Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້ອງຕໍາຫຼວດ ທໍາລາຍຜັກບົ່ວໃບນໍາເຂົ້າທີ່ຜິດກົດໝາຍໜັກ 1.060 ກິໂລ

Posted on 18/09/202018/09/2020 By News No Comments on ຫ້ອງຕໍາຫຼວດ ທໍາລາຍຜັກບົ່ວໃບນໍາເຂົ້າທີ່ຜິດກົດໝາຍໜັກ 1.060 ກິໂລ

ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບ ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກທັງໝົດ 1.060 ກິໂລກຣາມ, ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໃນຕອນບ່າຍຂອງວັນທີ 16 ກັນຍາ 2020 ໂດຍມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງຂອງວັນທີ 15 ກັນຍາ 2020 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີລົດຕູ້ ສີຂາວໝາຍເລກທະບຽນ ກລ 8364 ກຳແພງນະຄອນໄດ້ແກ່ສິນຄ້າປະເພດຜັກມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາ ພົບເຫັນລົດຄັນດັ່ງກ່າວ ມຸ່ງໜ້າໄປທາງເຂດບ້ານທ່ານາ (ບໍ່ໂອ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດຜັກບົ່ວໃບຈໍານວນ 53 ເປົາ, ນໍ້າໜັກ 1.060 ກິໂລກຣາມທີ່ບໍ່ມີເອກະສານອະນຸຍາດຈາກພາກສ່ວນກ່ຽວຂ້ອງ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ຈຶ່ງໄດ້ຢຶດລົດ ແລະ ນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 51 /ນຍ, ລົງວັນທີ 30/8/2019 ວ່າດ້ວຍການສົ່ງເສີມການຜະລິດ ຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ປະຊາຊົນລາວບໍລິໂພກ ເນື່ອງຈາກຜັກດັ່ງກ່າວ ບໍ່ໄດ້ຮັບການກວດກາຫາສານເຄມີປົນເປື້ອນເກີນມາດຕະຖານກໍານົດຫຼືບໍ່? ທັງນີ້, ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ຈຶ່ງເຫັນຄວນຢຶດສິນຄ້າດັ່ງກ່າວມາທໍາລາຍຖິ້ມ.

ຕໍ່ກັບເຈົ້າຂອງລົດ ແລະ ລົດເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນການສັນຈອນທາງພູເກົ້າຫຼັກລົດຂົນສົ່ງປີ້ນຂວາງທາງ
Next Post: ຄະນະຊາວໜຸ່ມຮາກຖານ ຫ້ອງການເມືອງ ປກສ ນວ ສະຫຼຸບວຽກງານ 6 ເດືອນຕົ້ນປີ 2020

Related Posts

ມອບ-ຮັບ ແລະ ເປີດນໍາໃຊ້ເສັ້ນທາງເທດສະບານ ເມືອງພີນ ຂ່າວສານບ້ານເມືອງ
ການນຳແຂວງຈຳປາສັກ ສຳຫລວດພື້ນທີ່ເຂດພູເທວະດາ ເມືອງປາກຊ່ອງ ຂ່າວສານບ້ານເມືອງ
ຊ່ວຍແດ່ ເຫັນໜ້າຊັດເຈນ ໂຈນລັກລົດຈັກ ດພ 8359 (ມີຄລິບ) ຂ່າວສານບ້ານເມືອງ
ຈັບສະຫຼາກແບ່ງສາຍແລ້ວ ຊ່ວງເຮືອທີ່ທ່າວັດຈັນ ມີພຽງ 12 ລໍາແຕ່ເງິນລາງວັນເພີ່ມຂຶ້ນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1073ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຂອດອຸດຕັນ ການສົ່ງອອກສິນຄ້າ ຕໍ່ສະພາແຫ່ງຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme