Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງແກ້ວອຸດົມ ຈັດພິທີມອບ-ຮັບເງິນນະໂຍບາຍ ແກ່ພະນັກງານຜູ່ທີ່ໄດ້ເສຍສະຫຼະເລືອດເນື້ອເພືອປະເທດຊາດ

Posted on 19/09/202019/09/2020 By News No Comments on ເມືອງແກ້ວອຸດົມ ຈັດພິທີມອບ-ຮັບເງິນນະໂຍບາຍ ແກ່ພະນັກງານຜູ່ທີ່ໄດ້ເສຍສະຫຼະເລືອດເນື້ອເພືອປະເທດຊາດ

ເພື່ອເປັນການປະຕິບັດນະໂຍບາຍໃຫ້ແກ່ພະນັກງານຜູ່ທີ່ໄດ້ເສຍສະຫຼະເລືອດເນື້ອເພືອປະເທດຊາດໃນໄລຍະຜ່ານມາ ວັນທີ 17 ກັນຍາ 2020 ຜ່ານມາຢູ່ທີ່ສະໂມສອນເມືອງແກ້ວອຸດົມແຂວງວຽງຈັນໄດ້ຈັດພິທີມອບ – ຮັບເງິນນະໂຍບາຍ ຕາມດໍາລັດ 272 / ລບ, ພາຍໄຕການເປັນປະທານຂອງ ທ່ານ ຍົມສອນ ຄໍາມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງວຽງຈັນ,ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງແກ້ວອຸດົມ , ເຂົ້າຮ່ວມມີກໍາມະການພັກເມືອງ, ຫົວໜ້າ, ບັນດາຄອບຄົວລູກຫລານຜູ້ທີ່ເສຍ ສະຫຼະຊີວິດໃນປາງສົ່ງຄາມ, ຜູ້ທີ່ມີຄຸນງາມຄວາມດີເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ສົມສິນ ພູບຸນປູກ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານນະໂຍບາຍຕາມດໍາລັດ 272 / ລບ ປີ 2019 ແລະ ທິດທາງແຜນການປີ 2020 ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງແກ້ວອຸດົມ ມີເງື່ອນໄຂ, ທ່າແຮງ ແລະ ປັດໃຈຕ່າງໆໃນການພັດທະນາຂົງເຂດວຽກງານໃນປະຈຸບັນຕາມຄວາມຮຽກຮ້ອງຕ້ອງການພັດທະນາຂົງເຂດ ຂອງພະນັກງານອາວຸໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຜູ້ເສຍອົງຄະ ແລະ ຄອບຄົວຜູ້ເສຍສະຫຼະຊີວິດໃນປາງສົ່ງຄາມ, ຜູ້ພິການຕະຫຼອດຮອດພໍ່ແມ່ປະຊາຊົນທີ່ມີເງື່ອນໄຂໃນການຮັບນະໂຍບາຍຈາກຂັ້ນເທິງຢ່າງທົ່ວເຖິງເປັນທໍາ ແລະ ທັນການ.

ພ້ອມນີ້ ທ່ານ ນາງ ສົມພັນ ສິວົງໄຊ ຫົວໜ້າຂະແໜງນະໂຍບາຍພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ ຕາງໜ້າໃຫ້ຄະນະຮັບຜິດຊອບການປະຕິບັດນະໂຍບາຍຂອງແຂວງວຽງຈັນວ່າ ໄດ້ຜ່ານ ຂໍ້ຕົກລົງ ສະບັບເລກທີ 818 / ຮສສ ຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍ ການປະຕີບັດນະໂຍບານເງີນອຸດໜູນເທືອດ່ຽວຜູ້ຍັງມີຊີວິດ ປະຈຳປີ 2020. ເງິນທີ່ນໍາມາມອບໃນຄັ້ງນີ້ມີທັງໝົດ 1,614,457,125 ກີບ ເປັນກຽດມອບເງິນໂດຍແມ່ນ ທ່ານ ຍົມສອນ ຄໍາມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນກ່າວຮັບແມ່ນ ທ່ານ ເທບພະໄທ ແກ້ວເຂັມເພັດ ເລຂາພັກເມືອງເຈົ້າເມືອງແກ້ວອຸດົມ ຈາກນັ້ນທ່ານກໍ່ໄດ້ມອບໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງເປັນຜູ້ຈັດຕັ້ງປະຕິບັດເບີກຈ່າຍເງິນໃຫ້ຄອບຄົວ , ລູກຫລານຜູ້ທີ່ໄດ້ຮັບນະໂຍບາຍຈໍານວນ 109 ທ່ານໃນຄັ້ງນີ້ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມດໍາລັດ 272 / ລບ ຢ່າງທົ່ວເຖິງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ
Next Post: ໃຜກະຟ້າວ! ປຣາໂດຈູບກັບກະບະກາງຂົວທີ່ທ່າແຂກ

Related Posts

ກອງພັນໃຫຍ່ 497 ປະກາດເລື່ອນຊັ້ນເລື່ອນທຽບຊັ້ນໃຫ້ນາຍທະຫານ ຂ່າວສານບ້ານເມືອງ
ນະຄອນຫລວງວຽງຈັນ ມີແຮງງານລາວທີ່ກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ. ຂ່າວສານບ້ານເມືອງ
ເດັກນ້ອຍ 2 ປີ 3 ເດືອນ ໄດ້ຮັບການຊ່ວຍເຫຼືອຜ່າຕັດຕາ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2115ຄົນ ຂ່າວສານບ້ານເມືອງ
ຍີ່ປຸ່ນ ໃຫ້ເງິນຊ່ວຍເຫລືອລ້າ 18 ລ້ານໂດລາ ເພື່ອປັບປຸງວິທະຍາໄລສ້າງຄູ ຂ່າວສານບ້ານເມືອງ
ທ່ານ ບຸນເຫລືອ ພັນດານຸວົງ ໄດ້ຮັບການແຕ່ງຕັ້ງ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຜູ່ໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme