Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ກອງທຶນ 1 ດວງໃຈ ຊຸກຍູ້ 642 ລ້ານກ່ວາກີບ ຊ່ວຍເຫລືອສັງຄົມ ໃນໄລຍະ 3 ເດືອນຜ່ານມາ

Posted on 16/09/202016/09/2020 By News No Comments on ຊົມເຊີຍ! ກອງທຶນ 1 ດວງໃຈ ຊຸກຍູ້ 642 ລ້ານກ່ວາກີບ ຊ່ວຍເຫລືອສັງຄົມ ໃນໄລຍະ 3 ເດືອນຜ່ານມາ

ໃນວັນທີ 14 ກັນຍາ 2020 ຢູ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ກອງທຶນໜຶ່ງດວງໃຈ ໃນໄລຍະ 3 ເດືອນຜ່ານມາຂຶ້ນ ເປັນປະທານໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ມີຊະມາຊິກກອງທຶນໜຶ່ງດວງໃຈ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງລາຍງານວຽກງານໂດຍຫຍໍ້ ໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ກອງທຶນໜຶ່ງດວງ ໄດ້ເຄື່ອນໄຫວປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ອະນຸມັດເງິນ ຈໍານວນ 462 ລ້ານກ່ວາກີບ ເພື່ອສ້າງໃໝ່ໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ, ສ້ອມແປງ ແລະ ຕໍ່ເຕີມ ໂຮງຮຽນອະນຸບານ ບ້ານເວີນທາດ ເມືອງທ່າພະບາດ, ສ້າງຂົວອູ່ນໍ້າໄຄ້ ບ້ານນ້ຳປັນ ເມືອງໄຊຈໍາພອນ, ຊື້ສັງກະສີ ແລະ ອຸປະກອນກໍ່ສ້າງສ້ອມແປງ ໃຫ້ຄອບຄົວທີ່ຖືກອັກຄີໄພ (ໄຟໄໝ້ເຮືອນ) ຢູ່ບ້ານໂພນງາມ ເມືອງວຽງທອງ.

ພ້ອມດຽວກັນ ຍັງໄດ້ຊ່ວຍເຫຼືອສູນວັດທະນະທໍາເດັກແຂວງ ຊື້ເຄື່ອງນຸ່ງເຄື່ອງປະກອບ ເພື່ອສະແດງໃນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ມູນຄ່າ 13 ລ້ານກີບ, ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ໄປຢ້ຽມຢາມຄອບຄົວທຸກຍາກ 1 ຄອບຄົວ ຢູ່ເມືອງບໍລິຄັນ, ກອງທຶນໜຶ່ງດວງໃຈ ຮ່ວມກັບຄະນະເມຍການນຳສູນກາງ ແລະ ຫ້ອງວ່າການປົກຄອງແຂວງ ນໍາເອົາເຄື່ອງຊ່ວຍເຫຼືອ ລວມ ມີ ເຂົ້າສານ 500 ກິໂລ, ຄອມພິວເຕີ້ 4 ຊຸດ, ປິ່ນເຕີສີ 4 ຊຸດ, ເຈ້ຍ A4 20 ແກັດ, ອຸປະກອນກິລາ, ອຸປະກອນການສຶກສາ, ເຂົ້າໜົມ, ນົມ ແລະ ເຄື່ອງນຸ່ງຫົ່ມ ໄປມອບໃຫ້ໂຮງຮຽນປະຖົມບ້ານນາກະດົກ, ໂຮງຮຽນປະຖົມ ບ້ານວັງຜາ, ໂຮງຮຽນປະຖົມ ບ້ານນາເຮືອງ ແລະ ໂຮງຮຽນ ປະຖົມ-ມັດທະຍົມ ບ້ານຫຼັກ 5 ເມືອງຄໍາເກີດ, ພ້ອມດຽວກັນ ຍັງໄດ້ມອບເຄື່ອງຮັບໃຊ້ຫ້ອງການ ໃຫ້ຫ້ອງວ່າການປົກຄອງເມືອງຄຳເກີດຈໍານວນໜຶ່ງ.

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ກອງທຶນ 1 ດວງໃຈ ພ້ອມດ້ວຍຊະມາຊິກ ແລະ ພະແນກການອ້ອມຂ້າງແຂວງ ໄດ້ພ້ອມກັນປະດິດດອກໄມ້ຢາງ ຈາກຕຸກນ້ຳດື່ມ ຈຳນວນ 25.800 ດອກ ເພື່ອປະດັບປະດາເປັນຄໍາຂວັນ, ທຸງຊາດ, ທຸງພັກ ແລະ ເອ້ຢ້ອງ ດ້ານໜ້າອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ, ອະນຸສາວະລີ ທ່ານ ໄກສອນ ພົມວິຫານ ຫຼັກເສົາທຸງ ລຽບຕາມເສັ້ນທາງ 4B ຈໍານວນ 9 ຈຸດ.

ສຳລັບທິດທາງແຜນການໃນຕໍ່ໜ້າ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ຈະໄດ້ສືບຕໍ່ລະດົມທຶນ ຈາກທຸກພາກສ່ວນໃນສັງຄົມ, ສ້າງກິດຈະກໍາຫາລາຍໄດ້ ເປັນຕົ້ນການສ້າງສິນຄ້າຂອງກອງທຶນ ເພື່ອນຳໄປຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ຜູ້ປະສົບໄພຕ່າງໆ, ລົງຕິດຕາມກວດກາບັນດາໂຄງການ ໃຫ້ສໍາເລັດຕາມກໍານົດເວລາທີ່ວາງໄວ້ ຄື: ສ້າງໃໝ່ໂຮງຮຽນມັດທະຍົມຕົ້ນບ້ານນາແຈງ ເມືອງໄຊຈໍາພອນ, ສ້າງໃໝ່ໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ, ສ້ອມແປງ ແລະ ຕໍ່ເຕີມ ໂຮງຮຽນອະນຸບານ ບ້ານເວີນຄາດ ເມືອງທ່າພະບາດ.

ພ້ອມດຽວກັນນັ້ນ ຍັງຈະໄດ້ສືບຕໍ່ລົງຕິດຕາມ ແລະ ເກັບກໍາຂໍ້ມູນ ໃນການຊ່ວຍເຫຼືອ ແລະ ພັດທະນາ ຂົງເຂດສຶກສາ, ສາທາ ແລະ ຂົງເຂດອື່ນໆ ໃນ 7 ເມືອງ ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າຫມາຍຂອງກອງທຶນ ແລະ ສືບຕໍ່ປະສານສົມທົບກັບຫ້ອງວ່າການແຂວງ ໃນການຄົ້ນຄວ້າຄັດເລືອກເປົ້າໝາຍ ທີ່ຈະໄດ້ຮັບການຊ່ວຍເຫຼືອ ໃນໂຄງການຕອບບຸນແທນຄຸນ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ຕໍ່ການປະຕິວັດ ເພື່ອສ້າງເຮືອນ “ ສາຍໃຈ “.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວບຸນຊາຕະກາຣ ຄົບຮອບ 100 ປີ ສາທຸໃຫຍ່ຄຳຈັນທຣ໌ ວີຣະຈິດຕະມະຫາເຖຣະ ທີ່ວັດແສນ ສຸຂາຣາມ
Next Post: ເມືອງລະຄອນເພັງ ເອົາໃຈໃສ່ສືບຕໍ່ປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ

Related Posts

ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ຂ່າວສານບ້ານເມືອງ
ຝຶກອົບຮົມ ໃຫ້ຄວາມຮູ້ພື້ນຖານໂພຊະນາການ ແມ່ ແລະ ເດັກ ຂ່າວສານບ້ານເມືອງ
ຮ້ານໃດລະເມີດຕ້ອງຮັບຜິດຊອບ ປກສ ບໍລິຄຳໄຊ ສັ່ງເດັດຂາດ ຕ້ອງຮ່ວມກັນປ້ອງກັນໂຄວິດ-19 ຂ່າວສານບ້ານເມືອງ
ແຈ້ງການ ປັບລົງລາຄານ້ຳມັນ ແອັດຊັງພິເສດ ແລະ ແອັດຊັງທຳມະດາ ລົງ 170 ກີບ/ລິດ, ສ່ວນກາຊວນ ປັບລົງ 240 ກີບ/ລິດ. ຂ່າວສານບ້ານເມືອງ
ລະວັງຝົນຕົກໜັກໃນຫຼາຍເຂດຂອງ ປະເທດລາວ ຂ່າວສານບ້ານເມືອງ
ລັດຖະບານໂປໂລຍຊ່ວຍເຫຼືອວັກຊີນກັສໂຄວິດຈໍານວນ 501,600 ໂດສໃຫ້ແກ່ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme