Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອັດຕະປືຄັ້ງທີ XI ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ

Posted on 18/09/202018/09/2020 By News No Comments on ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ອັດຕະປືຄັ້ງທີ XI ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງອັດຕະປື ຄັ້ງທີ XI ໄດ້ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ ໃນວັນທີ 18 ກັນຍາ 2020 ພາຍຫລັງດໍາເນີນມາເປັນເວລາ 2 ວັນ,ດ້ວຍບັນຍາກາດຟົດຟື້ນ ແລະ ຖືກຕ້ອງຕາມກົດລະບຽບຂອງພັກ,ເຊິ່ງຖືວ່າເປັນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງ ທີ່ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະມາຊິກພັກ,ພະນັກງານໃນທົ່ວອົງຄະນະພັກ ແຂວງອັດຕະປື.

ຕະຫລອດໄລຍະການດຳເນີນກອງປະຊຸມ,ບັນດາຜູ້ແທນສົມບູນ ທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວແຂວງ ຈຳນວນ 225 ສະຫາຍ,ຍິງ 31 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດທົ່ວແຂວງ ຈໍານວນ 9.596 ສະຫາຍ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ 10,ພ້ອມໄດ້ຕີລາຄາດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງ,ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ ແລະໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ.

ໄປຄຽງຄູ່ກັບການຮັບຮອງເອົາບັນຫາສໍາຄັນຕ່າງໆ ກອງປະຊຸມໃຫຍ່ຄັ້ງນີ້ ຍັງໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງອັດຕະປື ຊຸດໃໝ່ ຈຳນວນ 33 ສະຫາຍ,ຍິງ 5 ສະຫາຍ ຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫລັກແຫລ່ງແກ່ນສານໃນການນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງແຂວງອັດຕະປື ໃນໄລຍະ 5 ປີຕໍ່ໜ້າ,ໃນນັ້ນໄດ້ເປັນເອກະສັນເລືອກເອົາ ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ,ສະຫາຍນາງ ມີນາພອນ ໄຊສົມພູ ແລະ ສະຫາຍ ບຸນຮຽນ ແກ້ວບົວພາດ ເປັນຮອງເລຂາ ,ພ້ອມເລືອກເອົາ ສະຫາຍ ຄໍາຫວັນ ຈັນທະໂຄດ ເປັນປະທານກວດກາ ສະຫາຍ ຈິດປະສົງ ສິງສະຫວັດ ສະຫາຍ ມີໄຊ ສີສະແຫວງສຸກ ແລະ ສະຫາຍ ວີໄລພອນ ແກ່ນ ເປັນຮອງປະທານກວດກາ

ທັງນີ້ກໍ່ເພື່ອສືບຕໍ່ຊີ້ນໍາ-ນໍາພາແຂວງອັດຕະປື ແຕ່ນີ້ຮອດປີ 2025 ໂດຍສືບຕໍ່ເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ,ໝັ້ນຄົງ ແລະ ຍືນຍົງ, ຮັບປະກັນໃຫ້ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງໝັກແໜ້ນ,ຊີວິການເປັນຢູ່ຂອງປະຊາຊນດີຂື້ນລື່ນເກົ່າ, ຕາມທິດສ້າງສັງຄົມນິຍົມແຕ່ຮາກຖານ,ເຮັດໃຫ້ແຂວງອັດຕະປືກໍ່ຄືປະເທດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.

ຂ່າວ: ວັດທະນາ ຫຼວງອາໄພ

ຂ່າວສານບ້ານເມືອງ

Post navigation

Previous Post: ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກັນຍາ 2020
Next Post: ເຈົ້າໜ້າທີ່ສາຍກວດ ກັກຕົວເປົ້າໝາຍໃຊ້ເຄື່ອງຕັດສັນຍານລີໂມດລົດ ເພື່ອລັກຊັບພົນລະເມືອງ

Related Posts

ອັບເດດສະຖານະການ! ນໍ້າຊອງ ໄຫຼແຮງ ແລະ ຂຶ້ນສູງ ເມືອງວັງວຽງ ຂ່າວສານບ້ານເມືອງ
ໂຈນລັກກະບະ ທະບຽນ ກໍາແພງນະຄອນ ກຣ 7373 (ມີຄລິບ) ຂ່າວສານບ້ານເມືອງ
ການຂະຫຍາຍຕົວຂອງເສດຖະກິດລາວ ມີທ່າອ່ຽງຫລຸດລົງ ໃນແຕ່ລະປີ ຍ້ອນມີອຸປະສັກ ແລະ ສິ່ງທ້າທາຍ ຂ່າວສານບ້ານເມືອງ
ຊີ້ແຈງຈໍານວນວັກຊິນຈາກຣັດເຊຍ ມາຮອດຕົວຈິງ ມາຮອດລາວແລ້ວ 2 ພັນໂດສ ແລະ ຈະຊ່ວຍທັງໝົດ 2 ລ້ານ ຂ່າວສານບ້ານເມືອງ
ແຕກສະ ອຸປະຕິເຫດລົດບັນທຸກເສຍຫຼັກຕໍາເສົາໄຟຟ້າ ຂ່າວສານບ້ານເມືອງ
ເມືອງນານ ກວດພົບສິນຄ້າ ຫຼາຍກວ່າ 30 ລາຍການ ໝົດອາຍຸ-ສິນຄ້າປອມແປງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme