Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ

Posted on 18/09/202018/09/2020 By News No Comments on ສປປ ລາວ ຍັງມີຜູ້ຕິດເຊື້ອພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ

ມາຮອດວັນທີ 18 ກັນຍາ 2020, ທົ່ວໂລກມີ 213 ປະເທດ ແລະເຂດແຄ້ວນ ມີຜູ້ຕິດເຊື້ອພະຍາດ COVID-19 ເຖິງ30,310,388ຄົນ; ເພ່ີມຂຶ້ນ 305.362 ຄົນ, -ເສຍຊິວິດ 949,702ຄົນ ໃນນັ້ນອາເມຣິກາ ເປັນອັນດັບ 1 ຂອງໂລກ ມີຜູ້ຕິດເຊື້ອທັງໝົດ 6.765.739ຄົນ, ເພີ່ມຂຶ້ນໃນມື້ດຽວ 32.321ຄົນ. ສ່ວນ ສປປ ລາວ ຍັງມີຜູ້ຕິດເຊື້ອ ພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ພຽງຄົນດຽວ ຢູ່ອັນດັບທີ 205 ຂອງໂລກ.

ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ມີທ່າອ່ຽງຕິດເຊື້ອ COVID-19 ເພິ່ມຂຶ້ນ, ພາຍໃນມື້ດຽວມີຜູ້ຕິດເຊື້ອສູງເຖິງ 97,893ຄົນ; ສ່ວນບັນດາປະເທດ ສະມາຊິກອາຊຽນ ມີຜູ້ຕິດເຊື້ອທັງໝົດ 585,543ຄົນ ແລະເສຍຊີວິດ14,318ຄົນ.

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຄະນະຄວບຄຸມໂຄວິດ19 ຖະແຫລງໃນຕອນເຊົ້າວັນທີ 18 ກັນຍານີ້ ເຖິງສະພາບການຄວບຄຸມ COVID-19 ຢູ່ ສປປ ລາວ ວ່າ: ຮອດເວລາ 17 ໂມງ ວັນທີ 17 ກັນຍາ 2020 ມີຜູ້ເດີນທາງເຂົ້າມາ ສ ປປ ລາວ ທັງໝົດ 2,053ຄົນ: ໃນນັ້ນຜ່ານດ່ານລາວ-ໄທ 1,471ຄົນ ມີແຮງງານລາວກັບມາແຕ່ໄທ 296ຄົນ; ຜ່ານດ່ານ ລາວ-ຈີນ 25ຄົນ,ໃນນີ້ມີແຮງງານລາວ 1 ຄົນ ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 554ຄົນ ໃນນັ້ນ ມີນັກສຶກສາ 5 ຄົນ, ນັກການທູດລາວ 8 ຄົນ, ແຮງງານຫວຽດນາມ 65 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ທຸກຄົນໄດ້ແທກອຸນຫະພູມຮ່າງກາຍ, ແລະໄດ້ເກັບຕົວຢ່າງມາກວດ ແລ້ວນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ຈົນກວ່າຈະຄົບກຳນົດ 14ວັນ.

ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ເຖິງວຽກງານວິເຄາະຫາເຊື້ອວ່າ: ວັນທີ 17 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 173ຄົນ,ໃນນັ້ນມີ ແຮງງານລາວມາແຕ່ໄທ 112 ຕົວຢ່າງ, ແຮງງານຫວຽດນາມ 25 ຕົວຢ່າງ, ແຮງງານໄທ 6ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 2 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ17 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ,

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! ພາຍຸ ໂນອຶນ ພັດເຂົ້າຫວຽດນາມເສຍໜັກໜ່ວງຫຼາຍ
Next Post: ປະທານຄະນະກໍາມາທິການວັດທະນະທໍາ-ສັງຄົມຂອງສະພາແຫ່ງຊາດພົບປະຢ້ຽມຢາມເຈົ້າແຂວງສະຫວັນນະເຂດ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 198ຄົນ ຂ່າວສານບ້ານເມືອງ
ເຂົ້າບຸກຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັ ກ ລອບເປີດໃຫ້ບໍລິການຫຼິ້ນ ພ ະນັ ນ ຂ່າວສານບ້ານເມືອງ
ຄົນລາວເຮັດວຽກຢູ່ໄທ ໄຟຟ້າຊ໊ອດເສຍຊີວິດ ຂ່າວສານບ້ານເມືອງ
ຄະນະບໍລິຫານງານໜຸ່ມແຂວງບໍ່ແກ້ວ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ຂ່າວສານບ້ານເມືອງ
ເປົ້າໝາຍພົວພັນ ຢ າ ເ ສ ບ ຕິ ດ 15 ຄົນ ຖືກສຶກສາອົບຮົມ ຂ່າວສານບ້ານເມືອງ
ເຕືອນໄພ! ຂົວນໍ້າແຈ້ງເພອີກແລ້ວ ຂໍໃຫ້ລະມັດລະວັງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme