ນະຄອນຫຼວງວຽງຈັນ: ໃນພິທີ ປິດຝຶກອົບຮົມວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດຂອງ ປກສ 9 ຕົວເມືອງ ຊຸດທີ l, ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ໃຫ້ກຽດໂອ້ລົມໂດຍກ່າວເນັ້ນໃຫ້ເຈົ້າໜ້າທີ່ຕໍາຫຼວດ ທີ່ສໍາເລັດການຝຶກອົບຮົມ ຕ້ອງເອົາໃຈໃສ່ປະຕິບັດ 6 ບັນຫາ ໃຫ້ມີຜົນສໍາເລັດທີ່ມີປະສິດທິພາບສູງກວ່າເກົ່າ ເປັນຕົ້ນແມ່ນໃຫ້ເພີ່ມທະວີການແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ ໂດຍສະເພາະແມ່ນການກວດກາຄົນຕ່າງປະເທດ ທີ່ລະເມີດກົດໝາຍແມ່ນໃຫ້ມີຄວາມຖືກຕ້ອງ ຕາມກົດໝາຍຢ່າງເຂັ້ມງວດຫຼາຍຂຶ້ນກວ່າເກົ່າ 6 ບັນຫາທີ່ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເອົາໃຈໃສ່ປະຕິບັດໃຫ້ມີຜົນສໍາເລັດ ທີ່ມີປະສິດທິພາບສູງກວ່າເກົ່ານັ້ນມີ:

- ຜູ້ທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດ ຕ້ອງຫັນປ່ຽນທາງດ້ານແນວຄິດ, ຄວາມຮັບຮູ້, ພຶດຕິກຳ, ແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບວຽກງານວິຊາສະເພາະຕົວຈິງ; ພ້ອມທັງ ຢຶດຖືຄວາມສາມັກຄີພາຍໃນລະຫວ່າງເພື່ອນຮ່ວມງານ ໃຫ້ມີຄວາມແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ.
- ປັບປຸງວຽກງານວິຊາສະເພາະ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ມີໂສມໜ້າອັນໃໝ່ທີ່ດີຂຶ້ນ.
- ປັບປຸງແບບແຜນການຊີ້ນໍາບັນຊາ ໃຫ້ມີຄວາມກົມກຽວ, ເປັນລະບົບ ແລະ ມີຄວາມເປັນເອກະພາບພາຍໃນ.
- ປັບປຸງກົນໄກການປະສານງານລະຫວ່າງກົມກອງ ກັບຂົງເຂດວຽກງານອື່ນ, ການແກ້ໄຂ້ບັນຫາ ຕ້ອງມີການຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອຫາທາງແກ້ໄຂທີ່ຖືກຕ້ອງ ແລະ ມີຄວາມເປັນເອກະພາບ.
- ເອົາໃຈໃສ່ປັບປຸງຂອດການປະສານງານກັບບັນດາຂະແໜງການອື່ນທີ່ກ່ຽວຂ້ອງ ໃຫ້ມີຄວາມກົມ ກຽວ ເພື່ອເຮັດໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ມີຄວາມເປັນເອກະພາບໃນການປະຕິບັດວຽກງານວິຊາສະເພາະ ເພື່ອຫຼີກລ່ຽງຫາງສຽງຈາກສັງຄົມ.
- ເພີ່ມທະວີການແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ໂດຍສະເພາະແມ່ນການກວດກາຄົນຕ່າງປະເທດທີ່ລະເມີດກົດໝາຍ ແມ່ນໃຫ້ມີຄວາມຖືກຕ້ອງ ຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ ຫຼາຍຂຶ້ນກວ່າເກົ່າ.

ພິທີປິດຝຶກອົບຮົມວຽກງານຄຸ້ມຄອງຄົນຕ່າງປະເທດ ໃຫ້ເຈົ້າໜ້າທີ່ຕໍາຫຼວດທີ່ເຮັດວຽກງານຄຸ້ມຄອງຄົນຕ່າງປະເທດຂອງ ປກສ 9 ຕົວເມືອງ ຊຸດທີ l, ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2020, ທີ່ສະໂມສອນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ພັທ ສັງວານ ຂາວປະເສີດ ຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ມີ ພັອ ສຸພາ ອິນທະວົງສາ ຫົວໜ້າກົມ 207, ມີບັນດາຄູຝຶກ, ນັກສຳມະນາກອນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
.

.

