Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນະຄອນໄກສອນ ພົມວິຫານ ທົດລອງຕິດຕັ້ງດອກໄຟເຍືອງທາງພະລັງງານແສງຕາເວັນຕາມເສັ້ນທາງເລກ9B

Posted on 21/09/202021/09/2020 By News No Comments on ນະຄອນໄກສອນ ພົມວິຫານ ທົດລອງຕິດຕັ້ງດອກໄຟເຍືອງທາງພະລັງງານແສງຕາເວັນຕາມເສັ້ນທາງເລກ9B

ໃນວັນທີ 12 ກັນຍາ 2020 ນີ້, ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກ ສອນ ພົມວິຫານ ພ້ອມຄະນະ ຊຶ່ງປະກອບມີ ຫົວໜ້າຫ້ອງວ່າການປົກຄອງນະຄອນ, ຫົວໜ້າຫ້ອງການຄຸ້ມຄອງ, ພັດທະນາ ແລະ ບໍລິຫານນະຄອນ (ຄພບ) ໄດ້ລົງກວດກາເບິ່ງການທົດລອງຕິດຕັ້ງດອກໄຟ Solar cell ຫຼືດອກໄຟທີ່ໃຊ້ພະລັງງານແສງຕາເວັນເຍືອງທາງເລກ 9B ເຊິ່ງເລີ່ມຈາກຂົວ ສົ້ມປ່ອຍເຂດບ້ານນາເຊັງນະຄອນ ໄກສອນ ພົມວິຫານ ຊຶ່ງມີ ຂະໜາດ 200w ໃສ່ເສົາໄຟເກົ່າປົດງວງດອກໄຟເກົ່າອອກ

ເຖິງເສົາຈະສູງເກີນໄປແຕ່ກໍ່ຈຳເປັນ ແລະ ເຫັນວ່າພໍໝູນໃຊ້ ໄດ້, ເຊິ່ງຈະສືບຕໍ່ຕິດຕັ້ງເຂົ້າມາຮອດວົງວຽນກະບອງໃຫຍ່ມີຈຳນວນ 106 ຕົ້ນ, ໂດຍເປັນໂຄງການທົດລອງແບບສັງຄົມມີສ່ວນຮ່ວມ ເພາະບໍ່ມີງົບປະມານ ຖ້າຈະຕິດຕັ້ງແບບໄຟຕາຂ່າຍແມ່ນມີມູນຄ່າສູງກວ່າຫຼາຍ ເຊິ່ງຖ້າຕິດຕັ້ງສຳເລັດຈະເຮັດໃຫ້ເສັ້ນທາງເຂົ້າຕົວນະຄອນ ໄກສອນ ພົມວິຫານ ມີຄວາມ ສວຍງາມ ແລະ ມີແສງສະຫວ່າງຕາມເສັ້ນທາງເລກທີ 9B ຂຶ້ນຕື່ມ ເປັນການປະຕິບັດຕາມທິດສ້າງ ນະຄອນໄປຕາມ 6ສ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນລົດຄາຢູ່ກາງແມ່ນໍ້າທີ່ກະແສໄຫຼແຮງທີ່ຂົວນໍ້າຈ້າເມືອງອານຸວົງ (ມີຄລິບ)
Next Post: ໃຫ້ລາງວັນນໍາຈັບ 30 ​ລ້ານກີບ ຄົນຈີນສອງຄົນສໍ້ໂກງຊັບພົນລະເມືອງ

Related Posts

ປາຕິໂທຂອງກ າ ງ 2.406.000 ເມັດພ້ອມລົດຈັກ 2 ຄັນ ແລະ ເຮືອ 2 ລຳທີ່ເມືອງທ່າພະບາດ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເກີດເຫດ ໄຟໄໝ້ ສາງເຄື່ອງຄົນຈີນ ທີ່ເມືອງຫ້ວຍຊາຍ (9 ພຶດສະພາ) ຂ່າວສານບ້ານເມືອງ
ໂຮມແຮງຮ່ວມໃຈ ປູກຕົ້ນໄມ້ ທີ່ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ຂ່າວສານບ້ານເມືອງ
ນະຄອນຫລວງວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງ ຂ່າວສານບ້ານເມືອງ
ປີ່ນລ່າງງ່າງ ກະບະຕໍາກັບຕ໋ອກຕ໋ອກ ຂ່າວສານບ້ານເມືອງ
ໜັກອີຫຼີ ໄວຣັດໂຄໂຣນາ! ມື້ດຽວຕາຍອີກ 46 ຄົນ ຕິດເຊື້ອເພີ່ມອີກ 3176 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme