Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ

Posted on 16/09/202016/09/2020 By News No Comments on ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ

ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ຫົວທີ່ 11 ປະຈຳປີ 2020 ຊຶ່ງໃນເວລາ 7 ໂມງ 30 ນາທີ
ຂອງວັນທີ 16 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 13.0 ອົງສາເໜືອ ແລະ ເສັ້ນແວງທີ 117.8 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ຄາດຄະເນວ່າ ພາຍຫົວນີ້ຈະຂຶ້ນຝັ່ງເຂດ ເມືອງ ດານັງ ຂອງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 18 ກັນຍາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານແຂວງ ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ໃນຄືນວັນທີ 18 ຫາ ຕອນເຊົ້າວັນທີ 19 ກັນຍາ 2020 ນີ້.​

Image may contain: text

ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼຊັນ ແລະ ຍ່ອມຄວາມກົດດັນອາກາດຕໍ່າ ເຄື່ອນທີ່ຜ່ານປະເທດໄທຕາມ
ລຳດັບ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີ້.

พายุทอร์นาโด ระดับ 2ถล่มภาคกลางสหรัฐ
ພາບປະກອບ

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງ
ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມ,​ ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ทอร์นาโด “ถล่ม” รัฐเนแบรสกาของสหรัฐฯ สังเวยอย่างน้อย 1 เจ็บ 16 บ้านเรือน  “พังยับ”
ພາບປະກອບ
ຂ່າວສານບ້ານເມືອງ

Post navigation

Previous Post: ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III
Next Post: ໄຟຟ້ານະຄອນຫຼວງວຽງຈັນແຈ້ງມອດໄຟ ຫຼາຍເຂດ ວັນທີ 17-21 ກັນຍາ

Related Posts

ລົງດາບ ຮ້ານເກມອ່ອນລາຍ ແລະ ຜູ່ຂາຍເລກເຖື່ອນ ທີ່ ນະຄອນ ໄກສອນພົມວິຫານ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ອາກາດຈະຍັງຮ້ອນເຊິ່ງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຂ່າວສານບ້ານເມືອງ
ສາວສູ້ຊີວິດຫາເຊົ້າກິນຄໍ່າມາດົນ! ຈົນມີມື້ນີ້ ມື້ທີ່ຖືກເລກລາງວັນທີ 1 ຮັບໄປເຕັມໆ 18 ລ້ານບາດ ຂ່າວສານບ້ານເມືອງ
ຕານີ້ເຈົ້າໜ້າທີ່ກິນໝົດວົງຫອບໄປສຶກສາອົບຮົມພ້ອມປັບໃໝ ຂ່າວສານບ້ານເມືອງ
ຍັງອີກບໍ່ດົນຊາວເມືອງ ອາດສະພອນ ກໍ່ຈະໄດ້ນໍາໃຊ້ທາງປູຢາງ2ຊັ້ນແລ້ວ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອມື້ນີ້ 251ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme