Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປາກກະດິງ ກວດກາພົບສິນຄ້າເສື່ອມຄຸນຫລາຍລາຍການ

Posted on 16/09/202016/09/2020 By News No Comments on ປາກກະດິງ ກວດກາພົບສິນຄ້າເສື່ອມຄຸນຫລາຍລາຍການ

ເພື່ອກວດກາຄຸນນະພາບອາຫານສຳເລັດຮູບ ແລະ ເຄີ່ງສຳເລັດຮູບ, ຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ, ໄດ້ຮັບຜົນປະໂຫຍດທັງຜູ້ຊື້ ແລະ ຜູ້ຂາຍ, ການກວດກາ ໄດ້ຈັດຕັ້ງປະຕິບັດຢູ່ບ້ານນ້ຳທອນ, ບ້ານຄອນສົງ, ບ້ານນາພົງ, ບ້ານຫ້ວຍເພັດ, ບ້ານຊ່ອນພັນໄຊ ແລະ ບ້ານຫ້ວຍໄຮ ໂດຍໄດ້ກວດຮ້ານຂາຍເຄື່ອງສົ່ງ ແລະ ຂາຍເຄື່ອງຍ່ອຍ ຈຳນວນ 26 ຮ້ານ, ພົບສິນຄ້າເປັນເຄື່ອງບໍລິໂພກເຊື່ອມຄຸນຢູ່ 20 ຮ້ານ, ມີຈຳນວນຫຼາຍລາຍການ ໂດຍສະເພາະແມ່ນ: ເຂົ້າໜົມ, ເຄື່ອງດື່ມ, ນ້ຳອັດລົມ, ໝີ່ສຳເລັດຮູບ ແລະ ເຄື່ອງປຸງແຕ່ງອາຫານໃນຄົວເຮືອນອີກຈຳນວນໜຶ່ງ.

ວັນທີ 14 ກັນຍາ 2020 ນີ້ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາຂັ້ນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ-ກວດກາ ບັນດາຮ້ານຂາຍເຄື່ອງທີ່ເປັນເປົ້າຫມາຍ ຢູ່ພາຍໃນເມືອງ.

ເຄື່ອງເສື່ອມຄຸນນະພາບ ( ໝົດອາຍຸໃຊ້ງານ ) ທີ່ຄະນະກວດພົບ ໄດ້ສຶກສາອົບຮົມຕັກເຕືອນຜູ້ປະກອບການ ພ້ອມເຮັດບົດບັນທຶກ ເພື່ອໃຫ້ເຈົ້າຂອງທຸລະກິດຮັບຮູ້-ເຂົ້າໃຈເຖິງແນວທາງນະໂຍບາຍ ແລະ ຍຸດທະສາດການຄຸ້ມຄອງຄວາມປອດໄພຂອງອາຫານ ແລະ ຢາ ໃນແຕ່ລະໄລຍະ ແລະ ໄດ້ອາຍັດສິນຄ້າເຄື່ອງບໍລິໂພກທີ່ໝົດອາຍຸເສື່ອມຄຸນໄວ້ ເພື່ອຈັດພິທີທຳລາຍຢ່າງເປັນທາງການ.

ການລົງກວດກາສິນຄ້າຄັ້ງນີ້ ຕາມແຜນການ ຈະດຳເດີນຮອດ ວັນທີ 18 ກັນຍາ 2020 ໃຫ້ສຳເລັດຕາມເປົ້າຫມາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟຟ້ານະຄອນຫຼວງວຽງຈັນແຈ້ງມອດໄຟ ຫຼາຍເຂດ ວັນທີ 17-21 ກັນຍາ
Next Post: ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອລົດຮັບສົ່ງຄົນເຈັບ ແລະ ເຄື່ອງຊ່ວຍເຫຼືອດ້ານການແພດ

Related Posts

ບໍ່ລອດສາຍຕາເຈົ້າໜ້າທີ່ກັກຕົວສອງສ່ຽວລັ ກ ລ ອ ບ ຂົນສົ່ງ ຢ າ ເ ສ ບ ຕິ ດ ໄດ້ 2 ຄົນ ຂ່າວສານບ້ານເມືອງ
ພາບບັນຍາກາດການເດີນທາງຂອງແຮງງານທີ່ໄປເຮັດວຽກຢູ່ປະເທດເກົາຫລີໂດຍຜ່ານລະບົບອະນຸຍາດການຈ້າງງານ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ໄດ້ແຈ້ງເຖິງທະນາຄານ, ສະຖາບັນການເງິນ ໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຂ່າວສານບ້ານເມືອງ
ສສກ ແຈ້ງການ ເລື່ອງ ການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍ ຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ຂ່າວສານບ້ານເມືອງ
ສຸດຍອດນໍາໃຈ! ປະກາດໃຫ້ຢູ່ຟຣີ ແຕ່ຫ້ອງເຕັມກ່ອນ ເລີຍໂອນເງິນຊ່ວຍເຫຼືອໃຫ້ໄປເຊົ່າຫ້ອງຢູ່ບ່ອນອື່ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme