Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ

Posted on 20/09/202020/09/2020 By News No Comments on ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ

ໃນພິທີ ປິດຝຶກອົບຮົມວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດຂອງ ປກສ 9 ຕົວເມືອງ ຊຸດທີ l, ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດໂອ້ລົມໂດຍກ່າວເນັ້ນໃຫ້ເຈົ້າໜ້າທີ່ຕໍາຫຼວດ ທີ່ສໍາເລັດການຝຶກອົບຮົມ ຕ້ອງເອົາໃຈໃສ່ປະຕິບັດ 6 ບັນຫາ ໃຫ້ມີຜົນສໍາເລັດທີ່ມີປະສິດທິພາບສູງກວ່າເກົ່າ ເປັນຕົ້ນແມ່ນໃຫ້ເພີ່ມທະວີການແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ ໂດຍສະເພາະແມ່ນການກວດກາຄົນຕ່າງປະເທດ ທີ່ລະເມີດກົດໝາຍແມ່ນໃຫ້ມີຄວາມຖືກຕ້ອງ ຕາມກົດໝາຍຢ່າງເຂັ້ມງວດຫຼາຍຂຶ້ນກວ່າເກົ່າ 6 ບັນຫາທີ່ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເອົາໃຈໃສ່ປະຕິບັດໃຫ້ມີຜົນສໍາເລັດ ທີ່ມີປະສິດທິພາບສູງກວ່າເກົ່ານັ້ນມີ:

1. ຜູ້ທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດ ຕ້ອງຫັນປ່ຽນທາງດ້ານແນວຄິດ, ຄວາມຮັບຮູ້, ພຶດຕິກຳ, ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບວຽກງານວິຊາສະເພາະຕົວຈິງ; ພ້ອມທັງ ຢຶດຖືຄວາມສາມັກຄີພາຍໃນລະຫວ່າງເພື່ອນຮ່ວມງານ ໃຫ້ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.

2. ປັບປຸງວຽກງານວິຊາສະເພາະ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ມີໂສມໜ້າອັນໃໝ່ທີ່ດີຂຶ້ນ.

3. ປັບປຸງແບບແຜນການຊີ້ນໍາບັນຊາ ໃຫ້ມີຄວາມກົມກຽວ, ເປັນລະບົບ ແລະ ມີຄວາມເປັນເອກະພາບພາຍໃນ.

4. ປັບປຸງກົນໄກການປະສານງານລະຫວ່າງກົມກອງ ກັບຂົງເຂດວຽກງານອື່ນ, ການແກ້ໄຂ້ບັນຫາ ຕ້ອງມີການຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອຫາທາງແກ້ໄຂທີ່ຖືກຕ້ອງ ແລະ ມີຄວາມເປັນເອກະພາບ.

5. ເອົາໃຈໃສ່ປັບປຸງຂອດການປະສານງານກັບບັນດາຂະແໜງການອື່ນທີ່ກ່ຽວຂ້ອງ ໃຫ້ມີຄວາມກົມ ກຽວ ເພື່ອເຮັດໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ມີຄວາມເປັນເອກະພາບໃນການປະຕິບັດວຽກງານວິຊາສະເພາະ ເພື່ອຫຼີກລ່ຽງຫາງສຽງຈາກສັງຄົມ.

6. ເພີ່ມທະວີການແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ໂດຍສະເພາະແມ່ນການກວດກາຄົນຕ່າງປະເທດທີ່ລະເມີດກົດໝາຍ ແມ່ນໃຫ້ມີຄວາມຖືກຕ້ອງ ຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ ຫຼາຍຂຶ້ນກວ່າເກົ່າ.

ພິທີປິດຝຶກອົບຮົມວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດຂອງ ປກສ 9 ຕົວເມືອງ ຊຸດທີ l, ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2020, ທີ່ສະໂມສອນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ພັທ ສັງວານ ຂາວປະເສີດ ຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີ ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207, ມີບັນດາຄູຝຶກ, ນັກສຳມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວສານບ້ານເມືອງ

Post navigation

Previous Post: ຫຼາຍບ້ານຢູເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ )
Next Post: ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ

Related Posts

ອຸບັດຕິເຫດ! ຂັບຂີ່ລົດຈັກລົ້ມເອງ ຢູ່ເສັ້ນທາງບ້ານສັງຄະໂລກ ຂ່າວສານບ້ານເມືອງ
ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປັບປຸງການຈັດຕັ້ງຂັ້ນພະແນກ ຂ່າວສານບ້ານເມືອງ
ເຈົ້າຂອງຮ້ານອາຫານຖືກກວດສອບແລະປັບໃໝ ກໍລະນີຂາຍອາຫານແພງເກີນເຫດທີ່ບຸນກິນຈຽງ ຂ່າວສານບ້ານເມືອງ
ຮ່ວມສົ່ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ສູ່ສະຫວັນນະພາໄລ ຂ່າວສານບ້ານເມືອງ
ປກສ ກຸ່ມທ່າພະ ເມືອງຫາດຊາຍຟອງ ຮັກສາໄດ້ຄວາມສະຫງົບ ພາຍໃນກຸ່ມ ຂ່າວສານບ້ານເມືອງ
ພະຍາດອະຫິວາໝູອາຟຣິກາລະບາດແຜ່ລາມໄວທີ່ສຸດ ແລະ ແຜ່ລາມແລ້ວ 13 ບ້ານໃນເມືອງຊຽງຮ່ອນແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme