Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົ້ນຫາຄົນຈົມນໍ້າສູນຫາຍເຂດບ້ານນາໄຫ 1 ຄືນ 1 ມື້ຈິ່ງພົບ ໂດຍ 1623

Posted on 17/09/202017/09/2020 By All in LAOS No Comments on ຄົ້ນຫາຄົນຈົມນໍ້າສູນຫາຍເຂດບ້ານນາໄຫ 1 ຄືນ 1 ມື້ຈິ່ງພົບ ໂດຍ 1623

ນະຄອນຫຼວງວຽງຈັນ: ລາຍງານຈາກ ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ 1623 ໃຫ້ຮູ້ວ່າ ໃນວັນທີ 16 ກັນຍາ 2020 ເວລາປະມານ 19:15 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດວ່າມີຄົນຈົມນ້ຳ ຈຸດເກີດເຫດແມ່ນ ເຂດຂົວບ້ານນາໄຫ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ພາບ 1623

ຜູ້ສູນຫາຍເປັນເພດຍິງ ອາຍຸປະມານ 14-17 ປີ ອາຊີບ ປະຊາຊົນ ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ໃຊ້ອຸປະກອນແລະທີມຄົ້ນຫາທາງນໍ້າເພື່ອຄົ້ນຫາຜູ້ສູນຫາຍ.

ພາບ 1623

ແຕ່ເນື່ອງຈາກສະພາບອາກາດແມ່ນຕາເວັນຕົກດິນແລ້ວເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄົ້ນຫາ ທາງທີມຄົ້ນຫາທາງນໍ້າຈຶ່ງໄດ້ປຶກສາຫາລືແລະຕົກລົງກັນຈະສືບຕໍ່ການຄົ້ນຫາ.

ພາບ 1623

ຮອດເຊົ້າ ວັນທີ 17 ກັນຍາ 2020 ເວລາ 08:00 ທີມກູ້ໄພແມ່ນການສືບຕໍ່ຄົ້ນຫາມື້ທີສອງ.

ພາບ 1623

ການຄົ້ນຫາ ຈົນຮອດ ເວລາ 11:03 ນາທີ່, ຈິ່ງສາມາດພົບສົບຜູ່ສູນຫາຍ ໃນບໍລິເວນທີ່ເກີດເຫດ.

ພາບ 1623

ສ່ວນສາເຫດໃນການຈົມນໍ້າຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງຈະໄດ້ນຳສົ່ງສົບຜູ້ເສຍຊີວິດໃຫ້ແກ່ຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ ແລະ ທາງຫນ່ວຍກູ້ໄພກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນການສູນເສຍຄັ້ງນີ້ດ້ວຍ.

ພາບ 1623

.

ພາບ 1623

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໂທ 1623

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອັດຕະປື ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI
Next Post: ຂ່າວດີນໍ້າມັນລາຄາລົງແລ້ວ

Related Posts

ເສຍຫາຍ 2 ຄັນ ໄຟໄໝ້ລົດຂົນເບຍ ຂ່າວສານບ້ານເມືອງ
ໂຮງຮຽນ 16 ແຫ່ງ ຢູ່ເມືອງເງິນ ໄດ້ຮັບປື້ມອ່ານເກືອບ 5.000 ຫົວ ຈາກໂຄງການ ດີບຸກບໍລິຈາກ ຂ່າວສານບ້ານເມືອງ
ການນຳແຂວງໄຊຍະບູລີ ວາງພວງມາລາ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາ ຄົດ​ ຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ ຂ່າວສານບ້ານເມືອງ
ຍຶດຈັບຢາບ້າ 4 ລ້ານເມັດ ທີ່ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ໝູ່ບ້ານສວນວົງມົນສີຂຽວໃນປະເທດເດັນມາກ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme