Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສານຂອງທ່ານນາຍົກລັດຖະມົນຕີ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ

Posted on 21/09/202021/09/2020 By All in LAOS No Comments on ສານຂອງທ່ານນາຍົກລັດຖະມົນຕີ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວກ່າວໃນກອງປະຊຸມທາງໄກ ສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ, ວັນທີ 21 ກັນຍາ 2020

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານ ເພື່ອສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີ ຜ່ານການບັນທຶກວິດີໂອ, ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສ.ອາເມລິກາ ໂດຍມີເນື້ອໃນລະບຸວ່າ:

“ຂ້າພະເຈົ້າ ໃນນາມຕາງໜ້າລັດ ຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ມາຍັງອົງການ ສປຊ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້. ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດ ທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດໃຫ້ໂລກນີ້ມີ ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລ.

ຕະຫຼອດໄລຍະ 75 ປີ ຜ່ານມາ, ພວກເຮົາໄດ້ເຫັນຜົນງານ ແລະ ຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊ. ຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງຊາດ ແລະ ເປັນເຈົ້າຕົນເອງ ໃນການຕັດສິນຊາຕາກຳຂອງຊາດຕົນ; ການເຈລະຈາ ແລະ ປຶກສາຫາລືບັນຫາໂດຍສັນຕິວິທີ ໄດ້ກາຍເປັນຫຼັກການ ແລະ ແນວໂນ້ມ ໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ; ການຮ່ວມມືເພື່ອການພັດທະນາ ໄດ້ຮັບການເຊີດຊູ ອັນໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ບັນຫາການຈຳແນກເຊື້ອຊາດ-ຜິວພັນ, ຄວາມບໍ່ສະເໝີພາບຍິງ-ຊາຍ ໄດ້ຮັບການແກ້ໄຂເປັນກ້າວໆມາ ອັນເປັນການປະກອບສ່ວນທີ່ສຳຄັນ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແລະ ການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ. ເຖິງວ່າ ສະພາບແວດລ້ອມໃນ 7 ທົດສະຫວັດກວ່າຜ່ານມາ ຈະແຕກຕ່າງຈາກສະພາບໃນປັດຈຸບັນ, ແຕ່ຂ້າພະເຈົ້າເຫັນວ່າ ຈຸດປະສົງເປົ້າໝາຍ ແລະ ຫຼັກການ ທີ່ໄດ້ກຳນົດໄວ້ໃນກົດ ບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປັດຈຸບັນ.

ສະນັ້ນ, ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຈົ່ງພ້ອມໃຈກັນ ສືບຕໍ່ສົ່ງເສີມຈຸດປະສົງເປົ້າໝາຍຂອງອົງການ ສປຊ ແລະ ຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມໃນປັດຈຸບັນ ແນ່ໃສ່ຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະ ສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆຂອງວົງຄະນາຍາດສາກົນ.

ສປປ ລາວ ພວກຂ້າພະເຈົ້າ ພ້ອມແລ້ວ ທີ່ຈະຮ່ວມກັບບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມ ຂອງບັນດາປະຊາຊາດ ໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ.”

ອົງການ ສປຊ ໄດ້ສ້າງຕັ້ງຂື້ນໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ພັດທະນາສາຍພົວພັນມິດຕະ ພາບ ບົນພື້ນຖານຫຼັກການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆຂອງສາກົນໃນດ້ານເສດຖະກິດ, ສັງ ຄົມ ແລະ ວັດທະນະທຳ. ປັດຈຸບັນອົງການ ສປຊ ມີສະມາ ຊິກທັງໝົດຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາເລສຕີນ), ມີສຳນັກງານໃຫ່ຍຕັ້ງຢູ່ ນິວຢອກ ສ. ອາເມລິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ, ຝລັ່ງ, ຈີນ, ລັດເຊຍ, ອາຣັບ ແລະ ແອດສະປາຍໂຍນ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 14 ທັນວາ 1955.

ເລື່ອງເດັ່ນ

Post navigation

Previous Post: ປະກາດຜູ່ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ປະຈຳປີ 2020
Next Post: ຜູ້ເດີນທາງເຂົ້າມາ ສປປ ລາວ ແມ່ນໃຫ້ເອົາໃຈໃສ່ ກວດກາ, ເຄັ່ງຄັດ ແລະ ປະຕິບັດລະບຽບຢ່າງເຂັ້ມງວດ

Related Posts

ວັນວິສາຂະບູຊາ ວັນສໍາຄັນຂອງ ພຸດທະສາສະໜາ ເລື່ອງເດັ່ນ
ປໍ້ານໍ້າມັນ 38 ແຫ່ງ ເປີດ ທີ່ ນະຄອນຫຼວງວຽງຈັນ 13 ມິຖຸນາ 2022 ຂ່າວສານບ້ານເມືອງ
ໄອເດຍດີຫຼາຍຂາຍເຄື່ອງຍຸກໂຄວິດທີ່ມ່ຽນເຕີຍຫວຽດນາມ ເລື່ອງເດັ່ນ
ພຣະບາດໂພນສັນ ສູນລວມຈິດໃຈຂອງ ປະຊາຊົນເມືອງທ່າພະບາດ ແລະ ປວງຊົນລາວທັງຊາດ – ມໍລະດົກຂອງຊາດລາວ ເລື່ອງເດັ່ນ
ລາວທ່ຽວລາວ ພາໄປຮອດເມືອງນາກາຍ ເລື່ອງເດັ່ນ
ງານບຸນປີໃໝ່ເຜົ່າກືມມຸ (ບຸນເຕັດນືມ, ບຸນເກຼີ ) ປະຈຳປີ 2020 14-18 ມັງກອນ ທີ່ແຂວງອຸດົມໄຊ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme