Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພົບແລ້ວໂຊເຟີລົດເຄນຕົກຂົວທາງລົດໄຟທີ່ຫຼວງພະບາງ ຫຼັງສູນຫາຍ 3 ມື້

Posted on 19/09/202019/09/2020 By All in LAOS No Comments on ພົບແລ້ວໂຊເຟີລົດເຄນຕົກຂົວທາງລົດໄຟທີ່ຫຼວງພະບາງ ຫຼັງສູນຫາຍ 3 ມື້

ຫຼວງພະບາງ: ງານຫນ່ວຍກູ້ຊີບອົງການກາແດງລາວແຈ້ງໃຫ້ຮູ້ວ່າ ຈາກເຫດການລົດເຄນປີ້ນ ໃນຕອນແລງວັນທີ 15 ກັນຍາ 2020 ມີຄົນຕົກຂົວສູນຫາຍຢູ່ເສັ້ນທາງລົດໄຟ ບ້ານພອນໄຊ ນະຄອນຫລວງພະບາງ ທີມງານຫນ່ວຍກູ້ຊີບອົງການກາແດງລາວ ປະຈໍາແຂວງຫຼວງພະບາງ ໄດ້ອອກປະຕິບັດຫນ້າທີ່ດຳນ້ຳເພື່ອຄົ້ນຫາ,

ເຊິ່ງໄດ້ນຳໃຊ້ເຮືອຄົ້ນຫາຈຸດທຳອິດຢູ່ທີ່ທ່າບ້ານຊຽງແກ້ວ ຫາຈຸດເກີດເຫດເປັນເວລາ 2 ວັນແຕ່ບໍ່ພົບ. ຈິ່ງໄດ້ຢຸດການຄົ້ນຫາຊົ່ວຄາວ.

ຈົນຮອດຕອນແລງຂອງວັນທີ່ 18 ກັນຍາ 2020 ເວລາ 18:02 ນາທີ ທີມງານໄດ້ຮັບແຈ້ງຈາກພີ່ນ້ອງຂອງຜູ້ເສຍຊີວິດວ່າພົບເຫັນຮ່າງຂອງຜູ້ເສຍຊີວິດຢູ່ບໍລິເວນຂົວເມືອງນານ-ທ່າເດື່ອ ແຂວງໄຊຍະບູລີ ເຊິ່ງໄກຈາກຈຸດທີ່ຕົກຫຼາຍກິໂລແມັດ.

ທີມງານກູ້ຊີບອົງການກາແດງລາວອອກກວດສອບເຫດພົບຄົນເສຍຊີວິດເພດຊາຍ 1 ຄົນ ສັນຊາດລາວ ຊື່ທ້າວ ເພັງ ອາຍຸ 43 ປີ ບ້ານຢູ່ປັດຈຸບັນ ບ້ານນູນສະຫວາດ ນະຄອນຫລວງພະບາງ ແຂວງຫລວງພະບາງ

ສ່ວນສາເຫດຂອງການເສຍຊີວິດແມ່ນຜູ້ກ່ຽວໄດ້ຂັບລົດເຄນຍົກເຫລັກຢູ່ທີ່ຂົວລົດໄຟຢູ່ທີ່ບ້ານ ພອນໄຊ ນະຄອນຫລວງພະບາງ ແຕ່ລົດຍົກເຫລັກບໍ່ຂື້ນຈື່ງເຮັດໃຫ້ຜູ້ກ່ຽວເສຍການຊົງໂຕພາດຕົກລົງໄປໃນແມ່ນ້ຳຂອງແລະເສຍຊີວິດໃນທີ່ສຸດ

.

ຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ ແລະ ຈະມອບຕໍ່ໃຫ້ຍາດພີ່ນ້ອງໄປຊາປະນະກິດຕໍ່ໄປ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

ພົບເຫັນອຸບັດຕິເຫດ,ເຈັບ- ປ່ວຍ ສຸກເສີນໂທແຈ້ງ ☎️ 071 1625 ; 030 9211625, ບໍລິການຟີຣ ຕະຫຼອດ 24 ຊົ່ວໂມງ.

🚑ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດບໍລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າສານ,ອາຫານການກິນ,ນ້ຳມັນລົດ ຫລື ອຸປະກອນການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625.

ຂ່າວສານບ້ານເມືອງ

Post navigation

Previous Post: ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳເຊໂດນສູງຂື້ນຢ່າງຕໍ່ເນື່ອງ
Next Post: ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 134ຄົນ ຂ່າວສານບ້ານເມືອງ
5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ ຂ່າວສານບ້ານເມືອງ
ແຂວງຜົ້ງສາລີ ອອກຄຳສັ່ງຫ້າມປະຊາຊົນ ເຂົ້າອອກແຂວງຜົ້ງສາລີ ແລະ ການເຂົ້າ-ອອກລະຫວ່າງເມືອງຕໍ່ເມືອງ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງວຽງຄໍາ ຈັ ບ ເປົ້າໝາຍລັ ກຕັດສາຍໄຟຟ້າ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 115ຄົນ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 02 ແຂວງຜົ້ງສາລີ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme