Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ມອບກະເປົາເງິນຄືນເຈົ້າຂອງເດີມ

Posted on 17/09/202017/09/2020 By News No Comments on ຊົມເຊີຍ! ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ມອບກະເປົາເງິນຄືນເຈົ້າຂອງເດີມ

ໃນວັນທີ 12 ກັນຍາ 2020, ເຈົ້າໜ້າທີ່ສາຍກວດ ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ມອບກະເປົາເງິນຄືນໃຫ້ ທ້າວ ສາລີ ອາຍຸ 50 ປີ ຢູ່ບ້ານຫົວແຊ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ທີ່ລືມໄວ້ໃນຕູບສວນເຮືອນຊົງລາວເດີມ ເດີ່ນພະທາດຫຼວງ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ສາຍກວດ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໃຫ້ຮູ້ວ່າ: ໃນວັນທີ 12 ກັນຍາ 2020 ໄດ້ອອກລາດຕະເວນ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ຕາມເດີ່ນພະທາດຫຼວງ ໃນເວລາ 11:00 ໂມງ ໄດ້ເຂົ້າກວດຄວາມເປັນລະບຽບຮຽບຮ້ອຍ ໃນສະຖານທີ່ສວນເຮືອນຊົງລາວເດີມ ພົບເຫັນກະເປົາພາຍສີດໍາ ຢູ່ໃນຕູບຂອງສະຖານທີ່ດັ່ງກ່າວ; ເຊິ່ງໃນກະເປົາມີເງິນ 14.000 ໂດລາ, ບັດປະຈໍາຕົວ ແລະ ເອກະສານຈໍານວນໜື່ງ; ໃນນັ້ນ ມີຂໍ້ມູນລາຍລະອຽດກ່ຽວກັບຜູ້ເປັນເຈົ້າຂອງກະເປົາ ຈາກນັ້ນ, ເຈົ້າໜ້າທີ່ຈິ່ງຕິດຕໍ່ຫາເຈົ້າຂອງກະເປົາມາຮັບເອົາກະເປົາດັ່ງກ່າວຄືນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບໄດ້ແລ້ວຄາດຕະກອນສັງຫານສາວທີ່ຫາດແຄມຂອງເມືອງຕົ້ນເຜິ້ງ
Next Post: ວາລະບຸນອອກພັນສາປະວໍຣະນາ ບຸນໄຫຼເຮືອໄຟ ໄຫລປະທິບ ບຸນໄຕ້ໂຄມ ທີ່ ນະຄອນ ຫຼວງພະບາງ 2020

Related Posts

ເຈົ້າແຂວງຫຼວງພະບາງເຂົ້າຮ່ວມ ກອງປະຊຸມບັນດາເມືອງມິດຕະພາບສາກົນ ຟູຈຽນ-ອາຊຽນຜ່ານວິດີໂອທາງໄກ ຂ່າວສານບ້ານເມືອງ
ປີ 2019 ຫຼວງນໍ້າທາ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 100 ກວ່າຄົນ ຂ່າວສານບ້ານເມືອງ
ກອງທຶນ ທລຍ ຝຶກອົບຮົມໃຫ້ບຸກຄະລາກອນນັບຮ້ອຍ ກຽມລົງຮາກຖານຊ່ວຍເຫຼືອປະຊາຊົນທຸກຍາກ 4 ແຂວງພາກເໜືອ ຂ່າວສານບ້ານເມືອງ
6 ຂໍ້ຫ້າມ ທີ່ຕ້ອງປະຕິບັດຕະຫຼອດໄລຍະປີໃໝ່ລາວ ຂ່າວສານບ້ານເມືອງ
ເສຍຊີວິດຄາທີ່ 1 ລົດຈັກຖືກຕໍາແລ້ວໜີເຂດເມືອງຫີນບູນ ຂ່າວສານບ້ານເມືອງ
ພາບບັນຍາກາດທີ່ຫາເບິ່ງໄດ້ຍາກຄວາມຫ່ວງໃຍ ຈາກຜູ້ໃຈບຸນທີ່ມາຊ່ວຍເຫຼືອບັນເທົາຄວາມໜາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme