ວັນທີ 17 ກັນຍາ 2020 ທ່ານ ອົບມາ ລາດຕະກຸນ ຮອງຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແຂວງ, ພ້ອມທ່ານ ວິຊຽນ ນ້ອຍມະໄລພັນ ວ່າການແທນຫົວໜ້າຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດປະຈໍາແຂວງເຊກອງ ແລະຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດວຽກງານເກັບກູ້ລະເບີດຢູ່ພາກສະໝາມ (1) ບ້ານປາກປູນ ເພື່ອເປັນການໃຫ້ກໍາລັງໃຈ, ຕິດຕາມກວດກາຄືນການນໍາໃຊ້ອຸປະກອນຮັບໃຊ້ ແລະແບບແຜນການຈັດຕັ້ງປະຕິບັດວຽກງານຖືກຕ້ອງຕາມຂັ້ນຕອນ ແລະ ບົດຮຽນທີ່ໄດ້ຮຽນມາແລ້ວ ຫຼື ບໍ.

ໃນໂອກາດດັ່ງກ່າວທ່ານ ວຽງພອນ ສີລາເສດ ຫົວໜ້າທິມງານເກັບກູ້ລະເບີດພາກສະໜາມ (1) ລາຍງານວ່າ: ທິມງານພວກເຮົາໄດ້ເລີ່ມລົງມືສໍາຫຼວດມາແຕ່ວັນທີ 1 ກັນຍາໃນເນື້ອທີ່ສຳຫຼວດທັງໝົດ 1,2 ເຮັກຕາ, ຮອດປະຈຸບັນໄດ້ສໍາຫຼວດໄປແລ້ວ 0,7 ເຮັກຕາ, ກວດພົບລູກປືນໃຫຍ່ 20ມມ ຈຳນວນ 10 ລູກ ແລະລູກບົມບີຈຳນວນ 74 ລູກ ຊະນິດ(BLU 26 ) ທີ່ບໍ່ທັນແຕກໄດ້ທໍາລາຍຖີ້ມກັບທີ່ແລ້ວ, ຄາດວ່າການສຳຫຼວດ ແລະເກັບກູ້ແມ່ນຈະໃຫ້ສຳເລັດທ້າຍເດືອນນີ້, ໃນເນື້ອທີ່ຍັງບໍ່ທັນສຳຫຼວດ 0,5 ເຮັກຕາ.

ຫຼັງຈາກນັ້ນທ່ານຮອງຫົວໜ້າພະແນກ ຮສສ ແຂວງເຊກອງ ໄດ້ມີຄໍາເຫັນໂດຍຍ້ອງຍໍຊົມຕໍ່ຜົນງານທີ່ທິມງານພາກສະໝາມຍາດມາໄດ້ ແລະເນັ້ນໜັກໃຫ້ທິມງານເກັບກູ້ລະເບີດພາກສະໜາມເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ປະຕິບັດວຽກງານດ້ວຍຄວາມລະມັດລະວັງ, ເຮັດໃຫ້ຖືກຕາມຂັ້ນຕອນຂອງບົດຮຽນ ແລະສິ່ງສໍາຄັນແມ່ນກວດກາພື້ນທີ່ໃຫ້ລະອຽດ ແລະສໍາເລັດຕາມເປົ້າໝາຍແຜນການ ເພື່ອແນໃສ່ເຮັດໃຫ້ປະຊາຊົນໃນເຂດດັ່ງກ່າວ ໄດ້ນຳໃຊ້ທີ່ດິນທຳການພະລິດດ້ວຍຄວາມປອດໄຟ.

ໃນໂອກາດລົງຊຸກຍູ້ວຽກງານຄັ້ງນີ ທ່ານຮອງຫົວໜ້າພະແນກ ຮສສ ແຂວງ ພ້ອມຄະນະຍັງໄດ້ເຂົ້າຮ່ວມພິທີທຳລາຍລະເບີດທີ່ບໍ່ທັນແຕກຊະນິດ (BLU 26) ຈຳນວນ 1 ລູກອີກດ້ວຍ.

