Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງເຕືອນ ພາຍຸໝູນເຂດຮ້ອນດີເປຼຊັນ 19-20 ກັນຍາ 2020 ນີ້ ໃຫ້ລະມັດລະວັງ

Posted on 19/09/202019/09/2020 By All in LAOS No Comments on ແຈ້ງເຕືອນ ພາຍຸໝູນເຂດຮ້ອນດີເປຼຊັນ 19-20 ກັນຍາ 2020 ນີ້ ໃຫ້ລະມັດລະວັງ

ຂ່າວພະຍາກອນອາກາດ: ລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ໄດ້ອ່ອນກຳລັງລົງເປັນພາຍຸດີເປຼຊັນ,ຊຶ່ງໃນເວລາ 7 ໂມງເຊົ້າຂອງມື້ນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.6 ອົງສາເໜືອ ແລະ ເສັ້້ນແວງ 99.8 ອົງສາຕາເວັນ99ກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກພ້ອມຈະມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 19 ຫາ 20 ກັນຍາ 2020 ນີີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໃສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ລາຍງານໂດຍ: ກົມອຸຕິນິຍົມ ແລະ ອຸທົກກະສາດ

ຂ່າວສານບ້ານເມືອງ

Post navigation

Previous Post: ໃຜກະຟ້າວ! ປຣາໂດຈູບກັບກະບະກາງຂົວທີ່ທ່າແຂກ
Next Post: ປະກາດຊອກຫາແມ່ ນາງພູວຽງ ແກ້ວບຸດສະດີ ໄປໄທແຕ່ປີ 2002 ແລ້ວຂາດການຕິດຕໍ່

Related Posts

ໃຫ້ລາງວັນນໍາຈັບຄົນກໍ່ເຫດວາງເພີງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດ ຂ່າວສານບ້ານເມືອງ
ໜ້າສົນໃຈ! ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ ຂ່າວສານບ້ານເມືອງ
ທໍາລາຍສິນຄ້າປອມແປງ ມູນຄ່າ 200 ລ້ານກວ່າກີບ ຂ່າວສານບ້ານເມືອງ
ຕັ້ງດ່ານກວດກາພາຫະນະ ກວດພົບຜູ້ຂັບຂີ່ມີຢ າ ເ ສ ບ ຕິ ດ 3 ຄົນ  ຂ່າວສານບ້ານເມືອງ
ແຂວງເທື່ອທຽນເຫວ້ ສສ ຫວຽດນາມມອບເຄື່ອງອຸປະກອນການເເພດໃຫ້ສອງແຂວງມູນຄ່າ 600 ລ້ານດົງ ຂ່າວສານບ້ານເມືອງ
ທະຫານຊາຍແດນເມືອງ ສີສັດຕະນາກ ຈັດຕັ້ງກຳລັງຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme