Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳເຊໂດນສູງຂື້ນຢ່າງຕໍ່ເນື່ອງ

Posted on 19/09/202019/09/2020 By News No Comments on ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳເຊໂດນສູງຂື້ນຢ່າງຕໍ່ເນື່ອງ

ພາຍຫຼັງທີ່ຝົນໄດ້ຕົກລົງຢ່າງບໍ່ຂາດສາຍຫຼາຍຊົ່ວໂມງຕິດຕໍ່ກັນ ເນື່ອງຈາກພະຍຸໝູນເຂດຮ້ອນ ໂນອຶນ (Noul) ຫົວທີ 11 ປະຈຳປີ 2020 ໄດ້ເຄື່ອນທີ່ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຄາດຄະເນຈະຂື້ນຝັ່ງເຂດເມືອງດານັງ ປະເທດຫວຽດນາມໃນຕອນບ່າຍຂອງວັນທີ 18 ກັນຍາ ແລະສືບຕໍ່ເຄື່ອນທີ່ຜ່ານແຂວງສາລະວັນ ສະຫັວນນະເຂດ ແລະ ແຂວງຄຳມ່ວນ ໃນຄືນວັນທີ 18 ກັນຍາຫາຕອນເຊົ້າວັນທີ 19 ກັນຍາ 2020ນີ້ ຈິ່ງອ່ອນກຳລັງລົງເປັນພະຍຸດີເປຊັນ ຕາມແຈ້ງການເຕືອນໄພພະຍຸໝູນເຂດຮ້ອນຂອງກົມອຸຕຸນິຍົມ ແລະອຸທົກກະສາດ ເລກທີ 1230 ລົງວັນທີ 15 ກັນຍາ 2020, ຕໍ່ກັບສະພາບການດັ່ງ ທ່ານຮອງເຈົ້າແຂວງສາລະວັນກໍ່ໃດ້ອອກແຈ້ງການເລກທີ 19 ສະບັບລົງວັນທີ 17 ກັນຍາ 2020 ເຖິງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ເຈົ້າເມືອງ 8 ຕົວເມືອງ ຢ່າງຮີບດ່ວນ ເພື່ອເຝົ້າລະວັງ ແລະຕິດຕາມຕະຫຼອດເວລາ

ໂອກາດດຽວກັນນີ້ ພໍ່ໜູກອນ ພົມມະໄລ ຕາງໜ້າປະຊາຊົນບ້ານນາເຫຼັກກໍ່ໃດ້ໃຫ້ສຳພາດວ່າ: ຝົນໄດ້ຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງເລີ່ມແຕ່ຕອນແລງຂອງວັນທີ 17 ກັນຍາ 2020 ແລະມາຮອດ ຕອນແລງວັນທີ 18 ກັນຍາ 2020ນີ້ ເຊິ່ງເປັນສາເຫດທີ່ໄດ້ເຮັດໃຫ້ປະລິມານນ້ຳເພິ່ມຂື້ນຢ່າງຕໍ່ເນື່ອງ ແລະໄວວາ ດັ່ງນັ້ນໃນນາມຕາງໜ້າປະຊາຊົນຂໍຮຽກຮ້ອງເຖິງພໍ່ແມ່ປະຊົນທຸກທົ່ວໜ້າຈົ່ງມີສະຕິ ເຝົ້າລະວັງ ຕິດຕາມແຈ້ງການ ແລະຂ່າວຕ່າງໆ ເພື່ອຫຼີກລຽງຜົນກະທົບຈາກນ້ຳຖ້ວມທີ່ອາດຈະເກີດຂື້ນ.

ໂດຍ: ກິນດາວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ສາມປະສານກາງຫົນທາງຍ້ອນແຊງບໍ່ຫວິດ (ຂາດສະຕິການຈາລະຈອນ)
Next Post: ພົບແລ້ວໂຊເຟີລົດເຄນຕົກຂົວທາງລົດໄຟທີ່ຫຼວງພະບາງ ຫຼັງສູນຫາຍ 3 ມື້

Related Posts

ຫລວງນໍ້າທາ ເອົາໃຈໃສ່ ຕ້ານ, ສະກັດກັ້ນແລະ ຄວບຄຸມການລະບາດຂອງພະຍາດໂຄວິດ ຂ່າວສານບ້ານເມືອງ
ປະຫວັດຄວາມເປັນມາຂອງ ວັນມາຄະບູຊາ ຂ່າວສານບ້ານເມືອງ
ດີໃຈນໍາເດີ້! ສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດ ຫາຍດີແລ້ວເກືອບ 50 ຄົນ ຂ່າວສານບ້ານເມືອງ
ເກີດເຫດລົດໃຫ່ຍກັບລົດໃຫ່ຍຕຳກັນເຂດ ບ້ານດອນກອຍ ຂ່າວສານບ້ານເມືອງ
ສະຫວັນນະເຂດໃນຄໍ່າຄືນທີ່ງຽບສະຫງົບ ຂ່າວສານບ້ານເມືອງ
ສປປລາວ ສົ່ງແຮງງານ ກໍາປູເຈຍ 4 ຄົນທີ່ເຂົ້າມາປະເທດລາວຢ່າງຜິດກົດໝາຍ ກັບຄືນປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme