ໃນວັນທີ 16 ກັນຍາ 2020 , ກອງບັນຊາການທະຫານອາກາດ ຈັດຕັ້ງພິທີປະກາດການຈັດຕັ້ງ ຂັ້ນບັນຊາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າກອງພັນ, ຮອງຫົວໜ້າກອງພັນ ແລະ ວິຊາການ ຊວ່ຍວຽກ, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ພູຫຼວງ ບົວພະຈັນ ເລ ຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານອາ ກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຫົວໜ້າພະແນກ, ຕະຫຼອດຮອດພະນັກງານຫຼັກ ແຫຼ່ງເຂົ້າຮ່ວມ.
ສະຫາຍພັນໂທ ສິງພອນ ແກ້ວຈໍາປາ ຮອງຫົວໜ້າ ຫ້ອງ ການເມືອງກອງບັນຊາການທະຫານອາກາດໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນບັນຊາ ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າກອງພັນ, ຮອງຫົວໜ້າກອງພັນ ແລະ ວິຊາການຊ່ວຍ ວຽກອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກ ຍ້າຍນາຍທະຫານໃນການປັບ ປຸງບູລະນະກົງຈັກການຈັດຕັ້ງ ນໍາພາ-ບັນຊາໃນກໍາລັງປະກອບ ອາວຸດໃຫ້ເຂັ້ມແຂງໜັກແໜ້ນ ຮອບດ້ານເພື່ອເຮັດສໍາເລັດໜ້າ ທີ່ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ.

ກົມໃຫຍ່ການ ເມືອງກອງທັບຕົກລົງແຕ່ງຕັ້ງ ພັນໂທ ມະມັດໄຊ ລາສີ ເປັນ ຫົວໜ້າພະແນກໄອຍະການທະ ຫານ ຂັ້ນສູງ , ຮ້ອຍເອກ ສົມພູວັນ ສຸວັນດີ ເປັນຮອງ, ແຕ່ງຕັ້ງ ພັນຕີ ໄຊແກ້ວ ທອງເຮືອງໄຊ ເປັນ ຫົວໜ້າພະແນກກົດລັບ, ຮ້ອຍເອກ ຄໍາສົນ ສຸຫວັນພອນ ເປັນຮອງ, ແຕ່ງຕັ້ງ ພັນຕີ ນາງ ມະ ນີວັນ ເຮືອງພະຈິກ ເປັນຫົວໜ້າ ພະແນກປະກັນສັງຄົມ, ພັນຕີ ບົວທອງ ແສງມະນີ ເປັນຮອງ, ພັນຕີ ນາງ ເພັດສະໝອນ ວິໄລ ທອງ ແລະ ຮ້ອຍໂທ ນາງ ສຸພາພອນ ພົມມະລິນ ຊ່ວຍວຽກ, ແຕ່ງ ຕັ້ງ ພັນໂທ ບຸນປະສິດ ຈັນທະລາດ ເປັນຫົວໜ້າພະແນກຊາວໜຸ່ມ, ພັນໂທ ຄໍາພັດ ສອນຕາວັນ ເປັນຫົວໜ້າພະແນກຫ້ອງທົດ ລອງ, ພັນຕີ ບົວໄລ ໄຊຍະວົງ ເປັນ ຫົວໜ້າ ພະແນກພົວພັນຮ່ວມມື-ພິທີການ, ຮ້ອຍເອກ ອາລຸນສະຫວັດ ພູນສະຫວັດ ເປັນຫົວໜ້າພະແນກ ຄົ້ນຄ້ວາສັງລວມ, ພັນໂທ ຄຳຕາ ຕິ່ງສະຫວັນ ເປັນຮອງຫົວໜ້າພະແນກສື່ສານ, ພັນຕີ ວັນນະກອນ ກໍຜາສຸກ ເປັນຮອງຫົວໜ້າພະແນກຈັດຕັ້ງພັກ, ພັນຕີ ອາຕຸຊາ ບຸດຕະລາດ ເປັນຮອງຫົວໜ້າພະແນກກຳລັງພົນ, ຮ້ອຍເອກ ລຳພັນ ວົງມະນີວັນ ເປັນຮອງ ຫົວໜ້າພະແນກບໍລິຫານ-ສັງ ລວມຫ້ອງອົບຮົມການບິນ, ຮ້ອຍຕີ ລຳພັນ ວົງມະນິວັນ ເປັນຮອງ ຫົວໜ້າພະແນກຄຸ້ມຄອງສັນ ຍາຫ້ອງການ , ແຕ່ງຕັ້ງ ພັນຕີ ສອນເພັດ ຈັນທະນະ ເປັນຫົວໜ້າພະແນກເຄມີສາດ, ຮ້ອຍເອກ ໂພໄຊ ສີພັນທອງ ເປັນຮອງ ແລະ ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງບັນດາ ຫົວໜ້າ, ຮອງຫົວໜ້າພະແນກ ແລະ ຮອງຫົວໜ້າກອງພັນທີ່ຂຶ້ນ ກັບກອງພັນໃຫຍ່ 703 ຕົກລົງ ແຕ່ງຕັ້ງ ພັນໂທ ສິນນະກອນ ຄອນ ສະຫວັນ ເປັນຮອງຫົວໜ້າ ພະແນກການເມືອງ, ພັນໂທ ຄໍາ ສີ ພັນທະລາວົງ ເປັນຮອງຫົວ ໜ້າພະແນກການອົບຮົມການ ບິນ-ເຮືອບິນ, ພັນຕີ ລຸນທອງ ຍອດອາລຸນ ເປັນຮອງຫົວໜ້າພະ ແນກບໍລິຫານ-ສັງລວມ, ຮ້ອຍ ເອກຂຸນສີ ແກ້ວມະນີວົງ ເປັນ ຮອງຫົວໜ້າພະແນກອົບຮົມ ການບິນ, ພັນໂທ ແສງແກ້ວ ຄຳບານໄຊ ເປັນຫົວໜ້າການທະຫານ ກອງພັນ 303 , ພັນໂທ ແສງຈັນ ວົງສາລີ ເປັນຮອງຫົວໜ້າພະແນກການເມືອງກອງພັນ 301, ພັນໂທ ຄຳເຜີຍ ເອກທະນົງສັກ ເປັນຮອງຫົວໜ້າການທະຫານ ກອງພັນ 303, ພັນໂທ ສຸລິເດດ ເພຍຟອງສະໝຸດເປັນຮອງຮັບຜິດຊອບວຽກງານເຕັກນິກກອງພັນ 303 ແລະ ຂໍ້ຕົກລົງແຕ່ງຕັ້ງພະນັກງານຊ່ວຍວຽກພະແນກຫຼາຍຕຳແໜ່ງ.
ໂອກາດນີ້, ສະຫາຍພົນ ຈັດຕະ ວາ ພູຫຼວງ ບົວພະຈັນ ໄດ້ໂອ້ລົມ ຕໍ່ພະນັກງານຫຼັກແຫຼ່ງທີ່ໄດ້ຮັບ ໜ້າທີ່ໃໝ່ຈົ່ງຍົກສູງພາລະບົດ ບາດຂອງຕົນປັບປຸງລະບຽບແບບແຜນການນໍາພາ-ວິທີເຮັດວຽກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປອດໃສຂາວສະອາດ, ບົນພື້ນຖານເປັນເອກກະພາບມີຄວາມສາມັກຄີຕາມຫຼັກການ ລວມສູນປະຊາທິປະໄຕ, ປຶກສາຫາລືນໍາພາວຽກງານເປັນໝູ່ຄະນະຢ່າງລະອຽດຄົບຖ້ວນ, ລົງ ເລິກໃກ້ຊິດຕິດແທດກັບວຽກ ງານຕົວຈິງ, ມີການຕິດຕາມກວດກາສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ເຮັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງຫັນປ່ຽນດ້ວຍຕົນເອງ, ຍົກສູງເຊີດຊູນໍ້າໃຈຮັກຊາດ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງ ທັບ, ມີສະຕິເປັນເຈົ້າຕົນເອງ, ເພີ່ມທະວີການສຶກສາອົບຮົມ ການເມືອງແນວຄິດໃຫ້ໜັກແໜ້ນ, ເຝິກຝົນຫຼໍ່ຫຼອມຄວາມຮູ້ ຄວາມສາມາດ, ຄຸນສົມບັດ – ສິນທໍາປະຕິວັດ, ປັບປຸງແບບແຜນ ດໍາລົງຊີວິດ, ຍົກສູງລັກສະນະນໍາໜ້າເປັນແບບຢ່າງທີ່ດີ ແລະ ໜັກແໜ້ນໃນໜ້າທີ່ວຽກງານການເມືອງກາຍເປັນແກ່ນສານນໍາພາຢ່າງແທ້ຈິງ ແລະ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍ.