Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວັງວຽງສັ່ງເດັດຂາດ ກ່ອນ 30 ກັນຍາ ທຸລະກິດໃນບໍ່ປະຕິບັດ ປັບໃໝ 10 ລ້ານກີບ

Posted on 18/09/202018/09/2020 By All in LAOS No Comments on ວັງວຽງສັ່ງເດັດຂາດ ກ່ອນ 30 ກັນຍາ ທຸລະກິດໃນບໍ່ປະຕິບັດ ປັບໃໝ 10 ລ້ານກີບ

ແຂວງວຽງຈັນ: ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຈ້ງໃຫ້ຮື້ຖອນສິ່ງປຸກສ້າງ, ປ້າຍໂຄສະນາ ທີ່ກວມເຂດສະຫງວນສາທາລະ, ທາງຍາງ, ແຄມນ້ຳຊອງ ອອກພາຍໃນ 15 ວັນ ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນ ພ້ອມທັງປັບໃໝ 10 ລ້ານກີບ.

ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເລກທີ 050/ຈມ.ວວ, ລົງວັນທີ 7 ກັນຍາ 2020 ເຖິງອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດ, ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ ເລື່ອງການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ, ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງ ເພື່ອເປັນການກະກຽມສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ທາງດ້ານຕ່າງໆຂອງເມືອງວັງວຽງ ແຈ້ງການດັ່ງນີ້:

1. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາະກິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ.

2. ໃຫ້ພໍ່ແມ່ປະຊາຊົນ, ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ, ການເກາະເທີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ ແມ່ນໃຫ້ຮື້ຖອນ, ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້ ( 16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນພ້ອມທັງປັບໃໝເປັນຈຳນວນເງິນ 10.000.000 ກີບ.


3. ໃຫ້ພໍ່ແມ່ປະຊາຊົນ, ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການ ໃນການເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຈາກການກໍ່ສ້າງ, ການປ່ອຍນ້ຳເປື້ອນລົງນໍ້າຊອງ ໂດຍທີ່ບໍ່ຜ່ານການບໍາບັດ ແລ້ວປ່ອຍອອກສູ່ຮ່ອງລະບາຍນ້ໍາທໍາມະຊາດແມ່ນຢຸດເຊົາ ຫຼື ຊອກຫາວິທີແກ້ໄຂໂດຍດ່ວນ.


4. ສໍາລັບການສັນຈອນ ພາຍໃນຕົວເມືອງແມ່ນໃຫ້ປະຕິບັດຕາມປ້າຍຊີ້ບອກທາງຂຶ້ນ, ທາງລົງ ທີ່ທາງພາກສ່ວນກ່ຽວຂ້ອງໄດ້ກໍານົດໄວ້ ເຊິ່ງມີປ້າຍຕິດຕັ້ງຢູ່ຕາມຈຸດຕ່າງໆແລ້ວ ແລະ ໃຫ້ປະຕິບັດລະບຽບຈາລະຈອນຢ່າງເຂັ້ມງວດ ຖ້າຜູ້ໃດຝ່າຝືນຈະຖືກກ່າວເຕືອນ ພ້ອມທັງປັບໃໝຕາມລະບຽບຈາລະຈອນ.


5. ໃຫ້ອົງການປົກຄອງບ້ານເກັບກໍາສະຖິຕິຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ, ກິນດື່ມ, ບັນເທິງ, ອົບນວດ, ການບໍລິການຂາຍປີ້ລົດ, ປີ້ທົ່ວໄປແບບຊະຊາຍ, ບໍລິສັດທ່ອງທ່ຽວ, ໜ່ວຍບໍລິການທ່ອງທ່ຽວ ແລະ ກິດຈະກໍາທາງດ້ານການທ່ອງທ່ຽວປະເພດຕ່າງໆ ແລະ ຮ້ານເກມອອນລາຍ ຫຼື ອິນເຕີເນັດຄາເຟ່ ແລະ ອື່ນໆ ທີ່ບໍ່ທັນໄດ້ມີອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ເພື່ອກະກຽມລາຍງານຕໍ່ຄະນະສະເພາະກິດດັ່ງກ່າວ ພ້ອມທັງຊອກຫາວິທີປັບປຸງ ແລະ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດໃຫຍ່ຕໍາກັນເຈັບ 2 ຄົນ ທີ່ ນະຄອນ ໄກສອນ
Next Post: ລົງໂທດແມ່ຫວຍໂກງເງິນ 448 ລ້ານກີບ

Related Posts

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງມອບເຄື່ອງນຸ່ງ ແລະ ອຸປະກອນກິລາວມມູນຄ່າ 10 ລ້ານກວ່າກີບ ຂ່າວສານບ້ານເມືອງ
ມອບ-ຮັບ ເຮືອນນອນກອງຮ້ອຍສືບຂ່າວເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ ຂ່າວສານບ້ານເມືອງ
ເຕືອນໄພ! ຂົວນໍ້າແຈ້ງເພອີກແລ້ວ ຂໍໃຫ້ລະມັດລະວັງ ຂ່າວສານບ້ານເມືອງ
ນໍ້າໃຈມາຮອດພີ່ນ້ອງເມືອງເຊໂປນ ຂ່າວສານບ້ານເມືອງ
ລົດຕິດຍາວຢຽດຫຼາຍຊົ່ວໂມງ ຂົວນໍ້າມອນ ລົດພ່ວງປະທະວີໂກ້ ຂ່າວສານບ້ານເມືອງ
ເມືອງພູຄູນທຳລາຍສິນຄ້າໝົດອາຍຸ ແລະ ແປ້ງນົວປອມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme