ເຫດຂັບຂີ່ລົດໃຫຍ່ເສຍຫລັກປີ້ນລົງຂ້າງທາງຜູ້ບາດເຈັບເພດຊາຍ 01 ຄົນ

ໃນວັນທີ່ 21.09.2020 ເວລາ 23:52 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດລົດກະບະ VIGO ປີ້ນ ຢູ່ບ້ານ ວຽງສະຫວັນ ເສັ້ນທາງໄປເມືອງປາກແຊງ ນະຄອນຫລວງພະບາງ

ເມື່ອຫນ່ວຍກູ້ຊີບອົງການກາແດງລາວ ອອກກວດສອບເຫດພົບຄົນເຈັບເພດຊາຍ 01ຄົນ ອາການບາດເຈັບເບື້ອງຕົ້ນແມ່ນ: ເຈັບບາໄຫລ່ເບື້ອງຊ້າຍ ແລະ ເຈັບຫນ້າເອີກ.

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວແດງລາວຫຼວງພະບາງຈຶ່ງ ໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ 107.

ສ່ວນລົດແມ່ນປີ້ນຫງ່ຽງຂ້າງ ແລະ ເປເພສົມຄວນ. ສາເຫດຂອງການປີ້ນເຈົ້າໜ້າທີ່ຈະສອບສວນຜູ່ຂັບຂີ່ຕື່ມພາຍຫຼັງປິ່ນປົວ.

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️071 1625 ; 030 9211625 ບໍລິການຟີຣ ຕະຫຼອດ24 ຊົ່ວໂມງ.🚑

ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.