Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອລົດຮັບສົ່ງຄົນເຈັບ ແລະ ເຄື່ອງຊ່ວຍເຫຼືອດ້ານການແພດ

Posted on 16/09/202016/09/2020 By News No Comments on ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອລົດຮັບສົ່ງຄົນເຈັບ ແລະ ເຄື່ອງຊ່ວຍເຫຼືອດ້ານການແພດ

ພິທີມອບ-ຮັບ ລົດຮັບສົ່ງສົ່ງຄົນເຈັບ ແລະອຸປະກອນການແພດ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຈາກນະຄອນຄຸນຫມິງ ແລະ ໂຮງໝໍປະຊາຊົນເລກໜຶ່ງ, ແຂວງ ຢູ່ນານ ແລະແຂວງຟູຈຽນ ສປ ຈີນ ໃຫ້ແກ່ແຂວງຫຼວງພະບາງ ໂດຍຜ່ານກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ຈັດຂື້ນໃນວັນທີ 11 ກັນຍາ 2020 ທີ່ພະແນກສາທາລະນະສຸກແຂວງຫລວງພະບາງ, ມີ ທ່ານ ລີຈື່ກົງ ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ລີ ຈື່ ກົງ ກ່າວວ່າ: ປັດຈຸບັນການລະບາດຂອງພະ ຍາດ ໂຄວິດ 19 ໃນທົ່ວໂລກແມ່ນມີ ອັດຕາເພີ່ມຂື້ນ, ເພື່ອປ້ອງກັນ, ຕ້ານ ແລະສະກັດກັ້ນ ການແຜ່ລະບາດຂອງພະ ຍາດ, ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ຈຶ່ງໄດ້ຄົ້ນຄວ້າຊອກຫາແຫຼ່ງທືນຈາກ ສປ ຈີນ ເພື່ອນຳຊື້ພາຫະນະ ແລະອຸປະກອນການແພດທີຈຳເປັນ ມາມອບໃຫ້ແກ່ແຂວງແຂວງຫຼວງພະບາງ ເຊິ່ງຄັ້ງນີ້ເປັນຄັ້ງທີ 2 ປະກອບມີ ນະ ຄອນຄູນມິງ ມອບເຄື່ອງຫັນໃຈທຽມ 2 ເຄື່ອງ, ເຄື່ອງວັດແທກອູນນະພູມ 100 ເຄື່ອງ, ລົດອຳບູລັງ 1 ຄັນ ລວມມູນຄ່າ 464.000 ຢວນ ຫຼື ເທົ່າກັບ 51.555 ໂດລາສະຫະລັດ, ແຂວງຟູຈ່ຽນ ມອບຜ້າປິດປາກ-ດັງ N95 ສຳລັບແພດ ຈໍານວນ 5.000 ອັນ ແລະຜ້າປິດປາກ-ດັງທົ່ວໄປ ຈຳນວນ 10.000 ອັນ ລວມມູນຄ່າ 86.100 ຢວນ ຫຼື ເທົ່າກັບ 10.000 ໂດລາສະຫະລັດ ແລະໂຮງໝໍປະຊາຊົນເລກໜຶ່ງ ແຂວງຢູນນານ ມອບອຸປະກອນດ້ານການແພດ ຈຳນວນໜຶ່ງ ມູນຄ່າ 86.060 ຢວນ ຫຼືເທົ່າກັບ 12.151 ກວ່າໂດລາສະຫະລັດ.

ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ຜູ້ທີ່ໃຫ້ການຊ່ວຍເຫຼືອອຸປະກອນດ້ານການແພດໃນຄັ້ງນີ້ ແລະກ່າວມອບອຸປະກອນ ໃຫ້ພາກສ່ວນທີ່ກ່ຽວຂອງແຂວງ ນຳໄປໝູນໃຊ້ເຂົ້າໃນວຽກ ງານໃຫ້ເກີດຜົນປະໂຫຍດສູງສຸດ.

ໂອກາດດຽວກັນ ກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອ ໄດ້ມອບເງິນຈຳນວນ 10.000 ໂດລາສະຫະລັດ ໃຫ້ແກ່ອົງການປົກຄອງແຂວງຫຼວງພະບາງ ນໍາໄປຊື້ຢາປາບສັດຕູພືດ ຕື່ມອີກ.

Cr: ສີແຫລ້

ຂ່າວສານບ້ານເມືອງ

Post navigation

Previous Post: ປາກກະດິງ ກວດກາພົບສິນຄ້າເສື່ອມຄຸນຫລາຍລາຍການ
Next Post: ແຂວງ ຄໍາມ່ວນ ກວດພົບລະເບີດໃຫຍ່ MK7 ເຊິ່ງຢູ່ຫ່າງຈາກຖະໜົນຫຼັກທີ່ຈະໄປຫວຽດນາມພຽງແຕ່ 100 ແມັດ

Related Posts

ຂ່າວດ່ວນ! ລົດປີ້ນ ເສຍຊີວິດ ຫົວຂາດ 1 , ສາຫັດ 1 ທີ່ເມືອງທ່າພະບາດ ຂ່າວສານບ້ານເມືອງ
ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງຫ້ວຍຊາຍ ພ້ອມຄະນະ ໄດ້ນໍາເອົາ ເຄື່ອງອຸປະໂພກ -ບໍລິໂພກ ໄປມອບໃຫ້ຄອບຄົວທີ່ຖືກ ໄ ຟ ໄ ໝ້ ເຮືອນ ຂ່າວສານບ້ານເມືອງ
ຄະນະສະເພາະກິດອອກຂໍ້ກໍານົດມາດຕະການປ້ອງກັນໂຄວິດເລີ່ມ 31 ມີນາ 2022ເປັນຕົ້ນໄປ ຂ່າວສານບ້ານເມືອງ
ກະຊວງສຶກສາແຈ້ງການອະນຸຍາດໃຫ້ເປີດການຮຽນການສອນໄດ້ ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນເທົ່ານັ້ນ ຂ່າວສານບ້ານເມືອງ
ລັດຖະບານໄດ້ຄົ້ນຄວ້າຫຼາຍມາດຕະການເພີ່ມຕື່ມ ເພື່ອສູ້ຊົນຈັດຕັ້ງປະຕິບັດລາຍຮັບໃຫ້ບັນລຸ 33.574 ຕື້ກີບ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຈຳນວນຜູ້ສະໝັກ 12 ທ່ານ,​ ເລືອກເອົາ 09 ທ່ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme