Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1

Posted on 22/09/202022/09/2020 By News No Comments on ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1

ໃນຕອນຂອງເຊົ້າວັນທີ 19 ກັນຍາ 2020, ຢູ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບລາວ-ໄທທີ 1 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ອາດສະພັງທອງ ສີພັນດອນ ກໍາມະການປະຈໍາພັກ ນວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ, ພັອ ພິມມະສອນ ທໍາມະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ນວ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ສະມາຊິກພັກທີ່ກ່ຽວຂ້ອງ ລວມມີ 58 ສະຫາຍ, ຍິງ 14 ສະຫາຍ ເຂົ້າຮ່ວມ.

ໃນພິທີ ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 836/ຄພ.ນວ, ລົງວັນທີ 15 ກັນຍາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1; ໃນນີ້ ໄດ້ບົ່ງຕົວແຕ່ງຕັ້ງ

1. ສະຫາຍ ພັອ ປອ ຄໍາພອນ ເທບພະວົງ ເປັນເລຂາຄະນະພັກຮາກຖານ

2. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນຮອງເລຂາຄະນະພັກຮາກຖານ

3. ສະຫາຍ ບຸນແອງ ພັນທະວົງ ເປັນກໍາມະການພັກ, ທັງເປັນປະທານກວດກາພັກ

4. ສະຫາຍ ສົມລິດ ພັນທະຈັກ ເປັນກໍາມະການພັກ.

5. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນຮອງປະທານກວດກາ

6. ສະຫາຍ ຖະໝອມສິດ ຂາວພິບານ ເປັນກໍາມະການພັກ.

7. ສະຫາຍ ພັທ ພູມີ ອິນທະວົງ ເປັນກໍາມະການພັກ.

8. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນຮອງປະທານກວດກາພັກ.

ແລະ ໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 ມີຄື:

ຄະນະໜ່ວຍພັກ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ມີ:

1. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນເລຂາໜ່ວຍພັກ

2. ສະຫາຍ ພັທ ພູມີ ອິນທະວົງ ເປັນຮອງເລຂາໜ່ວຍພັກ

3. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນປະທານຄະນະກວດກາໜ່ວຍພັກ.

4. ສະຫາຍ ພັຕ ຄໍານ້ອຍ ພົງວິໄລ ເປັນກໍາມະການພັກ, ທັງເປັນຮອງປະທານຄະນະກວດກາໜ່ວຍພັກ.

5. ສະຫາຍ ພັຕ ບຸນແສງ ແສງມະນີ ເປັນກໍາມະການພັກ.

6. ສະຫາຍ ພັຕ ສົມປາດຖະໜາ ນໍເພັງວານິດ ເປັນຮອງປະທານຄະນະກວດກາໜ່ວຍພັກ.

ຄະນະໜ່ວຍພັກຫ້ອງການບໍລິຫານດ່ານມີ:

1. ສະຫາຍ ສົມລິດ ພັນທະຈັກ ເປັນເລຂາໜ່ວຍພັກ

2. ສະຫາຍ ຄໍາຫວານ ຫຼ້າທອງສະຫວັນ ເປັນຮອງເລຂາໜ່ວຍພັກ

3. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນກໍາມະການພັກ, ທັງເປັນປະທານກວດກາໜ່ວຍພັກ

4. ສະຫາຍ ນາງ ຄໍາແຜ່ນ ຖາວອນ ເປັັນຮອງປະທານກວດກາໜ່ວຍພັກ.

ໃນພິທີ ຍັງໄດ້ມີການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ; ໃນນີ້ ເລືອກໄດ້ ສະຫາຍ ພັອ ປອ ຄໍາພອນ ເທບພະວົງ, ສະຫາຍ ບຸນແອງ ພັນທະວົງ (ຜູ້ແທນສົມບູນ) ແລະ ສະຫາຍ ສົມລິດ ພັນທະຈັກ (ຜູ້ແທນສໍາຮອງ).

ຂ່າວສານບ້ານເມືອງ

Post navigation

Previous Post: ຈາກອາຊີບຖາງປ່າເຮັດໄຮ່ຫັນມາປູກຊາໝ້ຽງຂາຍ ເຮັດໃຫ້ມີລາຍຮັບປີໜຶ່ງ 78 ລ້ານກີບ
Next Post: ມີຄົນເສຍຊີວິດຍ້ອນໄຂ້ຍຸງອີກ 1 ຄົນ ລວມເປັນ 12

Related Posts

1 ໃນຜູ່ບາດເຈັບ ເຫດອາລະວາດຕີກັນທີ່ ຕາດວັງນໍ້າເຜິ້ງ ເຈັບໜັກຕາແຕກ ກະໂຫຼກຫົວແຕກ ຂ່າວສານບ້ານເມືອງ
ກອງພົນທີ 5 ເປີດຊຸດອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດຂັ້ນພະນັກງານນຳພາ – ບັນຊາ ຊຸດທີ II ຂ່າວສານບ້ານເມືອງ
ຫຼາຍພາກສ່ວນຍັງສືບຕໍ່ໃຫ້ການອຸປະຖຳ ໃນການກໍ່ສ້າງຂົວຂ້າມນ້ຳພີດ ຂ່າວສານບ້ານເມືອງ
ກົມ 213 ສຳເລັດການຊ້ອມຮົບ “ຄົມໃນຝັກ” ຂ່າວສານບ້ານເມືອງ
ເປີດທາມລາຍ! ຜູ້ທີ່ຕິດເຊື້ອຢູ່ແຂວງວຽງຈັນ ມື້ນີ້​ 1 ຄົນ ຂ່າວສານບ້ານເມືອງ
ສະພາບອາກາດໜາວແລ້ວຮັກສາສຸຂະພາບແດ່ເດີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme