Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດພົບປະຢ້ຽມຢາມເຈົ້າແຂວງສະຫວັນນະເຂດ

Posted on 18/09/202018/09/2020 By News No Comments on ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດພົບປະຢ້ຽມຢາມເຈົ້າແຂວງສະຫວັນນະເຂດ

ໃນຕອນເຊົ້າວັນທີ 18 ກັນຍາ 2020 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງສະຫວັນນະຂດ ທ່ານ ປອ ສົມພູ ດວງສະຫວັນ ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດ ໄດ້ພົບປະຢ້ຽມຢາມທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກທີ່ແຂວງສະຫວັນນະເຂດ.

ໂອກາດນີ້ທ່ານ ປອ ສົມພູ ດວງສະຫວັນ ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມ ຂອງສະພາແຫ່ງຊາດໄດ້ລາຍງານໃຫ້ຮູ້ວ່າ: ການເຄື່ອນໄຫວເຮັດວຽກຄັ້ງນີ້ກໍ່ເພື່ອຕິດຕາມກວດກາໃນຂອບເຂດທົ່ວປະເທດໂດຍສະເພາະກຳມາທິການວັດທະນະທຳ-ສັງຄົມຊຸກຍູ້ຕິດຕາມກວດການຜົນການປະຕິບັດການຈັດຕັ້ງມະຕິຂອງສະພາແຫ່ງຊາດທີ່ນອນຢູ່ໃນແຜນພັດທະນາເສດຖະກິດສັງຄົມປີ 2020 ພ້ອມກັນນີ້ກໍ່ຊອກຮູ້ການຈັດຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 8 ຊອກຮູ້ກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍປະຈຳມະຕິຂອງສະພາແຫ່ງຊາດ ແລະການມາເຄື່ອນໄຫວເຮັດວຽກທີ່ແຂວງສະຫວັນນເຂດເນື່ອງຈາກວ່າ 2-3ວັນຜ່ານມາໄດ້ ເຄື່ອນໄຫວເຮັດວຽກຢູ່ເມືອງນອງແລະເມືອງເຊໂປນ, ເຊິ່ງເມືອງນອງຈຸດພິເສດແມ່ນເລັ່ງໃສ່ເປັນເມືອງມບູລິມະສິດແກ້ໄຂຄວາມທຸກຍາກ, ຜ່ານຈາກການລົງເຮັດວຽກຕົວຈິງເຫັນໄດ້ວ່າທັງ 2 ເມືອງມີຄວາມຄືບໜ້າໃນຫຼາຍດ້ານ ແລະ ບັນຫາຂໍ້ສະດວກຂໍ້ຫຍຸ້ງຍາກບາງອັນກໍ່ປະຕິບັດໄດ້ ແລະ ບາງອັນກໍ່ຍັງພວມສູ້ຊົນ ເຊັ່ນບັນຫາການສຶກສາ, ອັດຕາປະລະການຮຽນຍັງສູງເຊິ່ງເປັນບັນຫາທີ່ຕ້ອງໄດ້ສືບຕໍ່ແກ້ໄຂດ້ານສາທາລະນະສຸກມີຄວາມຫຍຸ້ງຍາກແຕ່ກໍ່ມີຄວາມພະຍາຍາມ,ດ້ານວຽກງານຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວກໍ່ເຫັນວ່າປະຕິບັດໄດ້ດີ.

ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານເຈົ້າແຂວງສະຫວັນນະເຂດກໍ່ມີຄຳເຫັນວ່າ: ການລົງມາເຄື່ອນໄຫວເຮັດວຽກຂອງກໍາມາທິການວັດທະນະທໍາ-ສັງຄົມທີ່ແຂວງສະຫວັນນະເຂດໃນຄັ້ງນີ້ກໍ່ເປັນໂອກາດໜຶ່ງທີ່ມີຄວາມໝາຍສຳຄັນໃນການກະຕຸກຊຸກຍູ້ຕໍ່ ການຈັດຕັ້ງປະຕິບັດໃນການພັດທະນາເສດຖະກິດສັງຄົມໃນທ້າຍສະໄໝ, ເພື່ອເປັນການສ້າງແຜນໃຫ້ 5 ປີ ຂ້າງໜ້າ, ຢູ່ໃນວຽກງານວັດທະນະທຳສັງຄົມຈຳເປັນຕ້ອງໄດ້ສຸມໃສ່ແກ້ໄຂສູ້ຊົນ ຢາງເອົາຈິງເອົາຈັງກວ່າເກົ່າ,ເພາະຄວາມທຸກຍາກຕິດພັນກັບການພັດທະນາຊັບພະຍາກອນມະນຸດ,ບໍ່ວ່າຈະເປັນເລື່ອງສຸຂະສຶກສາ ທີ່ເປັນບັນຫາສຳຄັນຜ່ານມາກໍ່ໄດ້ເອົາໃຈໃສ່ຫຼາຍທີ່ສຸດ,ລວມທັງລັດຖະບານກໍ່ໄດ້ສຸມໃສ່ການລະດົມຂົນຂວາຍຫຼາຍພາກສ່ວນມາສະໜັບສະໜູນ,ແຂວງກໍ່ໄດ້ເອົາໃຈໃສ່ແຕ່ເຫັນວ່າຍັງມີຫຼາຍຄາດໝາຍມີຜົນສຳເລັດ,ຄືຂະແໜງສຶກສາ 15 ຄາດໝາຍກໍ່ໄດ້ສຳເລັດໄປແລ້ວ 8 ຄາດໝາຍຍັງອີກ7ຄາດໝາຍ,ສຳລັບສາທາຍັງ3ຄາດໝາຍ,ບັນລຸໄປ 1 ຄາດໝາຍສິ່ງສຳຄັນແມ່ນດ້ານວຽກງານການສຶກສາຈະຕ້ອງໄດ້ມີການປັງປຸງລັກສະນະ,ຫຼັກສູດຄືນໃໝ່, ແລະ ແກ້ໄຂຈຸດບັນຫາທີ່ຍັງຄົງຄ້າງໃຫ້ບັນລຸຕາມເປົ້າໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ
Next Post: ເຕືອນ! ພໍ່ແມ່ປະຊາຊົນເຂື່ອນໄຟຟ້າເຊຂະໝານ3 ຈະປ່ອຍນໍ້າເລີ່ມ 3 ໂມງແລງຂອງມື້ນີ້!

Related Posts

ເຈົ້າເມືອງອຸທຸມພອນລົງເບິ່ງສະພາບເສັ້ນທາງເຂົ້າຫາບ້ານນາເກັງ ແລະ ບ້ານເອ້ ຂ່າວສານບ້ານເມືອງ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂ່າວສານບ້ານເມືອງ
ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ເມືອງທ່າປາງທອງເລັ່ງເກັບກ່ຽວມ້ຽນມັດເຂົ້ານາປີຢ່າງເປັນຂະບວນກວ່າງຂວາງ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 06 ແຂວງຫລວງພະບາງ ມີຈຳນວນຜູ້ສະໝັກ 13 ທ່ານ, ເລືອກເອົາ 10 ທ່ານ ຂ່າວສານບ້ານເມືອງ
ເກີດອຸປະຕິເຫດ! ລົດຂົນສົ່ງເບຍເສຍຫລັກປິ້ນຢູ່ທາງເຂົ້າເມືອງລ້ອງຊານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme