ເຕືອນປະຊາຊົນ! ເຂື່ອນໄຟຟ້າເຊກະຫມານ 3 ທີ່ບ້ານດາກຢຣັງ ເມືອງ ດາກຈຶງ ແຂວງເຊກອງ. ຈະມີການລະບາຍນໍ້າໃນເຂື່ອນ
ຂໍ້ມູນເບື້ອງຕົ້ນເຂື່ອນດັ່ງກ່າວແມ່ນຮັບເໝົາກໍສ້າງໂດຍບໍລິສັດ SôngĐa ຂອງ ສສ ຫວຽດນາມ ເຊິ່ງສໍາເລັດໄດ້ປະມານ 2-3 ປີຜ່ານມາ.

ບໍລິສັດໄຟຟ້າເຊຂະຫມານ 3 ຈໍາກັດ ອອກແຈ້ງການເລື່ອງດໍາເນີນການປ່ອຍນ້ໍາເພື່ອປັບລະດັບນ້ໍາຂອງອ່າງເກັບນ້ໍາຂອງເຂື່ອນໄຟຟ້າເຊກະຫມານ 3 ເລີ່ມແຕ່ເວລາ 15:00 ໂມງ ຂອງວັນທີ 18 ກັນຍາ 2020 ເພີ່ມຂຶ້ນແຕ່ 30,0 m3/s ເຖິງ 100 m3/s

ດັ່ງນັ້ນ, ຂໍແຈ້ງການມາຍັງພາກສ່ວນທີ່ກ່ຽວຂ້ອງເພື່ອເປັນເຈົ້າການ ໃນການປະສານງານ ແລະ ຈັດຕັ້ງປະຕິບັດມາດຕະການແຜນປ້ອງກັນຕ້ານໄພນ້ໍາຖ້ວມ.

#ໝາຍເຫດ ໃນປີ 2016 ຜ່ານມາ ເຂື່ອນແຫ່ງນີ້ກໍ່ເຄີຍແຕກມາແລ້ວ. ໂຊກດີເຫດການໃນຄັ້ງນັ້ນບໍ່ມີໃຜເສຍຊີວິດ ແລະ ສ້າງຄວາມເສຍຫາຍໃນບໍລິເວນກວ້າງ.
ພາບເສຍຫາຍປີ 2016.

.

.
