Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະບໍລິຫານງານຊາວໜຸ່ມ ກອງພັນ 617 ກອງພົນທີ 4 ສະຫຼຸບວຽກງານ 6 ເດືອນຕົ້ນປີ 2020

Posted on 22/09/202022/09/2020 By News No Comments on ຄະນະບໍລິຫານງານຊາວໜຸ່ມ ກອງພັນ 617 ກອງພົນທີ 4 ສະຫຼຸບວຽກງານ 6 ເດືອນຕົ້ນປີ 2020

ໃນວັນທີ 18 ກັນຍາ 2020 ນີ້: ຄະນະບໍລິຫານງານຊາວໜຸ່ມ ກອງພັນ 617 ກອງພົນທີ 4 ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2020, ຢູ່ທີ່ສະໂມສອນ ກອງພັນ 617 ໂດຍການເປັນປະທານ ຂອງສະຫາຍ ພັນໂທ ໄມວັນ ຍ້ອມອຸທິດ ຫົວໜ້າພະແນກຊາວໜຸ່ມ ກອງພົນທີ 4, ມີຄະນະພັກ – ຄະນະບັນຊາກອງພັນ 617, ເລຂາ ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ, ພ້ອມທັງສະມາຊິກຊາວໜຸມພາຍໃນກອງພັນ 617 ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຮ້ອຍເອກ ພົມມະຈັນ ວິໄລສານ ຮອງຄະນະບໍລິຫານງານຊາວໜຸ່ມກອງພັນ 617 ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນ ທ້າຍປີ 2020, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເຫັນວ່າ ຄະນະບໍລິຫານງານຊາວໜຸ່ມ ພ້ອມດ້ວຍການຈັດຕັ້ງຊາວໜຸ່ມທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ນໍາພາແນວຄິດເປັນບັນຫາສໍາຄັນ, ເປັນເຈົ້າການຮັກສາທີ່ຕັ້ງປົດຄ້າຍ, ສາງຄັງ, ອາວຸດ ແລະ ສະຖານທີ່ຂອບເຂັດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100 %, ຜ່ານມາຊາວໜຸ່ມໄດ້ເຂົ້າຮ່ວມຂະບວນກິລາເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ – ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ, ຄະນະບໍລິຫານງານຊາວໜຸ່ມ ໄດ້ສ້າງແຫຼ່ງລາຍຮັບໃຫ້ໜ່ວຍ ແລະ ຄະນະບໍລິຫານງານຊາວໜຸ່ມ 617 ໂດຍສ້າງຮ້ານຕັດຜົມ ຂະໜາດ 3 x 4 ມູນຄ່າ 2.640.000 ກີບ, ພາຍໃນ 7 ເດືອນ ສາມາດສ້າງລາຍຮັບໄດ້ 8.420.000 ກີບ, ວຽກງານເພີ່ມພູນຜະລິດຜົນ ປູກພືດ ລົ້ມລຸກໄດ້ 1640 kg, ປູກຕົ້ນໄມ້ກີນໝາກ 30 ກວ່າຕົ້ນ, ປູກຕົ້ນໄມ້ປະດັບ 1 000 ກວ່າຕົ້ນ, ປົກປັກຮັກສາຕົ້ນໄມ້ວິກ 1.000 ກວ່າຕົ້ນ, ລ້ຽງປະເພດສັດປີກໄດ້ 450 ໂຕ, ປ່ອຍປາຊະນິດຕ່າງໆ ໄດ້ 2.500 ໂຕ, ລ້ຽງປະເພດໝູ – ແບ້ 15 ໂຕ ລວມລາຍຮັບຈາກການປູຝັງ – ລ້ຽງສັດ ແລະ ການບໍລິການຕ່າງໆ 20 510 000 ກີບ, ສາມາດຍາດໄດ້ຜົນງານຊາວໜຸ່ມ 4 ບຸກ ປະເພດນຳໜ້າ 95 ສະຫາຍ ກວມ 65,06 %,ປະເພດແຂງ 24 ສະຫາຍ ກວມ 16,43 %, ປະເພດກາງ 12 ສະຫາຍ ກວມ 8,21 %, ປະເພດ ອ່ອນ 05 ສະຫາຍ ກວມ 3,4 %, ນອກຈາກນັ້ນ ຄະນະໜ່ວຍຊາວໜຸມ ພອມທັງສະມາຊິກຊາວໜຸ່ມກອງພັນ 617 ກອງພົນທີ 4 ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໃຫ້ຄົບຖ່ວນ ແລະ ສົມບູນຂຶ້ນຕື່ມ, ໃນພິທີ ຍັງໄດ້ມີການມອບໃບຍ້ອງຍໍຊາວໜຸ່ມ 4 ບຸກ ໃຫ້ ໜ່ວຍ ແລະ ຊະມາຊິກຊາວໜຸ່ມທີ່ມີຜົນງານດີເດັນ ໂດຍໃຫ້ກຽດມອບຂອງສະຫາຍ ພັນໂທໄມວັນ ຍ້ອມອຸທິດ ຫົວໜ້າພະແນກຊາວໜຸ່ມ ກອງພົນທີ4, ສະຫາຍ ເລຂາຄະນະພັກບໍລິຫານງານຊາວໜຸ່ມ ກອງພັນ 617 ຢ່າງສົມກຽດ.

ໂອກາດນີ້ ສະຫາຍ ພັນໂທ ໄມວັນ ຍ້ອມອຸທິດ ຫົວໜ້າພະແນກຊາວໜຸ່ມ ກອງພົນທະຫານຮາບທີ 4 ກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະບໍລິຫານງານຊາວໜຸ່ມກອງພັນ 617 ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດໃຫ້ສະມາຊິກຂອງຕົນໃຫ້ເປັນປົກກະຕິ, ສືບຕໍ່ສຸມທຸກເຫື່ອແຮງເຂົ້າໃນທຸກຂົງເຂດວຽກງານຕ່າງໆ ຂອງກົມກອງ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເພີ່ມທະວີຄວາມສາມັກຄີພາຍໃນ – ພາຍນອກ, ພ້ອມພາກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ປະກອບສ່ວນທຸກຂະບວນການຂອງກົມກອງ ເພື່ອເຮັດໃຫ້ກົມກອງເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ – ພາບໂດຍ: ອານຸສັກ ຈູມມະນີວົງ, ບົວຄຳ ທອງລັດສະໝີ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈັບ 1 ຄົນ ວີໂກ້ປີ້ນກາງເດິກທາງໄປເມືອງປາກແຊງ
Next Post: ກະຖືວ່າເປັນຂ່າວດີ! ທີ່ ສປປລາວ ເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

Related Posts

ເມືອງທຸລະຄົມແຈ້ງເຕືອນປະຊາຊົນລຽບແຄມນໍ້າງຶ່ມ ລະວັງໄພນໍ້າຖ້ວມ ຂ່າວສານບ້ານເມືອງ
ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເມືອງ​ທ່າ​ປາງ​ທອງ​ເກັບ​ກ່ຽວ​ເຂົ້າ​ນາ​ປີ​ຊ່ວຍ​ປະ​ຊາ​ຊົນ​ທີ່​ຖືກ​ນ້ຳ​ຖ້ວມ ຂ່າວສານບ້ານເມືອງ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດລົງເຄື່ອນໄຫວສຳຫຼວດພື້ນທີ່ການກໍ່ສ້າງກອງພັນໃຫຍ່ 402 ຂ່າວສານບ້ານເມືອງ
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີໄດ້ແລ້ວ 20.997 ເຮັກຕາ ຂ່າວສານບ້ານເມືອງ
ສໍາມະນາ ການປະຕິບັດສົນທິສັນຍາການຕ້ານການຄ້າມະນຸດ ທີ່ ສປປລາວ ເປັນພາຄີ ຂ່າວສານບ້ານເມືອງ
​ເກີດ​ເຫດແຜ່ນ​ດິນ​ໄຫວ ​ຢູ່ເມືອງໄຊສະຖານ ຄວາມແຮງສັ່ນສະເທືອນວັດໄດ້ 2.1 ຮິກເຕີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme