Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼາຍບ້ານຢູເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ )

Posted on 19/09/202019/09/2020 By News No Comments on ຫຼາຍບ້ານຢູເມືອງຊະນະສົມບູນ ໄດ້ຮັບຜົນກະທົບຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ )

ພາຍຫຼັງທີ່ລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ໄດ້ຜັດຜ່ານເມືອງຊະນະສົມບູນ ແຂວງຈໍາປາສັກ. ໃນວັນທີ 18 ກັນຍາ 2020 ທີ່ຜ່ານມາ: ເຮັດໃຫ້ຫຼາຍບ້ານພາຍໃນເມືອງ.

ໄດ້ຮັບຜົນກະທົບໜັກພໍສົມຄວນ ເນື່ອງຈາກອິດທິພົນຂອງລົມພາຍຸດັ່ງກ່າວກໍ່ໃຫ້ເກີດມີສະພາບຝົນຕົກໜັກສະສົມກັນເປັນເວລາຫຼາຍຊົວໂມງ ແລະ ເຮັດໃຫ້ລະດັບແມ່ນ້ຳຂອງ ແລະ ແມ່ນ້ຳເຊໂດນ ມີປະລິມານເພີ່ມຂື້ນສູງຢ່າງໄວວາ ໄຫຼເຂົ້າຖ້ວມເນື້ອທີ່ການຜະລິດຂອງພໍ່ແມ່ປະຊາຊົນ ແລະ ເສັ້ນທາງການສັນຈອນເປ້ເພເສຍຫາຍ ໂດຍສະເພາະ ຢູ່ບ້ານພັດທະນະຄີລີ ກຸ່ມ II ເມືອງຊະນະສົມບູນ ກໍ່ໃຫ້ເກິດມີສະພາບນ້ຳຖ້ວມ ທ່ານ ທອງຄຳ ດວງບຸຜາວົງ ຮອງນາຍບ້ານພັດທະນາຄີລີໃຫ້ສຳພາດໃນຕ່ອນບ່າຍຂອງວັນທີ 19 ກັນຍາ 2020 ວ່າ ບ້ານພັດທະນາຄີລີປະກອບມີ 2 ຄຸ້ມໃຫ່ຍຄື: ຄຸ້ມ ຄີລີ ແລະ ຄຸ້ມຄຳຢາດ ພາຍຫຼັງທີ່ໄດ້ເກິດມີຝົນຕົກໜັກ

ຈາກອິດທິພົນຂອງລົມພາຍຸໝູນເຂດຮ້ອນ ( ໂນອຶນ ) ທີ່ໄດ້ຜັດຜ່ານໃນວັນທີຄືນວັນທີ 17 – 18 ກັນຍາ 2020 ເຮັດໃຫ້ນ້ຳຫ້ວຍຫຼາຍສາຍ ສົມທົບກັບ ແມ່ນຳເຊໂດນ ສະສົມມີປະລິມານເພີ່ມສູງຂື້ນຢ່າງໄວວາ ແລະ ໄຫຼແຕກແກ່ງ ເຂົ້າຖ້ວມເນື້ອທີ່ເຂົ້ານາປີຂອງພໍ່ແມ່ປະຊາຊົນທີ່ຕົ້ນເຂົ້າພວມກຳລັງຖອກ ແລະ ພວມກຳລັງເໝາະສົມໃກ້ທີ່ຈະເກັບກ່ຽວພາຍໃນ 2 ຄຸ້ມບ້ານກໍ່ໄດ້ຖຶກນ້ຳຖ້ວມກວ່າ 50 ເຮັກຕາ ແລະ ຍັງມີໜອງປາຂອງພໍ່ແມ່ປະຊາຊົນກໍ່ໄດ້ຮັບຜົນກະທົບຫຼາຍຄອບຄົວ,ປັດຈຸບັນສຳລັບສັດລ້ຽງຂອງພໍ່ແມ່ຊາຊົນປະເພດ,ງົວ,ຄວາຍ ແລະ ປະເພດອື່ນໆ.ກໍ່ໄດ້ເຄື່ອນຍ້າຍຂື້ນມາຢູ່ຈຸດທີ່ປອດໄພ.

ນອກນັ້ນລະບົບການສັນການຈອນໄປມາ ພາຍໃນບ້ານກໍ່ຍັງໄດ້ພົບຄວາມຍຸ້ງຍາກ ເນື່ອງຈາກເສັ້ນເຂົ້າບ້ານດັ່ງກ່າວໄລຍະຍາວກວ່າ 1 ກິໂລແມັດ ໄດ້ຖຶກນ້ຳຖ້ວມສູງປະມານ 1 ແມັດ ເຮັດໃຫ້ລົດຈັກ ແລະ ລົດໃຫ່ຍບໍ່ສາມາດທຽວໄດ້ ຈຳເປັນຕ້ອງນຳໃຊ້ເຮືອຈັກ ແລະ ເຮືອພາຍເປັນພາຫະນະນຳສົ່ງແທນ ເພື່ອອຳນວຍຄວາມສະດວກ.

ປັດຈຸບັນທາງຄະນະສະເພາະກິດປ້ອງກັນ ແລະ ຄອບຄຸມໄພພິບັດຂັ້ນເມືອງ ອອກແຈ້ງການ ແລະ ໄດ້ສົມທົບກັບອຳນາດການປົກຄອງບ້ານທົ່ວເມືອງ ເພື່ອເຝົ້າລະວັງ ແລະ ຕິດຕາມ ສະພາບລະນ້ຳຢ່າງໃກ້ຊິດ ພ້ອມທັງກະກຽມແຜນຮັບມື( ປັດຈຸບັນສຳລັບປະລິມານລະດັບນ້ຳເຊໂດນນັບແຕ່ເວລາ 11:00 ໂມງຂອງວັນທີ 19/9/2020 ຢູ່ທີ່ຈຸດວັດແທກນ້ຳບ້ານຄີລີສາມາດວັດແທກໄດ້ 11,10 ແມັດ ແລະ ເພີ່ມຂື້ນຈາກເດີມ 10 ຊັງຕີແມັດ )

ຂ່າວຈາກ: ສື່ມວນຊົນແຂວງຈຳປາສັກ

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດຊອກຫາແມ່ ນາງພູວຽງ ແກ້ວບຸດສະດີ ໄປໄທແຕ່ປີ 2002 ແລ້ວຂາດການຕິດຕໍ່
Next Post: ເຈົ້າໜ້າທີ່ຕໍາຫຼວດ ຕ້ອງເພີ່ມທະວີກວດກາຄົນຕ່າງປະເທດ ໃຫ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງຕາມກົດໝາຍ

Related Posts

ນ້ອງສາວຢູ່ ໄຊຍະບູລີ ປະກາດຊອກຫາ ອ້າຍ ຈາກກັນແຕ່ ປີ 1997 ໄປອາໄສ ຢູ່ ແຂວງ ຈຳປາສັກ ບໍ່ຮູ້ຂ່າວຮອດມື້ນີ້ ຂ່າວສານບ້ານເມືອງ
ເປີດສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ຂ່າວສານບ້ານເມືອງ
ຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວກໍາຈັດໂຄວິດ ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂ່າວສານບ້ານເມືອງ
ທາງເປ່ເພ ຢູ່ລະຫວ່າງບ້ານເມືອງວັ້ນ – ນາຮີດ ແລະ ບ້ານຫາດກູ້ ເມືອງແອດ ຂ່າວສານບ້ານເມືອງ
ສປປ ລາວ ມີຜູ້ຕິດເຊື້ອໂລກເອດສ ພັນກວ່າຄົນໃນແຕ່ລະປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme