Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາມປະສານກາງຫົນທາງຍ້ອນແຊງບໍ່ຫວິດ (ຂາດສະຕິການຈາລະຈອນ)

Posted on 18/09/202018/09/2020 By All in LAOS No Comments on ສາມປະສານກາງຫົນທາງຍ້ອນແຊງບໍ່ຫວິດ (ຂາດສະຕິການຈາລະຈອນ)

ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດ ລົດຕຳກັນ 3 ຊ້ອນ, ຍ້ອນແຊງກັນບໍຫວິດ ໃນວັນທີ 18 ກັນຍາ 2020 ເວລາປະມານ13:30 ຢູ່ທີ່ ຫລັກ28 ບ້ານຜາສຸກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ລົດທີ່ຮ່ວມເຫດໃນຄັ້ງນີ້ ມີທັງໝົດ 3 ຄັນ, ລ້ວນແຕ່ເປັນລົດໃຫຍ່ ຄື ລົດເມ, ລົດເມ, ລົດຂົນຂີ້ເຫຍື້ອ ແລະ ລົດຂົນສົ່ງນໍ້າມັນ. ເຊິ່ງຈະເຫັນວ່າ ລົດທັງສາມແມ່ນໄດ້ມາຕໍາຄາກັນກາງທາງ ໂດຍມີລົດເມ ແລະ ລົດຂົນສົ່ງນໍ້າມັນຂອງສອງຂ້າງ ແລະ ລົດຂົນສົ່ງຂື້ເຫຍື້ອ ຢູ່ທາງກາງ.

ທີດທາງການຈາລະຈອນແມ່ນ ລົດເມ ແລະ ລົດຂົນຂີ້ເຫຍື້ອ ແມ່ນໄປທິດທາງດຽວກັນ, ສ່ວນລົດຂົນສົ່ງນໍ້າມັນແມ່ນ ສວານທາງມາ. ເພາະສະນັ້ນ, ຈິ່ງເຫັນວ່າ ອຸບັດຕິເຫດ ນີ້ເກີດຂຶ້ນ ເພາະມີການແຊງກັນ ລະຫວ່າງ ລົດເມ ແລະ ລົດຂົນຂີ້ເຫຍື້ອ. ຈົນເຮັດໃຫ້ເກີດເຫດລົດຄາກັນກາງທາງ ແລະ ລົດຕິດເປັນເວລາດົນສົມຄວນ ກ່ອນທີ່ເຈົ້າໜ້າທີ່ຈະມາໄກ່ເກ່ຍ.

ຮຽກຮ້ອງໃຫ້ທຸກຄົນມີສະຕິໃນການຂັບຂີ່ ແລະ ນັບຖືກົດຈາລະຈອນຢ່າງເຄັ່ງຄັດ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າໜ້າທີ່ສາຍກວດ ກັກຕົວເປົ້າໝາຍໃຊ້ເຄື່ອງຕັດສັນຍານລີໂມດລົດ ເພື່ອລັກຊັບພົນລະເມືອງ
Next Post: ຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນ້ຳໃນແມ່ນ້ຳເຊໂດນສູງຂື້ນຢ່າງຕໍ່ເນື່ອງ

Related Posts

ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ ຂ່າວສານບ້ານເມືອງ
ສະເໜີແຜນດຳເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງລະບົບປົກປ້ອງເດັກ ໃນລາວ 2022-2026 ຂ່າວສານບ້ານເມືອງ
ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ ຂ່າວສານບ້ານເມືອງ
ພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ ຂ່າວສານບ້ານເມືອງ
ຂ່າວດ່ວນ! ແຈ້ງການ ໂຈະ ແລະ ກວດຄືນດິນເຂດປ່າສະຫງວນ ທົ່ວປະເທດ ຂ່າວສານບ້ານເມືອງ
ຂ່າວດີ ລາຄານໍ້າມັນລົງ ທຸກຊະນິດ ເລີ່ມ 28 ກໍລະກົດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme