Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ

Posted on 19/09/202019/09/2020 By News No Comments on ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ

ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂື້ນໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ມີຄວາມໝາຍສຳຄັນທັງເປັນການສະແດງເຖີງນ້ຳໃຈຄວາມສາມັກຄີ ແລະ ຜົນງານທີ່ຍາດມາໄດ້ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ

ໃນວັນທີ 18 ກັນຍາ 2020 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ແຂວງບໍລິຄຳໄຊ ນຳພາໂດຍທ່ານ ເຄນທາ ພົມມະວົງ ຮອງຫົວຫນ້າຫ້ອງການ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕັ້ງປ້າຍ “ຫ້າມຖີ້ມຂີ້ເຫຍື້ອຊະຊາຍ” ຢູ່ຕະຫລາດບ້ານໂພນຈະເລີນ, ຕະຫລາດບ້ານທົ່ງນາມີໂຊກມີໄຊ, ຕະຫລາດບ້ານວຽງຄຳ(ທາງແບ່ງຫລັກຊາວ) ແລະ ປັກປ້າຍຫ້າມຖີ້ມຂີ້ເຫຍື້ອ ຢູ່ຕາມຈຸດຕ່າງໆທີ່ມີຄວາມສ່ຽງຕາມແຄມທາງເລກທີ 13 ໄຕ້ ແຕ່ບ້ານແສນສຳລານຫາບ້ານນາລຽງ.

ຈຸດປະສົງຂອງການປັກ ແລະ ຕິດຕັ້ງປ້າຍໄວ້ຕາມຈຸດຕ່າງໆ ກໍ່ເພື່ອປູກຈິດສຳນຶກໃຫ້ພໍ່ແມ່ປະຊາຊົນມີຄວາມຕື່ນຕົວໃນການຮັກສາສິ່ງແວດລ້ອມໂດຍບໍ່ຖີ້ມຂີ້ເຫຍື້ອຊະຊາຍ.

ໃນການລົງເຄື່ອນໃຫວຄັ້ງນີ້ຍັງໄດ້ແນະນຳໃຫ້ຜູ້ຈັດສັນຕະຫລາດເອົາໃຈໃສ່ຈັດສັນ ແລະ ແນະນຳພໍ່ຄ້າແມ່ຄ້າເກັບມ້ຽນຂີ້ເຫຍື້ອ ແລະ ຖີ້ມຂີ້ເຫຍື້ອໃຫ້ຖືກຕາມຫລັກການອະນາໄມເພື່ອຮັກສາຄວາມສະອາດ ແລະ ສະພາບແວດລ້ອມໃຫ້ມີຄວາມສວຍສົດງົດງາມ.

ຂ່າວສານບ້ານເມືອງ

Post navigation

Previous Post: ພົບແລ້ວໂຊເຟີລົດເຄນຕົກຂົວທາງລົດໄຟທີ່ຫຼວງພະບາງ ຫຼັງສູນຫາຍ 3 ມື້
Next Post: ປກສ ນວ ປະກາດນໍາສົ່ງນາຍ ແລະ ພົນຕໍາຫຼວດ 56 ສະຫາຍໄປຍົກລະດັບວິຊາສະເພາະ

Related Posts

ທາງ 13 ເໜືອ ກາສີ-ພູຄູນ ຕິດຄັດ ຂໍໃຫ້ລະມັດລະວັງ ຂ່າວສານບ້ານເມືອງ
ດ່ານສາກົນຂົວມິດຕະພາບລາວ-ໄທກຽມພ້ອມບໍລິການຮັບນັກທ່ອງທ່ຽວເຂົ້າມາລາວ ຂ່າວສານບ້ານເມືອງ
ໄປເຮັດບຸນມາເເທ້ໆຄືເປັນນີ້ວະ ສາຍຝົນ ເນັດໄອດໍ້ຊື່ດັງ ຂ່າວສານບ້ານເມືອງ
ອຸດົມໄຊ ລົງວິໄນພະນັກງານທະຫານຈໍານວນໜຶ່ງ ທີ່ເຮັດຜິດຕໍ່ຈັນຍາບັນ ຕໍ່ລະບຽບຂອງກອງທັບ ແລະ ກົດໝາຍຂອງລັດ ຂ່າວສານບ້ານເມືອງ
ດ່ວນ ສັ່ງປິດຮ້ານຕັ້ງຫຼັກຊົ່ວຄາວພ້ອມເຮັດບົດບັນທຶກສຶກສາອົບຮົມ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ ແຈ້ງການປັບຂຶ້ນລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme