Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຜນງານລາວ 030 ມອບເຂົ້າສານຊ່ວຍເຫລືອບັນເທົາທຸກທີ່ກຸ່ມໜອງກອກ ເມືອງຄຳເກີດ

Posted on 20/09/202020/09/2020 By All in LAOS No Comments on ແຜນງານລາວ 030 ມອບເຂົ້າສານຊ່ວຍເຫລືອບັນເທົາທຸກທີ່ກຸ່ມໜອງກອກ ເມືອງຄຳເກີດ

ວັນທີ 18 ກັນຍາ 2020 ນີ້ ຢູ່ທີ່ ຫ້ອງການກຸ່ມໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບເຄື່ອງສະໜອງເຂົ້າສານ ໃຫ້ 27 ບ້ານເປົ້າໝາຍຂອງແຜນງານລາວ/030 ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍການກ່າວມອບ ຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ແລະ ຮັບໂດຍທ່ານ ເຄນອ້ວນ ໄຊສົມບັດ ເລຂາພັກກຸ່ມໜອງກອກ, ມີນັກຊ່ຽວຊານພ້ອມຄະນະ, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ຈຳນວນ 8 ຄອບຄົວເຂົ້າຮ່ວມເປັນສັກຂີພິຍານ.

ເຂົ້າສານທີ່ນຳມາມອບ ມີ 568 ກິໂລກຼາມ, ມີ 8 ຄອບຄົວທີ່ທຸກຍາກ ແບ່ງຄອບຄົວໜຶ່ງ 71 ກິໂລກຼາມ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານແຫ່ງຣາຊາະອານາຈັກລຸກຊຳບວກ.

ຕອນທ້າຍ ທ່ານ ສົມໃຈ ແກ້ວສຸວັນ ໄດ້ໂອ້ລົມກັບບັນຄອບຄົວທີ່ທຸກຍາກນັ້ນວ່າ ໃຫ້ເອົາໃຈໃສ່ໃນການສ້າງສາພັດທະນາຄອບຄົວຂອງຕົນ ຊ່ວຍກັນທຳມາຫາກີນທີ່ຖືກຕ້ອງ ເພື່ອໃຫ້ມີຢູ່ມີກີນ ແລະ ກາຍເປັນຄອບຄົວທີ່ດີຂຶ້ນກ່ວາເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການສັນຈອນ! ຂົວຫັກທາງໄປເມືອງໝື່ນ
Next Post: ປະຊາຊົນບໍ່ກາກິນປາ ເພາະຕາຍຈໍານວນຫຼາຍ ເຂດນໍ້າເຊບັ້ງຫຽງ (ມີຄລິບ)

Related Posts

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກໍລະກົດ 2020 ຂ່າວສານບ້ານເມືອງ
ເຝົ້າລະວັງ! ລະດັບນໍ້າ ສາຂາແມ່ນໍ້າຂອງ ປະເທດລາວ ຈໍາວັນທີ 16 ມີຖຸນາ 2021 ຂ່າວສານບ້ານເມືອງ
ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ເຄື່ອນໄຫວພົ່ນຢາຂ້າເຊື້ອພະຍາດໂຄວິດ ໃຫ້ບັນດາກົມກອງທະຫານທີ່ມີຄວາມສ່ຽງ ຂ່າວສານບ້ານເມືອງ
Entry and Exit Lao PDR Procedural Advisory (August 1st 2020 onward) ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຖະແຫຼງເຫດການຄວາມບໍ່ສະຫງົບຢູ່ບໍລິສັດແຫ່ງໜຶ່ງທີ່ບ້ານດົງໃຕ້ ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ! ປະຊາສໍາພັນເຖິງບັນດາທ່ານ ຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme