Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດລະບຽບຢ່າງເຂັ້ມງວດ

Posted on 21/09/202021/09/2020 By News No Comments on ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດລະບຽບຢ່າງເຂັ້ມງວດ

ມາຮອດປະຈຸບັນ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ19 ທັງໝົດ 31.240.262 ຄົນ, ເພີ່ມຂຶ້ນ 248.581ຄົນ, ເສຍຊີວິດ 964.324ຄົນ, ໃນນັ້ນ ອາເມຣິກາ ເປັນອັບດັບ 1ຂອງໂລກ ມີຜູ້ຕິດເຊື້ອທັງໝົດ 7.004.768ຄົນ. ເສຍຊີວິດ 203.377ຄົນ, ເພີ່ມຂຶ້ນ 39.213ຄົນ. ອັນດັບ 2 ແມ່ນອິນເດຍ ມີຜູ້ຕິດເຊື້ອທັງໝົດ 5.487.580ຄົນ, ເພີ່ມຂຶ້ນ 86.961ຄົນ, ເສຍຊີວິດ 87.909ຄົນ, ອັນດັບ 3ແມ່ນເບຼຊິນ ມີຜູ້ຕິດເຊື້ອທັງໝົດ 4.544.629ຄົນ, ເພີ່ມຂຶ້ນ 16.282ຄົນ, ເສຍຊີວິດ 135.985ຄົນ. ສໍາລັບ ສປປ ລາວ ຢູ່ອັນດັບທີ 205 ຂອງໂລກ ມີຜູ້ຕິດເຊື້ອສະສົມທັງໝົດ 23ຄົນ, ປົວດີແລ້ວ 22ຄົນ ກໍາລັງປິ່ນປົວຢູ່ໂຮງໝໍມິດຕະພາບ 1ຄົນ ຄືກໍລະນີທີ 23.

ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຄະນະສະເພາະກິດ ຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 21 ກັນຍາ 2020 ເຖິງສະພາບການຄວບຄຸມໂຄວິດ19 ຢູ່ ສປປ ລາວ ວ່າ: ຮອດເວລາ 17ໂມງ ວັນທີ 20 ກັນຍາ 2020 ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ1,359ຄົນ: ໃນນັ້ນຈຸດຜ່ານດ່ານລາວ-ໄທ 701ຄົນ ມີແຮງງານລາວກັບມາແຕ່ໄທ122ຄົນ; ຈຸດຜ່ານດ່ານລາວ-ຈີນ 25ຄົນ, ໃນນີ້ມີແຮງງານລາວ 2 ຄົນ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຜ່ານດ່ານລາວ-ຫວຽດນາມ 627ຄົນ ໃນນັ້ນ ມີນັກສຶກສາ 17 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ຈົນກວ່າຈະຄົບກຳນົດ 14ວັນ.

ດຣ.ລັດສະໝີ ວົງຄຳຊາວ ໃຫ້ຮູ້ເຖິງການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດວ່າ: ວັນທີ 20 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 387ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 172 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 215 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ. ແຕ່ເດືອນມັງກອນ ຮອດ ວັນທີ 20 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 47,589ຕົວຢ່າງ, ກວດພົບເຊື້ອສະສົມ 23ຄົນ.

ປະຈຸບັນ ສະພາບການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ຍັງສືບຕໍ່ ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພິ່ມຂຶ້ນໃນແຕ່ລະວັນ; ບັນຫາສຳຄັນແມ່ນບັນດາໂຮງແຮມທີ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ເພື່ອກຳນົດເປັນ ບ່ອນຈຳກັດບໍລິເວນ 14 ວັນ ໃຫ້ແກ່ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດບຽບຢ່າງເຂັ້ມງວດ ຕໍ່ຜູ້ທີ່ເຂົ້າມາຈຳກັດບໍລິເວນ ຢູ່ໂຮງແຮມຂອງຕົນ; ຖ້າຫາກ ບໍ່ປະຕິບັດມາດຕະການ ທີ່ຄະນະສະເພາະກິດໄດ້ວາງອອກ ແມ່ນຈະໄດ້ຖືກດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຄະນະສະເພາະກິດ ມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນບັນດາເຜົ່າ ການວາງມາດຕະການຕ່າງໆ ອອກມາ ແມ່ນເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກຄົນ ຈົ່ງສືບຕໍ່ຮ່ວມມື, ເປັນເຈົ້າການ ໃນການປະຕິບັດ ຂໍ້ແນະນຳຕ່າງໆ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ.

ຂ່າວສານບ້ານເມືອງ

Post navigation

Previous Post: ສານຂອງທ່ານນາຍົກລັດຖະມົນຕີ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ
Next Post: ອຸບັດຕິເຫດ! ຂັບຂີ່ລົດຈັກລົ້ມເອງ ຢູ່ເສັ້ນທາງບ້ານສັງຄະໂລກ

Related Posts

ເຈົ້າໜ້າທີ່ 3 ສະຫາຍ ເສຍຊີວິດ ໃນໜ້າທີ່ ຢູ່ເມືອງວຽງຄໍາ ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ I ຢ່າງສົມກຽດ ຂ່າວສານບ້ານເມືອງ
ທ່ານ ໄຊສົມພອນ ພົມວິຫານ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນນໍ້າຂອງເມືອງປາກອູ ຂ່າວສານບ້ານເມືອງ
ພົບສົບໄຫຼມາຄ້າງເຂດທ່າບ້ານນາທາມ ເມືອງຫາດຊາຍຟອງ ຂ່າວສານບ້ານເມືອງ
ກອງບັນຊາການແຂວງສະຫວັນນະເຂດ ປະກ າດ ວິ ໄ ນນາຍຕຳຫຼວດອອກຈາກກຳລັງປ້ອງກັນຄວາມສະຫງົບ ຂ່າວສານບ້ານເມືອງ
ແຈ້ງການ: ການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ
ສະຫຼຸບ ປກສ ແຂວງບໍ່ແກ້ວ ຍຶດ ຢ າ ເ ສ ບ ຕິ ດໄດ້60ເປົ່າຫຼ໋ອດໃຫຍ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme