ແຂວງ ສະຫວັນນະເຂດ ວັນທີ 17 ກັນຍາ 2020 ເວລາ 20:20 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີລົດໃຫ່ຍຕໍາກັບລົດໃຫ່ຍ ທີ່ເຂດເສັ້ນທາງ ບ້ານໂພນສະຫວ່າງເຫນືອ, ນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ

ທີ່ຈຸດເກີດເຫດມີຜູ້ບາດເຈັບ 2 ຄົນ. ຜູ່ທີ 1 ເປັນເພດຍິງມີອາການເຈັບຫຼັງ ແລະ ຜູ່ທີ່ 2 ເປັນເພດຊາຍມີອາການເຈັບຫຼັງ, ທັງສອງຖືກນຳສົ່ງໂຮງຫມໍເເຂວງສະຫວັນນະເຂດ.

ສ່ວນສະພາບລົດທັງສອງຄັນແມ່ນເພເສຍຫາຍໜັກສົມຄວນ. ເຈົ້າໜ້າທີ່ກ່ຽວຂ້ອງຈະສືບສວນສາເຫດຂອງອຸບັດຕິເຫດຄັ້ງນີ້ຕາມຂັ້ນຕອນກົເດໝາຍຕໍ່ໄປ.

ອຸບັດຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ ສາຍດ່ວນ (041) 1629 , ໂທຟຮີທຸກເຄື່ອຂ່າຍ. ສາຍຕົງ : 020 28285454 ຮັບໃຊ້ຕະຫຼອດ 24 ຊົ່ວໂມງ : ໜ່ວຍກູ້ໄພ ສະຫວັນນະເຂດ

ຖ້າທ່ານໃດຕ້ອງການຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອສັງຄົມຜ່ານໜ່ວຍງານພວກເຮົາໃນການບໍລິຈາກອຸປະຖຳຕ່າງໆເຊັ່ນ :
- ເຂົ້າສານ,ອາຫານການກີນ, ເຄື່ອງອຸປະໂພກບໍລິໂພກ,
- ຫີບສົບ ໂລງສົບ, ຜ້າຂາວ,ຜ້າຍາງມ້ຽນສົບຜູ້ເສຍຊີວິດ
- ອຸປະກອນການແພດຕ່າງໆ
- ອຸປະກອນກູ້ໄພ ລົດຍານພາຫະນະສຸກເສີນ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ສະຫວັນນະເຂດ. ສະຖານທີ່ : ບ້ານ ສອນໄຊ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
#ຕິດຕໍ່ສອບຖາມ: 020 28285454
