະ ເສຍຊີວິດໃນວັນທີ 9 ກັນຍາ 2020;
ນັບແຕ່ວັນທີ 1 ມັງກອນ 2020 ເຖິງວັນທີ 21 ກັນຍາ 2020 ທົ່ວປະເທດມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 6,531ຄົນ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 1,529ຄົນ, ບໍລິຄຳໄຊ 741ຄົນ, ບໍ່ແກ້ວ 654 ຄົນ ແລະ ແຂວງວຽງຈັນ 650ຄົນ ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 12ຄົນ, ໃນນັ້ນນະຄອນຫຼວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຜົ້ງສາລີ 1 ຄົນ;

5ປ– ປ້ອງກັນໄຂ້ຍຸງລາຍ
- ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່
- ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ
- ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ
- ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ
- ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ