ນະຄອນຫຼວງວຽງຈັນ: ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ແຈ້ງໃຫ້ຮູ້ວ່າ, ການຄົ້ນຫາຜູ່ສູນຫາຍ ເຫດຄົນນໍ້າ ທີ່ເຂດບ້ານເວີນຄໍາ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນວັນທີ 16 ກັນຍາ 2020, ທາງທີມກູ້ໄພທາງນໍ້າ ໄດ້ເຮັດການຄົ້ນຫາ ແຕ່ເວລາ 9:15 ຂອງວັນດຽວກັນ, ຈົນຮອດ ເວລາປະມານ 15:57 ຂອງວັນທີ 17 ກັນຍາ 2020, ຈິ່ງສາມາດພົບສົບຜູ່ເສຍຊີວິດ.

ຜູ່ເສຍຊີວິດເປັນເພດຊາຍ ອາຍຸ 11 ປີ, ທາງກູ້ໄພໄດ້ນໍາເອົາສົບຜູ່ເສຍຊີວິດ ແລະ ມອບໃຫ້ກັບຍາດພີ່ນ້ອງໄປເຮັດພິທີຕາມສາສະໜາຕໍ່ໄປ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ບັນຫາຈົ່ມນໍ້າເສຍຊີວິດ ແມ່ນເກີດຂຶ້ນຫຼາຍຄັ້ງ, ຂໍໃຫ້ທຸກຄົນລະມັດລະວັງ, ໂດຍສະເພາະພໍ່ແມ່ຜູ່ປົກຄອງ ຕ້ອງໄດ້ ເບິ່ງແຍງລູກຫຼານຂອງທ່ານໃຫ້ດີ.

.

ຂ່າວກ່ອນໜ້ານີ້
ນະຄອນຫຼວງວຽງຈັນ: ລາຍງານຈາກ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ວ່າ ໃນວັນທີ 16 ກັນຍາ 2020 ເວລາ 09:15 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດຈົມນ້ຳ ເຂດບ້ານເວີນຄຳ ເມືອງໄຊທານີ ແຂວງນະຄອນຫລວງ.

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ຈັດທີມປະຕີບັດການທາງນ້ຳພ້ອມດ້ວຍອຸປະກອນ ອອກໄປຊ່ວຍເຫຼືອຄົ້ນຫາຜູ້ສູນຫາຍທາງນ້ຳຄັ້ງນີ້, ຂໍ້ມູນເບື້ອງຕົນ ຜູ່ສູຍຫາຍແມ່ນ ເພດຊາຍ. ສ່ວນສາເຫດພວກເຮົາຍັງບໍ່ຮູ້ສາເຫດເທື່ອ. ຈະລາຍງານຄວາມຄືບໜ້າໃຫ້ຮູ້ຕື່ມພາຍຫຼັງ.



ອຸປະຕິເຫດສຸກເສີນໂທ :🚨 🚑 1624 🚑, ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ, ແລະ – ອຸປະກອນການແພດຕ່າງໆ. ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຕິດຕໍ່ສອບຖາມ:020 2244 1624
