Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ

Posted on 19/09/202019/09/2020 By News No Comments on ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ

ວັນທີ 17 ກັນຍາ 2020 ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ ກອງພັນໃຫຍ່ 642 ພ້ອມດ້ວຍພະ ນັກງານຫຼັກແຫຼ່ງ ໄດ້ລົງມອບເຄື່ອງອຸປະກອນການຮຽນ ໃຫ້ແກ່ນ້ອງນ້ອຍນັກຮຽນຢູ່ 2 ໂຮງຮຽນ ຄື: ໂຮງຮຽນປະຖົມ ບ້ານທົ່ງພັນຄໍາ ແລະ ໂຮງຮຽນປະຖົມ ບ້ານໂພນມີໄຊ ເມືອງບໍລິຄັນ

ເຄື່ອງອຸປະກອນທີ່ນໍາໄປມອບໃນຄັ້ງນີ້ ປະກອບມີ: ປື້ມ, ບິກ ແລະ ສໍດຳ ລວມມູນຄ່າ 5 ລ້ານກ່ວາກີບ ໂດຍໄດ້ມອບ ແລະ ແຈກຢາຍໃຫ້ນ້ອງນ້ອຍນັກຮຽນທັງສອງແຫ່ງ, ເຄື່ອງດັ່ງກ່າວນີ້ ແມ່ນໄດ້ມາຈາກການລະດົມທຶນຂອງພະນັກງານ-ນັກຮົບທົ່ວກົມກອງ ແລະ ການປະກອບສ່ວນຂອງ ພະແນກການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ, ພະແນກສ່ວຍສາອາກອນແຂວງ ແລະ ສ່ວຍສາອາກອນເທດສະບານເມືອງປາກຊັນ.

Cr: Media Lao

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນວ ປະກາດນໍາສົ່ງນາຍ ແລະ ພົນຕໍາຫຼວດ 56 ສະຫາຍໄປຍົກລະດັບວິຊາສະເພາະ
Next Post: ເມືອງແກ້ວອຸດົມ ຈັດພິທີມອບ-ຮັບເງິນນະໂຍບາຍ ແກ່ພະນັກງານຜູ່ທີ່ໄດ້ເສຍສະຫຼະເລືອດເນື້ອເພືອປະເທດຊາດ

Related Posts

ບ້ານນໍ້າແອ່ງ ວິກິດໜັກ ນໍ້າປ່າໄຫຼຖ້ວມ ເສຍຫາຍ (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 290ຄົນ ຂ່າວສານບ້ານເມືອງ
ຂ່າວເສົ້າສະລົດໃຈ! ເຖິງມິດຮັກແຟນເພງສິລະປິນ ແອນ້ອຍ ນິພົນ ໄດ້ເສຍຊີວິດເເລ້ວ ຂ່າວສານບ້ານເມືອງ
ທ່ານ ໄມເຄິ້ນ ໄວສ໌ ໄດ້ຮັບການແຕ່ງຕັ້ງເປັນຄູຝຶກທີມຊາດລາວ ຂ່າວສານບ້ານເມືອງ
ເຈົ້າເມືອງປະທຸມພອນ ລົງຕິດຕາມຜົນກະທົບຈາກລົມພາຍຸພັດເຮືອນ ປະຊາຊົນ ກຸ່ມສະໜິງ ແລະ ກຸ່ມພະໂພ ຂ່າວສານບ້ານເມືອງ
ກອງບັນຊາການ ປກສ ເມືອງ ຫາດຊາຍຟອງແຈ້ງການ ລົດຈັກໃຜເສຍພົວພັນເອົາທີ່ນີ້ ກາຍສະລະສິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme