Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III

Posted on 16/09/202016/09/2020 By News No Comments on ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III

ການດຳເນີນຊີວິດການເມືອງ ທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວສະໄໝທີ V ຕິດພັນກັບການມາບທາມຮອບ III ໄດ້ໄຂຂຶ້ນ ໃນລະຫວ່າງວັນທີ 12 – 16 ກັນຍາ 2020 ນີ້ ທີ່ແຂວງບໍ່ແກ້ວ ເປັນກຽດເຂົ້າຮ່ວມປະທານຂອງ ສະຫາຍ ປອ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ – ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີບັນດາສະຫາຍຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງສະໄໝທີ V ແຂວງບໍ່ແກ້ວເຂົ້າຮ່ວມ.

ສະຫາຍ ປອ ບົວຄົງ ນາມມະວົງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄດ້ຜ່ານບົດສຳຫຼວດການນຳພາລ່ວມຂອງຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ສະໄໝ ທີ V ຍົກໃຫ້ເຫັນດ້ານດີຜົນງານ ດ້ານອ່ອນຂໍ້ຄົງຄ້າງ ບາງບົດຮຽນທີ່ຖອດຖອນໄດ້ ແລະ ບັນດາຄະນະປະຈຳ,ກຳມະການພັກແຂວງ ໄດ້ຜ່ານບົດສຳຫຼວດຂອງຕົ້ນເອງ ປະກອບຄຳເຫັນປັບປຸງກໍ່ສ້າງສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສະຫາຍ ຄຳກິ່ງ ເອື້ອຍມະນີຮັກ ຮອງເລຂພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ໄດ້ຜ່ານຮ່າງບົດລາຍງານການເມືອງ 2 ສອງພາກ, ຮ່າງແຜນພັດທະນະເສດຖະກິດ-ສັງຄົມ, ແຜນການດຳເນີນງານຂອງຄະນະບໍລິຫານງານພັກແຂວງສະໄໝ ທີ VI ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ແຂວງບໍ່ແກ້ວ. ປະຈຸບັນແມ່ນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກເມືອງ 5 ເມືອງ ແລະ ອົງຄະນະພັກ 2 ກອງບັນຊາການ.

ມີ 566 ຮາກຖານ 85 ອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນ ໂດຍລວມແມ່ນໄປຕາມເປົ້າໝາຍທີ່ວາງໄວ້, ມີທັງຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ລຸ້ນກາງ, ລຸ້ນໜຸ່ມ, ມີເພດ, ມີເຜົ່າ, ການກະກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI.ໄດ້ກະກຽມທັງ 3 ດ້ານ ເປັນຕົ້ນຄື:ດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລະກອນ, ຄາດຫມາຍ ສູ້ຊົນໃນ 5 ປີຕໍ່ໜ້າ ປະກອບມີ ທິດທາງລວມຄາດຫມາຍສູ້ຊົນ ແລະ ວຽກງານຈຸດສຸມ ແຕ່ລະດ້ານໃນການກະກຽມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI. ຕິດພັນກັບການທາບທາມໂຄງປະກອບບຸກຄະລາກອນຮອບທີ 3. ເພື່ອຄັດເລືອກເອົາຄະນະປະຈຳພັກແຂວງ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ປະທານ ແລະ ຮອງປະທານກວດກາພັກ ຕົກລົງຈຳນວນລາຍຊື່ດ້ານບຸກຄະລາກອນ ແລະ ກວດກາ ການກະກ່ຽມຄວາມພ້ອມທຸກດ້ານ. ເຊິ່ງມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 223 ສະຫາຍ ຍິງ 26 ສະຫາຍໃນນັ້ນ ຕົວເລກເຂົ້າທາບທາມ ເອົາບຸກຄະລາກອນຮອບ 3 ມີ 46 ສະຫາຍຍິງ 07 ສະຫາຍ ຂີດອອກ 10 ສະຫາຍຈົງໄວ້ 36 ສະຫາຍ.

ພາບ-ຂ່າວ: ຄຳພັນ ແກ້ວມະນີ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງລະຄອນເພັງ ເອົາໃຈໃສ່ສືບຕໍ່ປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ
Next Post: ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ

Related Posts

ເກົາຫຼີໃຕ້ປະກາດສົງຄາມກັບ ໂຄວິດ-19 ຫຼັງຢອດຜູ້ຕິດເຊື້ອທະລຸເກີນ 5,000 ຄົນແລ້ວ ຂ່າວສານບ້ານເມືອງ
ໂຈນລັກກະບະ ທະບຽນ ກໍາແພງນະຄອນ ກຣ 7373 (ມີຄລິບ) ຂ່າວສານບ້ານເມືອງ
ສາວສູ້ຊີວິດຫາເຊົ້າກິນຄໍ່າມາດົນ! ຈົນມີມື້ນີ້ ມື້ທີ່ຖືກເລກລາງວັນທີ 1 ຮັບໄປເຕັມໆ 18 ລ້ານບາດ ຂ່າວສານບ້ານເມືອງ
ກະກຽມແລ້ວ ຕຽງພາກສະໜາມ ສໍາຫຼັບຮອງຮັບຜູ້ຕິດເຊື້ອ ໂ ຄ ວິ ດ ຂ່າວສານບ້ານເມືອງ
ເຈົ້າຂອງໄດ້ຍິນສຽງແຕກ ກ່ອນໄຟຈະລຸກໄໝ້ລົດເກງເສຍຫາຍໝົດຄັນ ຂ່າວສານບ້ານເມືອງ
ບັນຍາກາດຕາມເສັ້ນທາງ ນະຄອນຫລວງພຣະບາງ ຕອນເຊົ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme