Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າໜ້າທີ່ສາຍກວດ ກັກຕົວເປົ້າໝາຍໃຊ້ເຄື່ອງຕັດສັນຍານລີໂມດລົດ ເພື່ອລັກຊັບພົນລະເມືອງ

Posted on 18/09/202018/09/2020 By News No Comments on ເຈົ້າໜ້າທີ່ສາຍກວດ ກັກຕົວເປົ້າໝາຍໃຊ້ເຄື່ອງຕັດສັນຍານລີໂມດລົດ ເພື່ອລັກຊັບພົນລະເມືອງ

ເວລາ 18:00 ໂມງ ວັນທີ 17 ກັນຍາ 2020, ຈຸສາຍກວດຂອງກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ປະຈຳເດີ່ນສະໜາມຫຼວງ-ພຣະທາດຫຼວງ ໄດ້ອອກເຄື່ອນໄຫວລາດຕາເວນ ພົບເຫັນເປົ້າໝາຍສົງໄສ 1 ຄົນກຳລັງກໍ່ເຫດໃຊ້ເຄື່ອງຕັດສັນຍານລີໂມດປົດລ໋ອກປະຕູລົດຂອງປະຊາຊົນທີ່ຈະມາໄຫ້ວພຣະທາດຫຼວງ(ມື້ວັນສິນ), ຈື່ງໄດ້ເຂົ້າຈັບກຸມຜູ້ຖືກຫາຊື່ ທ້າວ ອຸປະຖຳ , ອາຍຸ 33 ປີ, ອາຊີບຄ້າຂາຍ, ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ. ຜ່ານການກວດກາພົບເຫັນອຸປະກອນຕິດຕົວຄື:

1. ສະຫວ່ານໄຟຟ້າ(ໄຮ້ສາຍ) 1 ເຄື່ອງ

2.ກະແຈບ໋ອກນ້ອຍ 1 ອັນ

3.ເຄື່ອງຕັດສັນຍານລີໂມດ 1 ເຄື່ອງ

4.ຄີມຕັດສາຍໄຟ 4 ອັນ

5.ກະແຈປົດລ໋ອກຄໍລົດຈັກ(ກະແຈໂຕ T) 2 ອັນ

6.ເຄື່ອງແທກໄຟຟ້າ 1 ເຄື່ອງ

7.ມີດຄັດເຕີ 1 ອັນ

8.ໂທລະສັບມືຖື 1 ເຄື່ອງ

9.ລົດຈັກຮອນດາເວບ 100 ຈຳນວນ 1 ຄັນ

ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວຮັບສາລະພາບວ່າ ໄດ້ເຄື່ອນໄຫວກໍ່ຄະດີດ້ວຍການຕັດສັນຍານລ໋ອກປະຕູລົດມາແລ້ວ 1 ຄັ້ງຢູ່ຕະຫຼາດສີໄຄແລ້ວໄດ້ມາກຽມລົງມືກໍ່ເຫດອີກຄັ້ງຢູ່ທີ່ເດີ່ນພຣະທາດຫຼວງແຕ່ໃນຄັ້ງນີ້ໄດ້ຖືກຈັບຕົວໃນເວລາກໍ່ເຫດ.

ປັດຈຸບັນ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຊີ້ນຳມອບຕົວຜູ້ຖືກຫາດັ່ງກ່າວ ພ້ອມຂອງກາງຄະດີ ໃຫ້ຫ້ອງຕຳຫຼວດ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນ ກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອັດຕະປືຄັ້ງທີ XI ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ
Next Post: ສາມປະສານກາງຫົນທາງຍ້ອນແຊງບໍ່ຫວິດ (ຂາດສະຕິການຈາລະຈອນ)

Related Posts

ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງ ຂ່າວສານບ້ານເມືອງ
Construction of New, Mega Cultural Park in Vientiane Commences ຂ່າວສານບ້ານເມືອງ
ກະບະປະທະຫົກລໍ້ ເຈັບຫຼາຍຄົນ ທາງເຂດບ້ານນາໄຊ ເມືອງສາລະວັນ ຂ່າວສານບ້ານເມືອງ
ກອງປະຊຸມປັບປຸງແບບແຜນວິທີເຮັດວຽກຂອງວຽກງານການທະຫານທ້ອງຖິ່ນ 6 ແຂວງພາກເໜືອ ຂ່າວສານບ້ານເມືອງ
ສານປະຊາຊົນສູງສຸດ ໄດ້ຈັດພິທີສອບເສັງເປັນຜູ້ພິພາກສາຊັ້ນ 4 ຂອງສານປະຊາຊົນທົ່ວປະທດ ຂ່າວສານບ້ານເມືອງ
ຂ່າວດີ ປັບລາຄານໍ້າມັນລົງທຸກຊະນິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme