Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜ້າສົນໃຈ! ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ

Posted on 17/09/202017/09/2020 By News No Comments on ໜ້າສົນໃຈ! ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ທີ່ຊຸກຍູ້ – ສົ່ງເສີມໃຫ້ປະຊາຊົນ ນຳໃຊ້ທ່າແຮງທາງດ້ານພື້ນທີ່ ແລະ ທຳມະຊາດ ເພື່ອດຳເນີນການສ້າງເສດຖະກິດຄອບຄົວ ເປັນຕົ້ນແມ່ນ ການປູກຝັງ – ລ້ຽງສັດ ເພາະວ່າ ປະຊາຊົນລາວມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮັກການອອກແຮງງານ, ອີກຢ່າງ ພື້ນທີ່ທຳການປູກ ແມ່ນມີຫລາຍ ແລະ ກ້ວາງຂວາງພໍ ເພື່ອຈະນຳໃຊ້ເຂົ້າໃນການຜະລິດໃດໜຶ່ງ.

ທ່ານ ຄຳໝັ້ນ ຫລ້າວັນນະສິດ ຄອບຄົວຕົວແບບ ໃນການປູກຝັງ ບ້ານສົບພວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ຍ້ອນເຫັນໄດ້ຄວາມອຸດົມສົມບຸນຂອງພື້ນທີ່ ແລະ ຄວາມມຸ່ງໝັ້ນຂອງຕົນເອງ ໂຄງການ WWF ໄດ້ສະໜອງເບ້ຍແຍ້ໃຫ້ປະຊາຊົນພາຍໃນບ້ານນຳໄປປູກ ໃນນັ້ນ ມີຄວາມຄົວຂອງຕົນເອງນຳ ໂດຍໄດ້ປູກໃນເນື້ອທີ່ 1,5 ເຮັກຕາ, ປູກມັນຕົ້ນ 2 ເຮັກຕາ, ຜ່ານການປະຕິບັດຕົວຈິງຜ່ານມາເຫັນວ່າໝາກຜົນທີ່ໄດ້ຮັບ ແມ່ນດີຫລາຍ.

ນອກຈາກການປູກຝັງແລ້ວ ທ່ານ ຍັງໃຫ້ຮູ້ອີກວ່າ ຄອບຄົວຕົນເອງ ຍັງໄດ້ລ້ຽງງົວ 6 ໂຕ, ສັດປີກຈຳນວນໜຶ່ງ ໂດຍສະເລ່ຍແລ້ວ ປີໜຶ່ງໆ ສາມາດສ້າງລາຍຮັບໄດ້ ປະມານ 25 ລ້ານກ່ວາກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວບ້ານໂພນທອງ ລົບລ້າງຄວາມທຸກຍາກໄດ້ ຍ້ອນການປູກ ກັບ ລ້ຽງ
Next Post: ຈັບໄດ້ແລ້ວຄາດຕະກອນສັງຫານສາວທີ່ຫາດແຄມຂອງເມືອງຕົ້ນເຜິ້ງ

Related Posts

ຜ່ອນຜັນຫຼາຍມາດຕະການ ແຕ່ຍັງສືບຕໍ່ປິດຮ້ານບັນເທີງແລະຄາຣະໂອເກະ ຂ່າວສານບ້ານເມືອງ
ປີ 2023 ລັດຖະບານມີໂກຕາພະນັກງານໃໝ່ 800 ຕໍາແໜ່ງ ແລະ ຈະເພີ່ມເງິນຄ່າຄອງຊີບໃຫ້ 150.000 ກີບ ຂ່າວສານບ້ານເມືອງ
ມອບ-ຮັບ ລັດຖະມົນຕີ ຖວທ ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ ຂ່າວສານບ້ານເມືອງ
ພາຍຸໂນອຶນ ມາຮອດເມືອງຕະໂອ້ຍ ແຂວງສາລະວັນເວລາ09:00 ເຮັດໃຫ້ມີນໍ້າຖ້ວມ ຂ່າວສານບ້ານເມືອງ
ປະກາດຊອກຫາຍາດພີ່ນ້ອງ ລົດໃຫຍ່ຕໍາລົດຈັກ ເສຍຊີວິດຄາທີ່ 2 ຄົນ ເຂດເມືອງປາກງື່ມ ຂ່າວສານບ້ານເມືອງ
ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີ ຢ ຈັ ບ ຜູ້ຖືກຫາໄດ້ 11 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme