Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫົວໜ້າ ປກສ ແຂວງເຊກອງ ລົງຊຸກຍູ້ກວດກາວຽກງານກໍ່ສ້າງຮາກຖານກຸ່ມປາກໄຊ

Posted on 18/09/202018/09/2020 By News No Comments on ຫົວໜ້າ ປກສ ແຂວງເຊກອງ ລົງຊຸກຍູ້ກວດກາວຽກງານກໍ່ສ້າງຮາກຖານກຸ່ມປາກໄຊ

ວັນທີ 16 ກັນຍາ 2020, ພັອ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມຄະນະໄດ້ລົງຊຸກຍູ້, ຕິດຕາມ, ກວດກາ ພະນັກງານທີ່ລົງກໍ່ສ້າງນຮາກຖານການເມືອງຢູ່ ກຸ່ມ 7 ປາກໄຊ ປກສ ເມືອງກະລືມ ເພື່ອໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດ ທິພາບດີຂຶ້ນກວ່າເກົ່າ.

ພັທ ບົວຜົນ ແກ້ວດວງສີ ໄດ້ລາຍງານຫຍໍ້ວ່າ: ກຸ່ມ 7 ປາກໄຊ ແມ່ນກຸ່ມໜຶ່ງທີ່ຂຶ້ນກັບ ປກສ ເມືອງກະລືມ ແຂວງເຊກອງ ກຸ່ມ 7, ມີ 7 ບ້ານ ຄື: ບ້ານລະກາຍ, ບ້ານຖຳເດັ້ງ, ບ້ານຕະລາງໃໝ່, ບ້ານບາກ, ບ້ານກຸງ, ບ້ານທົ່ງແຄນ, ບ້ານທົ່ງແຄມ; ການດໍາລົງຊິວິດຂອງປະຊາຊົນ ສ່ວນຫຼາຍແມ່ນເຮັດໄຮ່ ອາໄສທຳມະຊາດເປັນບ່ອນທຳມາຫາກິນ, ມີເສັ້ນທາງອອກສູ່ແຂວງສາລະວັນ ເປັນເງື່ອນໄຂສະດວກ ໃນການໄປ-ມາຄ້າຂາຍ, ວຽກງານກວດກາເກັບກຳສະຖິຕິພົນລະເມືອງໄດ້ 4 ບ້ານ ມີຈຳນວນພົນ 1257 ຄົນ ຍິງ 594 ຄົນ, ມີ 216 ຄອບຄົວ, ມີ 170 ຫຼັງຄາເຮືອນ, ຄົນຕ່າງປະເທດມີ 3 ຄົນ, ສັນຊາດເຊື້ອຊາດຫວຽດນາມ, ອາຊີບພິເສດ ແລະ ພາຫະນະພິເສດມີປະເພດລົດໄຖ 45 ຄັນ, ລົດໃຫຍ່ 7 ຄັນ, ເກັບກູ້ອາວຸດລ້າເນື້ອ ປືນແກັບໄດ້ 8 ກະບອກ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໄດ້ເນັ້ນໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານ ເກັບກຳສະພາບການລັກລອບຄ້າຂາຍຢາເສບຕິດ, ຂີ້ລັກ-ງັດເງາະ, ເກັບກຳສະຖິຕິການຂຶ້ນສຳມະ ໂນຄົວ, ກວດກາຄົນເຂົ້າອອກເມືອງ, ເກັບກຳເປົ້າໝາຍໃນການຄ້າຂາຍເຖື່ອນ, ອາວຸດລ່າເນື້ອ ພ້ອມທັງ ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວິຄວາມສະມັກຄີພາຍໃນ ໃຫ້ໜັກແໜ້ນຂຶ້ນກວ່າເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງຫຼວງພະບາງເຂົ້າຮ່ວມ ກອງປະຊຸມບັນດາເມືອງມິດຕະພາບສາກົນ ຟູຈຽນ-ອາຊຽນຜ່ານວິດີໂອທາງໄກ
Next Post: ເຕືອນການສັນຈອນທາງພູເກົ້າຫຼັກລົດຂົນສົ່ງປີ້ນຂວາງທາງ

Related Posts

ກະຊວງສຶກສາ! ກຳນົດ 1 ກັນຍາ 2021 ເປັນມື້ໄຂສົກຮຽນໃຫມ່ ຢ່າງເປັນທາງການທົ່ວປະເທດ ຂ່າວສານບ້ານເມືອງ
ຂ່າວດີ! ປັບລາຄານໍ້າມັນຂາຍຍ່ອຍລົງທົ່ວປະເທດ ເລີ່ມ 2 ເມສາ 2020 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ລາວເຮົາພົບຜູ້ຕິດເຊື້ອເພີ່ມໃໝ່ 805ຄົນ ຂ່າວສານບ້ານເມືອງ
ຄະນະກຳມະການລົງກວດກາວຽກ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງຂອງແຂວງວຽງຈັນ ຂ່າວສານບ້ານເມືອງ
ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ ຂ່າວສານບ້ານເມືອງ
ກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂ ຄ ວິ ດ ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme