Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈາກອາຊີບຖາງປ່າເຮັດໄຮ່ຫັນມາປູກຊາໝ້ຽງຂາຍ ເຮັດໃຫ້ມີລາຍຮັບປີໜຶ່ງ 78 ລ້ານກີບ

Posted on 22/09/202022/09/2020 By News No Comments on ຈາກອາຊີບຖາງປ່າເຮັດໄຮ່ຫັນມາປູກຊາໝ້ຽງຂາຍ ເຮັດໃຫ້ມີລາຍຮັບປີໜຶ່ງ 78 ລ້ານກີບ

ຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດກໍ່ຄືການຊີ້ນໍາ-ນໍາພາ ຂອງຄະນະພັກແຕ່ລະຂັ້ນ ແຕ່ຂອດສໍາຄັນທີ່ເປັນພື້ນຖານແມ່ນຄວາມດຸໝັ່ນຂະຫຍັນພຽນ ຄວາມສາມັກຄີພາຍໃນຄອບຄົວບວກໃສ່ທ່າແຮງສະພາບແວດລ້ອມ ຈຶ່ງເຮັດໃຫ້ຄອບຄົວຫັນມາປູກຊາໝ້ຽງຂາຍມີລາຍຮັບດີປີໜຶ່ງໄດ້ເຖິງ 78 ລ້ານກີບ.

ຄອບຄົວຂອງລຸງ ບຸນທ່ຽງ ມວນມະນີ ອາຍຸ 54 ປີ ປະຊາຊົນບ້ານສະແມດໃຫຍ່ ເມືອງໄຊສະຖານ ແຂວງໄຊຍະບູລີ ພາຍໃນຄອບຄົວມີນໍາກັນທັງໝົດ 8 ຄົນ ມີແຮງງານຕົ້ນຕໍ 2 ຄົນ. ກ່ອນປີ 2009 ຄອບຄົວຂອງລຸງໄດ້ຍຶດຖືອາຊີບເຮັດໄຮ່: ປູກເຂົ້າເລື່ອນລອຍ ແລະ ຖືເອົາການປູກຊາເປັນອາຊີບສໍາຮອງ ໃນໄລຍະນັ້ນພໍຮອດລະດູຜະລິດເຂົ້າກໍໄດ້ພາກັນໄປຖາງປ່າເຮັດໄຮ່ປູກເຂົ້າປະມານ 2-3 ເຮັກຕາ. ປີໃດຟ້າຝົນອໍານວຍຜົນຜະລິດກໍໄດ້ຫຼາຍກຸ້ມກິນ, ປີໃດຟ້າຝົນບໍ່ອໍານວຍສັດຕູພືດທໍາລາຍຜົນຜະລິດກໍ່ຕໍ່າເຮັດໃຫ້ຂາດເຂົ້າກິນເປັນເວລາ 2-3 ເດືອນຕໍ່ປີ.

ດັ່ງນັ້ນ ຈຶ່ງເຂົ້າປ່າເພື່ອຊອກຫາເຄື່ອງປ່າຂອງດົງຕາມທໍາມະຊາດໄປຂາຍແລ້ວຊື້ເຂົ້າມາກິນເພື່ອລ້ຽງຄອບຄົວເຮັດໃຫ້ຊີວິດຄອບຄົວເວລານັ້ນຝືດເຄືອງເຮືອນຢູ່ບໍ່ຖາວອນ, ພາຫະນະຮັບໃຊ້ກໍ່ບໍ່ມີ, ເວລາເຈັບເປັນກໍ່ບໍ່ມີເງິນໄປປິ່ນປົວ. ຮອດທ້າຍປີ 2009 ເມືອງໄຊສະຖານ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ພັກ ແລະ ລັດໄດ້ມີນະໂຍບາຍຈັດສັນອາຊີບຄົງທີ່ ແລະ ໝັ້ນທ່ຽງໃຫ້ກ່ປະຊາຊົນ ຫັນເອົາການປູກ, ການລ້ຽງແບບທໍາມະຊາດກະແຈກກະຈາຍ ຫັນມາລ້ຽງແບບເປັນກຸ່ມຕິດພັນກັບການບໍລິການດ້ານເຕັກນິກ ແລະ ສິນເຊື່ອທະນາຄານຍ້ອນເຫັນໄດ້ແນວນັ້ນລຸງຈຶ່ງໄດ້ປຶກສາຫາລືກັບຄອບຄົວຈຶ່ງຕົກລົງກັນປ່ຽນອາຊີບຈາກການເຮັດໄຮ່ປູກເຂົ້າແບບເລື່ອນລອຍມາປູກຊາເປັນອາຊີບຫຼັກ ເພາະຊາສະແມດໃຫຍ່ເປັນຊາທີ່ໄດ້ມາດຖານເປັນທີ່ຕ້ອງການຂອງຜູ່ບໍລິໂພກ ແລະ ຕະຫຼາດຮອງຮັບຈາກພາຍໃນ ແລະ ຕ່າງປະເທດ, ປູກເທົ່າໃດກໍຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ. ລຸງມີສວນຊາທັງໝົດ 6 ເຮັກຕາຖືວ່າປູກຫຼາຍກວ່າໝູ່; ປີໜຶ່ງສາມາດສ້າງລາຍຮັບຈາກການຂາຍຊາໄດ້ 78 ລ້ານກີບ ນອກຈາກນັ້ນຄອບຄົວຂອງລຸງຍັງໄດ້ລ້ຽງສັດ, ຫາເຄື່ອງປ່າຂອງດົງ ແລະ ຂາຍເຄື່ອງຍ່ອຍປີໜຶ່ງໄດ້ 20 ລ້ານກີບ ສັງລວມແລ້ວປີໜຶ່ງສາມາດສ້າງລາຍຮັບເຂົ້າໃນຄອບຄົວໄດ້ທັງໝົດ 98 ລ້ານກີບ ສະເລ່ຍໃສ່ຫົວຄົນໜຶ່ງພາຍໃນຄອບຄົວໄດ້ 12 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ຈາກຜົນທີ່ໄດ້ຮັບຂ້າງເທິງນັ້ນ ທຽບໃສ່ເມື່ອກ່ອນເຮັດໃຫ້ຄອບຄົວຂອງລຸງດີຂຶ້ນຕາມລໍາດັບ ສາມາດສ້າງເຮືອນຢູ່ຖາວອນ, ມີເງິນສົ່ງລູກຫຼານຮຽນຕໍ່, ມີເງິນແຮໄວ້ໃຊ້ໃນຍາມຈໍາເປັນ. ລຸງຍັງໄດ້ກ່າວຕື່ມວ່າ: ໃນຕໍ່ໜ້າຄອບຄົວຂອງລຸງຍັງຈະໄດ້ພ້ອມໃຈກັນຂະຫຍາຍສວນຊາອອກຕື່ມອີກໃຫ້ໄດ້ 2-3 ເຮັກຕາ ພ້ອມທັງຈະອານຸລັກຮັກສາຕົ້ນຊາພັນພື້ນເມືອງດີໆໄວ້ ເຮັດແນວພັນເພື່ອປູກໃນປີຕໍ່ໆໄປ ແລະ ຄາດວ່າປີຕໍ່ໄປຄອບຄົວຂອງລຸງຈະມີລາຍຮັບຈາກການຂາຍຊາ, ຂາຍສັດ, ຂາຍເຄື່ອງປ່າຂອງດົງ ແລະ ບໍລິການຄ້າຂາຍຍ່ອຍ ທັງໝົດ 100 ລ້ານກີບຂຶ້ນໄປ.

ຂ່າວ: ບຸນທີ.

ຂ່າວສານບ້ານເມືອງ

Post navigation

Previous Post: ກະຖືວ່າເປັນຂ່າວດີ! ທີ່ ສປປລາວ ເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ
Next Post: ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1

Related Posts

ຄວນເອົາເປັນແບບຢ່າງສອງຜົວເມຍທີ່ລັກຂ້າມມາຈາກໄທແຕ່ບໍ່ໄດ້ຄິດລົບໜີ ຮີບຮ້ອນເຂົ້າແຈ້ງເຈົ້າໜ້າທີ່ທັນທີ ເພື່ອນຳຕົວໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ ຂ່າວສານບ້ານເມືອງ
ອັດຕະປືຈະປິດແຂວງຖ້າມີກໍລະນີແຂວງໃກ້ຄຽງມີການແຜ່ລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຊົມເຊີຍ! ແຂວງສາລະວັນ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ຄົນທໍາອິດຂອງແຂວງ ຂ່າວສານບ້ານເມືອງ
ລັດຖະບານອອກແຈ້ງການລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຍອດຕິດເຊື້ອທົ່ວໂລກ ກາຍ 5 ລ້ານຄົນແລ້ວ! ຣັດເຊຍ ກາຍ 3 ແສນ ຄົນ ຂ່າວສານບ້ານເມືອງ
ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme